ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີປິດຝຶກອົບຮົມຄວາມປອດໄພທາງໄຊເບີ, ຄວາມປອດໄພຂອງຂໍ້ມູນ ແລະ ບັນດາມາດຕະການຕິດຕາມກວດກາລະບົບລວມສູນ

ໃນວັນທີ 21 ສິງຫາ 2026, ຢູ່ທີ່ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຝຶກອົບຮົມຄວາມປອດໄພທາງໄຊເບີ, ຄວາມປອດໄພຂອງຂໍ້ມູນ ແລະ ບັນດາມາດຕະການຕິດຕາມກວດກາລະບົບລວມສູນ. ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ, ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ. 

ເຂົ້າຮ່ວມພິທີໃນຄັ້ງນີ້ ມີບັນດາທ່ານໃນຄະນະພັກ-ຄະນະກົມ, ຫ້ອງການກົມ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ບັນດາພະແນກ, ຄະນະຊ່ຽວຊານ ຈາກ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍ ເອກອັກຄະລັດຖະທູດ/ອົງການຜູ້ຕາງໜ້າ ແລະ ນັກສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ. 

ຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນຢ່າງເປັນທາງການ ລະຫວ່າງວັນທີ 14 ຫາ 22 ສິງຫາ 2026 ໂດຍອີງຕາມຂໍ້ຕົກລົງວ່າດ້ວຍການອະນຸມັດຈັດຝຶກອົບຮົມ ເລກທີ 6187/ຄກຖ ແລະ ໜັງສືສະເໜີຂອງອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ. ຕະຫຼອດໄລຍະ 9 ວັນຜ່ານມາ, ນັກສຳມະນາກອນທັງໝົດໄດ້ຮັບການຖ່າຍທອດຄວາມຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ຈາກຄະນະຊ່ຽວຊານ ສສ ຫວຽດນາມ ເຊິ່ງມີເນື້ອໃນສຳຄັນ ຄື: 

  1. ການສ້າງຄວາມຮັບຮູ້ດ້ານຄວາມປອດໄພຂອງຂໍ້ມູນ: ການຍົກລະດັບຄວາມເຂົ້າໃຈກ່ຽວກັບຄວາມສ່ຽງ, ໄພຂົ່ມຂູ່ທາງໄຊເບີ, ຫຼັກການປ້ອງກັນຂໍ້ມູນສ່ວນບຸກຄົນ ແລະ ການນຳໃຊ້ເຕັກໂນໂລຊີ AI (ChatGPT) ເຂົ້າໃນວຽກງານຢ່າງປອດໄພ ໂດຍຫຼີກລ້ຽງການປ້ອນຂໍ້ມູນທີ່ອ່ອນໄຫວ. 
  2. ມາດຕະການຕິດຕາມກວດກາລວມສູນ: ໄດ້ຮຽນຮູ້ການຄຸ້ມຄອງລະບົບ  PAM/JUMP/RSA, ການນຳໃຊ້ຊອບແວຕິດຕາມເຫດການລວມສູນ Splunk, ຊອບແວປ້ອງກັນການຮົ່ວໄຫຼຂອງຂໍ້ມູນ  Zecurion ແລະ ລະບົບຕິດຕາມເຊີບເວີ Grafana, Prometheus, Zabbix. 
  3. ການຍົກລະດັບຄວາມປອດໄພທາງໄຊເບີຂັ້ນສູງ: ການຝຶກປະຕິບັດການຄົ້ນຫາ-ຂຸດຄົ້ນຊ່ອງໂຫວ່ຂອງແອັບພລິເຄຊັນເວັບ (Web Application Penetration Testing), ການວິເຄາະມັນແວ (Malware Analysis), ເຕັກນິກການລວບລວມຂໍ້ມູນຈາກແຫຼ່ງເປີດ (OSINT), ການຮັກສາຄວາມປອດໄພໃນລະບົບ Linux ແລະ ການຊ້ອມຮົບທາງໄຊເບີ (Cyber Drill) ຈຳລອງການໂຈມຕີ-ປ້ອງກັນ ແລະ ການແກ້ໄຂເຫດການສຸກເສີນຕົວຈິງ. 

ຜ່ານການທົດສອບ ແລະ ປະເມີນຜົນໃນວັນສຸດທ້າຍ ພົບວ່າ ນັກສຳມະນາກອນທັງໝົດ 16 ສະຫາຍ ມີຄວາມຕັ້ງໜ້າ, ມີຄວາມຮັບຜິດຊອບສູງ ແລະ ສາມາດກຳແໜ້ນທິດສະດີ, ນຳໃຊ້ເຄື່ອງມືລະບົບກວດກາຄວາມປອດໄພ ລວມເຖິງການຮັບມືກັບເຫດການສຸກເສີນທາງໄຊເບີໄດ້ເປັນຢ່າງດີ. ໂດຍຜົນການປະເມີນຄະແນນ ມີດັ່ງນີ້: 

  • ລະດັບດີຫຼາຍ (80-100%): ມີ 8 ສະຫາຍ 
  • ລະດັບດີ (70-79%): ມີ 5 ສະຫາຍ 
  • ລະດັບປານກາງ (69%): ມີ 1 ສະຫາຍ 
  • ລະດັບພໍໃຊ້ (64%): ມີ 5 ສະຫາຍ 

ໃນພິທີ, ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງເລິກເຊິ່ງ ມາຍັງຄະນະຊ່ຽວຊານຈາກ ສສ ຫວຽດນາມ ແລະ ກົມ 509 ທີ່ໄດ້ໃຫ້ການຮ່ວມມື, ອຳນວຍຄວາມສະດວກທຸກດ້ານ ເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ບັນລຸຜົນຢ່າງຈົບງາມ, ເຊິ່ງຖືເປັນບາດກ້າວສຳຄັນໃນການຍົກລະດັບຄວາມເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ ແລະ ຂໍ້ມູນພົນລະເມືອງຂອງ ສປປ ລາວ ໃຫ້ມີຄວາມປອດໄພ ແລະ ທັນສະໄໝ.