ໜ່ວຍພັກຮາກຖານກອງກໍ່ສ້າງຮາກຖານ 922 ເປີດບັ້ນດຳເນີນຊີວິດການເມືອງ ສຳຫຼວດກວດກາຕີລາຄາປະເພດສະມາຊິກພັກ ແລະ ຄັດເລືອກໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026
ໃນລະວັນທີ 3 ກັນຍາ 2026, ໜ່ວຍພັກຮາກຖານກອງກໍ່ສ້າງຮາກຖານ 922 ປະຈຳຢູ່ເມືອງໜອງບົກ, ແຂວງຄຳມ່ວນ ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງ ສຳຫຼວດກວດກາຕີລາຄາປະເພດສະມາຊິກພັກ ແລະ ຄັດເລືອກໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ຢ່າງເປັນທາງການ, ໂດຍການເປັນປະທານຂອງ ພັທ ສຸລິວົງ ບຸນທິສະຫວັດ ເລຂາໜ່ວຍພັກຮາກຖານ ຫົວໜ້າກອງກໍ່ສ້າງຮາກຖານ 922 ໂດຍການເປັນກຽດເຂົ້າຮ່ວມຂອງ ພັອ ທອງຂັນ ສີສຸພັນທອງ ຄະນະພັກກົມ, ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີ ພັທ ພູຂຽນ ສີຄູນນະລາດ, ຮອງປະທານກວດກາພັກ, ຮອງເລຂາໜ່ວຍພັກຮາກຖານ, ຮອງພະແນກການເມືອງ, ພ້ອມດ້ວຍບັນດາຄະນະໜ່ວຍພັກຮາກຖານ ແລະ ສະມາຊິກພັກສົມບູນ, ສຳຮອງ ກອງກໍ່ສ້າງຮາກຖານ 922 ເຂົ້າຮ່ວມ.
ໃນວາລະຂອງກອງປະຊຸມ
ພັອ ທອງຂັນ ສີສຸພັນທອງ ຄະນະພັກກົມ, ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ນຳພາເຊື່ອມຊຶມບັນດາເອກະສານສຳຄັນ ເປັນຕົ້ນແມ່ນ: ເອກະສານການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳນາຍ ແລະ ພົນຕຳຫຼວດ, ຂໍ້ຫ້າມສຳລັບສະມາຊິກພັກ ແລະ ນາຍ-ພົນຕຳຫຼວດ, ຄຳສັ່ງແນະນຳ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສະບັບເລກທີ 06/ຄພ ປກສ, ລົງວັນທີ 15 ກັນຍາ 2025 ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງແນະນໍາວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນກຳລັງປ້ອງກັນຄວາມສະຫງົບ ສະບັບເລກທີ 5453/ກມປສ, ລົງວັນທີ 23 ຕຸລາ 2025, ການເຊື່ອມຊຶມເອກະສານທັງໝົດນີ້ ເພື່ອຍົກສູງຄຸນທາດການເມືອງ, ສຶກສາອົບຮົມລະບຽບກົດໝາຍ, ຮັບປະກັນໃຫ້ການສຳຫຼວດກວດກາຕີລາຄາປະເພດສະມາຊິກພັກ ແລະ ການປະເມີນຄັດເລືອກໜ່ວຍພັກ ດຳເນີນໄປຢ່າງມີຄຸນນະພາບ, ຖືກຕ້ອງຕາມເກນມາດຕະຖານ ແລະ ສືບຕໍ່ປັບປຸງກໍ່ສ້າງໜ່ວຍພັກໃຫ້ມີຄວາມ ເຂັ້ມແຂງ, ໜັກແໜ້ນ ແລະ ເພື່ອການສຳຫຼວດກວດກາປະຈຳປີ ໃຫ້ເປັນຂະບວນຟົດຟື້ນ, ເລິກເຊິ່ງເຖິງຖອງ ແລະ ໄດ້ຄຸນນະພາບສູງ, ພ້ອມນັ້ນຍັງໄດ້ແນະນຳວິທີການສໍາຫຼວດກວດກາຕີລາຄາແບ່ງ ປະເພດສະມາຊິກພັກ ແລະ ຄັດເລືອກໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມບາດກ້າວ, ຂັ້ນຕອນ ແລະ ມາດຕະຖານທີ່ຄະນະພັກຂັ້ນເທິງວາງອອກ;
ຫຼັງຈາກນັ້ນ, ພັທ ຄຳໝອນ ແກ້ວສຸລິປະສິດ ຮອງເລຂາໜ່ວຍພັກຮາກຖານກອງກໍ່ສ້າງຮາກຖານ 922 ໄດ້ຜ່ານບົດລາຍງານສັງເກດຕີລາຄາດ້ານດີ ໃນການຊີ້ນຳ-ນຳພາໄລຍະຜ່ານມາ. ເຊິ່ງໄດ້ຍົກໃຫ້ເຫັນຜົນງານການນຳພາດ້ານການເມືອງ-ແນວຄິດ, ການກຳແໜ້ນ ແລະ ເຊື່ອມຊຶມມະຕິ-ຄຳສັ່ງຂອງພັກ, ກົດໝາຍຂອງລັດຢ່າງເລິກເຊິ່ງ ພ້ອມທັງຢຶດໝັ້ນ ແລະ ປະຕິບັດຕາມ 5 ຫຼັກການ ແລະ 3 ທິດນຳ ໃນການກໍ່ສ້າງພັກ, ຖືເອົາຫຼັກການລວມສູນປະຊາທິປະໄຕ ແລະ ການຕຳນິສົ່ງຂ່າວກໍ່ສ້າງເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ໄດ້ເອົາໃຈໃສ່ເຄື່ອນໄຫວວິຊາສະເພາະຢ່າງຕັ້ງໜ້າ ໂດຍການລົງກໍ່ສ້າງຮາກຖານການເມືອງຢູ່ເມືອງໜອງບົກຢ່າງໃກ້ຊິດຕິດແທດກັບປະຊາຊົນ. ເປັນເຈົ້າການໃນການສະກັດກັ້ນ ແລະ ແກ້ໄຂປະກົດການຍໍ້ທໍ້ຕ່າງໆ ເຮັດໃຫ້ຮາກຖານມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຮັກສາໄດ້ຄວາມປອດໄພ, ຈາກຜົນງານດັ່ງກ່າວ ສາມາດປະເມີນຈັດແບ່ງປະເພດສະມາຊິກພັກ ແລະ ປະເມີນຄັດເລືອກໄດ້ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026, ເຊິ່ງເປັນພື້ນຖານອັນແຂງແກ່ນໃນການສືບຕໍ່ປັບປຸງກໍ່ສ້າງໜ່ວຍພັກ ແລະ ປະຕິບັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ຢ່າງມີຜົນສຳເລັດ.
ໃນຕອນທ້າຍ,
ພັອ ທອງຂັນ ສີສຸພັນທອງ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມ ໂດຍໄດ້ເນັ້ນໃຫ້ຄະນະໜ່ວຍພັກ ແລະ ສະມາຊິກພັກທຸກສະຫາຍ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມມະຕິ, ຄຳສັ່ງ ແລະ ກົດລະບຽບຂອງພັກ ເພື່ອໃຫ້ສະມາຊິກພັກມີທັດສະນະຫຼັກໝັ້ນການເມືອງທີ່ໜັກແໜ້ນ; ຍົກສູງຄວາມຮັບຜິດຊອບ ແລະ ແບບແຜນວິທີເຮັດວຽກ, ປັບປຸງຂັ້ນຕອນການເຮັດວຽກໃຫ້ມີຄວາມທັນສະໄໝ, ເຄົາລົບກົດລະບຽບ, ເຮັດວຽກຢ່າງມີຈຸດປະສົງ, ໃກ້ຊິດຕິດແທດກັບຮາກຖານປະຊາຊົນ; ສືບຕໍ່ລົງກໍ່ສ້າງຮາກຖານການເມືອງຢູ່ເມືອງໜອງບົກໃຫ້ມີຄວາມເຂັ້ມແຂງ, ສ້າງຄວາມສາມັກຄີຮັກແພງລະຫວ່າງ ກຳລັງ ປກສ ແລະ ປະຊາຊົນ ເພື່ອຮັກສາໄດ້ຄວາມສະຫງົບປອດໄພຢ່າງຮອບດ້ານ.