ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ມອບເຄື່ອງໃຊ້ຫ້ອງການ ແລະ ເຮືອນຄົວລວມໃຫ້ ກອງກໍ່ສ້າງຮາກຖານການເມືອງ 922 ເມືອງໜອງບົກ, ແຂວງຄຳມ່ວນ.

ໃນວັນທີ 26 ສິງຫາ 2026 ນີ້, ຢູ່ທີ່ສະໂມສອນ ທ່ານ ປະທານໂຮ່ຈິມິນ ບ້ານຊຽງຫວາງທ່າ, ເມືອງໜອງບົກ, ແຂວງຄຳມ່ວນ ໄດ້ຈັດພິທີມອບ-ຮັບ ເຄື່ອງຮັບໃຊ້ຫ້ອງການ ເພື່ອອຳນວຍຄວາມສະດວກ ແລະ ຮັບໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະຢູ່ກອງກໍ່ສ້າງຮາກຖານການເມືອງ 922 ໃຫ້ມີຄວາມຄ່ອງຕົວ ແລະ ມີປະສິດທິພາບສູງຂຶ້ນ.

ເປັນກຽດເຂົ້າຮ່ວມ ແລະ ມອບເຄື່ອງໃນຄັ້ງນີ້ໂດຍ ທ່ານ ພັອ ຄຳ ນັນທະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ຕາງໜ້າໃຫ້ການນຳແຂວງຄຳມ່ວນ, ພ້ອມນີ້ ຍັງມີ ທ່ານ ພັທ ບຸນທະວີ ຍໍຂັນທອນ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ທ່ານ ພັທ ແສງມະນີ ຫຼ້າຈູມ ຫົວໜ້າພະແນກ ປກສ ກຸ່ມ-ປກສ ບ້ານ ເຂົ້າຮ່ວມ, ຕາງໜ້າຮັບໂດຍ ທ່ານ ພັທ ສຸລິວົງ ບຸນທິສະຫວັດ ຫົວໜ້າກອງກໍ່ສ້າງຮາກຖານການເມືອງ 922 ພ້ອມດ້ວຍຄະນະ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ລວມມີ: ຄອມພິວເຕີຕັ້ງໂຕະ ແລະ ປິ່ນເຕີ້: 01 ຊຸດ, ຕູ້ໃສ່ເອກະສານ: 01 ໜ່ວຍ, ຕູ້ນໍ້າຮ້ອນ-ນໍ້າເຢັນ: 01 ໜ່ວຍ, ເຈ້ຍ A4: 02 ແກັດ, ເຈ້ຍ F14: 02 ແກັດ

ໂອກາດດັ່ງກ່າວ, ທ່ານ ພັທ ສຸລິວົງ ບຸນທິສະຫວັດ ກໍໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ກັບການນຳແຂວງຄຳມ່ວນ ແລະ ກອງບັນຊາການ ປກສ ແຂວງ ທີ່ໃຫ້ຄວາມສຳຄັນ ແລະ ສະໜັບສະໜູນອຸປະກອນຮັບໃຊ້ຫ້ອງການໃນຄັ້ງນີ້, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ອຸປະກອນດັ່ງກ່າວເຂົ້າໃນວຽກງານໃຫ້ເກີດປະໂຫຍດສູງສຸດ ແລະ ປົກປັກຮັກສາໃຫ້ສາມາດນຳໃຊ້ໄດ້ຍາວນານ.

        ຫຼັງຈາກນັ້ນ ທາງຄະນະຍັງໄດ້ເຄື່ອນໄຫວຊຸກຍູ້, ໄປຢ້ຽມຢາມຖາມຂ່າວ ພະນັກງານກໍ່ສ້າງຮາກຖານກຸ່ມບ້ານດ່ານປາກເຊ ແລະ ຍັງໄດ້ຮັບຟັງການລາຍງານຫຍໍ້ໃນການຈັດຕັ້ງປະຕິບັດວຽກງານຮາກຖານການເມືອງ ທີ່ຕິດພັນກັບວຽກງານວິຊາສະເພາະໃນແກ້ໄຂປະກົດການຫຍໍ້ທໍ້ຢູ່ທີ່ກຸ່ມບ້ານດ່ານປາກເຊ.

ພ້ອມກັນນັ້ນ ທ່ານ ພັອ ຄຳ ນັນທະວົງ ຍັງໃຫ້ທິດຊີ້ນຳ ໃນການເຮັດວຽກງານວິຊາສະເພາະຕ້ອງກຳ    ແໜ້ນຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຳແໜ້ນຫຼັກການວິຊາສະເພາະ ແລະ ລະບຽບກົດໝາຍເປັນກົກ.