ພິທີເຊັນບົດບັນທຶກມອບ-ຮັບ ອາວຸດປືນເສິກ. ໂດຍການເປັນປະທານ ແລະ ຮັບມອບຂອງ ທ່ານ ພັອ ສົມສະນິດ ຈັນທະວົງ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
ໃນວັນທີ 20 ສິງຫາ 2026, ຢູ່ທີ່ຫ້ອງປະຊຸມ VIP ຊັ້ນ II ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບ ອາວຸດປືນເສິກ. ໂດຍການເປັນປະທານ ແລະ ຮັບມອບຂອງ ທ່ານ ພັອ ສົມສະນິດ ຈັນທະວົງ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ຕາງໜ້າກອງເລຂາ), ໂດຍມີ ຄະນະພັກ-ຄະນະກົມ, ຫ້ອງການກົມ, ພະແນກອາຊີບ ແລະ ພາຫະນະພິເສດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ນາງ ຈັນມາລີ ຮຸ່ງສິນລາວົງ ອາຍຸ 38 ປີ, ອາຊີບ ພະນັກງານ ຢູ່ໂຮງຮຽນ ທິດສະດີການເມືອງ ກອງທັບ ປັດຈຸບັນຢູ່ບ້ານ ໜອງວຽງຄໍາ, ເມືອງໄຊທະນີ, ນະຄອນຫຼວງວຽງຈັນ, ມອບໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈໍານວນ 01 ກະບອກ ເພື່ອຄຸ້ມຄອງຮັກສາໄວຕາມລະບຽບລະອຽດດັ່ງນີ້:
- ຊະນິດປືນ t77; ໝາຍເລກປືນ: 2202175;
- ບັ້ງ 01 ບັ້ງ; ລຸກປືນ 07 ລູກ.
ການມອບ-ຮັບອາວຸດປືນໃນຄັ້ງນີ້ ແມ່ນປະຕິບັດຕາມ ກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ສະບັບເລກທີ 14/ສພຊ, ລົງວັນທີ 07 ສິງຫາ 2022; ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 07 ສິງຫາ 2024 ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ; ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2189/ປກສ, ລົງວັນທີ 21 ກໍລະກົດ 2026 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໃນການຂຶ້ນບັນຊີເກັບກູ້ຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ.
ອາວຸດປືນດັ່ງກ່າວ ຈະໄດ້ຖືກນຳສົ່ງມອບຕໍ່ໃຫ້ແກ່ ສາງອາວຸດຍຸດໂທ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ເພື່ອຄຸ້ມຄອງຕາມລະບຽບກົດໝາຍ. ໃນຕອນທ້າຍ, ທັງສອງຝ່າຍກໍ່ໄດ້ຮ່ວມກັນເຊັນບົດບັນທຶກມອບ-ຮັບ ຢ່າງເປັນທາງການ.