ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດພິທີມອບ-ຮັບ ອາວຸດປືນເສິກ
ນວັນທີ 14 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມ VIP ຊັ້ນ II, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບອາວຸດປືນເສິກ ໂດຍ ການເປັນປະທານຂອງ ທ່ານ ພັອ ສົມສະນິດ ຈັນທະວົງ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ ພ້ອມດ້ວຍພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ,
ການມອບ-ຮັບອາວຸດປືນເສິກໃນຄັ້ງນີ້ ມີບຸກຄົນ ແລະ ຕົວແທນຕາງໜ້ານຳມາ ມອບຄື:
- ທ່ານ ບົວໄລ ບຸານາຕີ ອາຊີບ ພະນັກງານບໍານານ ອາດີດຫົວໜ້າກົມ ຫ້ອງວ່າການສູນກາງພັກ ປະຈຸບັນຢູ່ບ້ານ ວັດນາກ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ມອບປືນ ປືນຍາວ ຈໍານວນ 1 ກະບອກ ແລະ ບັ້ງປືນ 01 ບັ້ງ, ລູກປືນ 30 ລູກ.
- ທ່ານ ສີວອນ ເພັດມີໄຊ ອາຊີບ ນັກທຸລະກິດ, ບ້ານ ໂພນສະຫວາດໃຕ້, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ມອບອາວຸດປືນສັ້ນ ຈຳນວນ 02 ກະບອກ, ບັ້ງປືນ 03 ບັ້ງ, ລູກປືນ 32 ລູກ ແລະ ບັດອະນຸຍາດຖືປືນ 01 ບັດ.
- ທ່ານ ພອນແສງ ຈັນທະວີໄຊ ອາຊີບ ພະນັກງານ ປະຈຸບັນບ້ານ ໂພງສະຫວ່າງ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ຕ່າງໜ້າມາມອບອາວຸດຂອງ ທ່ານ ພັຕ ທອງດໍາ ໄຊຍະລາດ, ອາຊີບ ພະນັກງານ ບໍານານ ກົມຄຸ້ມຂັງ ດັດສ້າງ ປະຈຸບັນບ້ານ ໂພນຊູ, ເມືອງ ວັງວຽງ ມອບອາວຸດປືນສັ້ນ ຈໍານວນ 10 ກະບອກ, ບັ້ງປືນ 01 ບັ້ັ້ງ ແລະ ລູກປືນ 08 ລູ
ອາວຸດປືນ ແລະ ລູກປືນດັ່ງກ່າວ ແມ່ນໄດ້ມອບໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຜູ້ຄຸ້ມຄອງ ແລະ ນໍາສົ່ງມອບຕໍ່ໃຫ້ແກ່ ສາງອາວຸດຍຸດໂທ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ, ເພື່ອຄຸ້ມຄອງຕາມລະບຽບກົດໝາຍ, ພ້ອມທັງໄດ້ລົງລາຍເຊັນໃນບົດບັນທຶກມອບ-ຮັບ ແລະ ໂອກາດນີ້ ທ່ານ ພັອ ສົມສະນິດ ຈັນທະວົງ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ ໄດ້ມອບໃບຊົມເຊີຍ ໃຫ້ແກ່ ບັນດາພາກສວນທີເອົາອາວຸດປືນເສີກມາມອບໃຫ້ກົມ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເພື່ອເປັນການຍໍ້ຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ທີ່ມີຕື່ນຕົວ, ເປັນເຈົ້າການ, ມີຄວາມຮັບຜິດຊອບສູງ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີ ໃນການນຳເອົາອາວຸດປືນເສິກມາມອບໃຫ້ແກ່ເຈົ້າໜ້າທີ່, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນຮຽບຮ້ອຍໃນສັງຄົມ