ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດພິທີມອບ-ຮັບ ອາວຸດປືນເສິກ
ໃນວັນທີ 13 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມ VIP ຊັ້ນ II, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບອາວຸດປືນເສິກ ໂດຍການເປັນປະທານຂອງ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ ພ້ອມດ້ວຍພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ,
ການມອບ-ຮັບອາວຸດປືນເສິກໃນຄັ້ງນີ້ ມີບຸກຄົນ ແລະ ຕົວແທນຕາງໜ້ານຳມາ ມອບຄື:
- ທ່ານ ແສງເພັດ ໃຈຍະວົງອາຊີບ ພະນັກງານ ປະຈຸບັນຢູ່ບ້ານ ສີໃຄທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ຕ່າງໜ້າມາມອບອາວຸດ ຂອງ ທ່ານ ຄອນສະຫວັນ ແກ້ວມົນຕີ ອາຊີບ ນັກທຸລະກິດ ປະຈຸບັນຢູ່ບ້ານ ດອນກ້ອຍ, ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ມອບປືນ ປືນສັ້ນ ຈໍານວນ 1 ກະບອກ ແລະ ບັ້ງປືນ 01 ບັ້ງ, ລູກປືນ 16 ລູກ.
- ທ່ານ ນາງ ເພັດສະກຸນ ພົມມາ (ຫຼານສາວ) ອາຊີບ ນັກທຸລະກິດ, ບ້ານ ໂນນຄໍ້ເໜືອ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ຕ່າງໜ້າມອບອາວຸດຂອງ ທ່ານ ຄໍາກົມ ອານາວົງ ອາຊີບ ນັກທຸລະກິດ ປະຈຸບັນຢູ່ ບ້ານໂນນຄໍ້ເໜືອ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ມອບອາວຸດປືນສັ້ນ ຈຳນວນ 02 ກະບອກ, ບັ້ງປືນ 02 ບັ້ງ, ລູກປືນ 14 ລູກ ແລະ ບັດອະນຸຍາດຖືປືນ 01 ບັດ.
ອາວຸດປືນ ແລະ ລູກປືນດັ່ງກ່າວ ແມ່ນໄດ້ມອບໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຜູ້ຄຸ້ມຄອງ ແລະ ນໍາສົ່ງມອບຕໍ່ໃຫ້ແກ່ ສາງອາວຸດຍຸດໂທ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ, ເພື່ອຄຸ້ມຄອງຕາມລະບຽບກົດໝາຍ, ພ້ອມທັງໄດ້ລົງລາຍເຊັນໃນບົດບັນທຶກມອບ-ຮັບ ແລະ ໂອກາດນີ້ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ ໄດ້ມອບໃບຊົມເຊີຍ ໃຫ້ແກ່ ບັນດາພາກສວນທີເອົາອາວຸດປືນເສີກມາມອບໃຫ້ກົມ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເພື່ອເປັນການຍໍ້ຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ທີ່ມີຕື່ນຕົວ, ເປັນເຈົ້າການ, ມີຄວາມຮັບຜິດຊອບສູງ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີ ໃນການນຳເອົາອາວຸດປືນເສິກມາມອບໃຫ້ແກ່ເຈົ້າໜ້າທີ່, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນຮຽບຮ້ອຍໃນສັງຄົມ.