ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມ 509 ປກສ ລາວ ພົບປະແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກກົນໄກປະສານງານ ຮ່ວມກັບ ກົມ C06 ປກສ ຫວຽດນາມ

ໃນວັນທີ 8 ຕຸລາ 2026, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຈັດພິທີພົບປະແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດໂຄງການລະບົບຄຸ້ມຄອງພົນລະເມືອງ ແລະ ບັດປະຈຳຕົວ ຮ່ວມກັບ ກົມຄຸ້ມຄອງບໍລິຫານຄວາມສະຫງົບຮຽບຮ້ອຍທາງສັງຄົມ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ. ການພົບປະຄັ້ງນີ້ ເປັນປະທານຮ່ວມໂດຍ ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ທ່ານ ພົນຈັດຕະວາ ວູ້ ວັນ ເຕິນ ກົມຄຸ້ມຄອງບໍລິຫານຄວາມສະຫງົບຮຽບຮ້ອຍທາງສັງຄົມ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ, ໂດຍມີຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

 

ໃນໂອກາດອັນມີຄວາມໝາຍນີ້, Photoທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ໄດ້ລາຍງານພາບລວມ ແລະ ຜົນການດຳເນີນງານວຽກງານສຳມະໂນຄົວດິຈິຕ໋ອນຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃນໄລຍະຜ່ານມາ. ການພົບປະມີຈຸດປະສົງສຳຄັນເພື່ອແລກປ່ຽນປະສົບການ ແລະ ບົດຮຽນ ເພື່ອໃຫ້ກົມຄຸ້ມຄອງບໍລິຫານຄວາມສະຫງົບຮຽບຮ້ອຍທາງສັງຄົມ ເຂົ້າໃຈພາບລວມຂອງລະບົບ, ຂັ້ນຕອນການເຮັດວຽກ, ເຕັກນິກ, ການບໍລິຫານຖານຂໍ້ມູນ ແລະ ການປະສານງານ, ພ້ອມທັງຮ່ວມກັນກຳນົດວິທີການຮ່ວມມືໃຫ້ຊັດເຈນ, ຫຼຸດຄວາມຊ້ຳຊ້ອນ ແລະ ຍົກສູງປະສິດທິຜົນໃນການດຳເນີນງານຕົວຈິງ.

 

Photoທັງສອງຝ່າຍໄດ້ແລກປ່ຽນບົດຮຽນຢ່າງເລິກເຊິ່ງໃນຫຼາຍດ້ານ ເປັນຕົ້ນແມ່ນການກວດສອບ ແລະ ສົມທຽບຂໍ້ມູນ, ການຄຸ້ມຄອງຖານຂໍ້ມູນ, ການອອກບັດ ແລະ ຄຸ້ມຄອງບັດປະຈຳຕົວດິຈິຕ໋ອນ, ການນຳໃຊ້ ແອັບພລິເຄຊັນ LAeID ໃນການຢັ້ງຢືນຕົວຕົນ, ການຮັກສາຄວາມປອດໄພຂອງລະບົບ ຕະຫຼອດຮອດການຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ. ຈາກການຈັດຕັ້ງປະຕິບັດງານກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເນັ້ນໃສ່ການຮຽນຮູ້ບົດຮຽນສຳຄັນວ່າການຂັບເຄື່ອນວຽກງານດິຈິຕ໋ອນໃຫ້ບັນລຸຜົນ ຕ້ອງດຳເນີນໄປຄຽງຄູ່ກັນ 3 ດ້ານຫຼັກ ຄື: ດ້ານນິຕິກຳ, ດ້ານເຕັກໂນໂລຊີ ແລະ ດ້ານບຸກຄະລາກອນ ໂດຍມີຄຸນນະພາບ, ຄວາມປອດໄພ ແລະ ຄວາມຄົບຖ້ວນຂອງຂໍ້ມູນເປັນປັດໄຈຕັດສິນ. ພ້ອມດຽວກັນນີ້, ສອງຝ່າຍຈະໄດ້ສືບຕໍ່ຊ່ວຍເຫຼືອໃນການຂະຫຍາຍລະບົບຄຸ້ມຄອງພົນລະເມືອງ ແລະ ບັດປະຈຳຕົວຢູ່ລາວ ເຊິ່ງປະກອບມີ 3 ວຽກງານຄື: ການອອກບັດປະຈຳຕົວໃຫ້ເປົ້າໝາຍອາຍຸຕ່ຳກວ່າ 15 ປີ, ການຜັນຂະຫຍາຍການບໍລິການລັດແບບດິຈິຕ໋ອນ, ແລະ ການສ້າງສູນຢັ້ງຢືນຕົວຕົນທາງເອເລັກໂຕຣນິກ. ການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ, ພ້ອມທັງວາງແຜນການຖ່າຍທອດບົດຮຽນ ແລະ ກຳນົດກົນໄກຕິດຕາມ-ປະເມີນຜົນຢ່າງເປັນລະບົບ.

ການພົບປະແລກປ່ຽນບົດຮຽນຄັ້ງນີ້ ເປັນອີກກ້າວໜຶ່ງໃນການເສີມສ້າງການຮ່ວມມືລະຫວ່າງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ລາວ ແລະ ກົມຄຸ້ມຄອງບໍລິຫານຄວາມສະຫງົບຮຽບຮ້ອຍທາງສັງຄົມ ກະຊວງ ປກສ ສສ ຫວຽດນາມ ກໍຄື ກະຊວງປ້ອງກັນຄວາມສະຫງົບຂອງສອງປະເທດ ໃນການພັດທະນາວຽກງານສຳມະໂນຄົວ ແລະ ການບໍລິຫານການຢັ້ງຢືນຕົວຕົນດິຈິຕ໋ອນໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ມີປະສິດທິພາບ, ສອດຄ່ອງກັບເຈດຕະນາລົມຂອງຜູ້ນຳຂັ້ນສູງຂອງສອງປະເທດ.

ໃນຕອນທ້າຍຂອງພິທີ, ທັງສອງຝ່າຍໄດ້ເຊັນລົງນາມບົດບັນທຶກວ່າດ້ວຍ ກົນໄກປະສານງານ ລະຫວ່າງ ກົມ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ກົມຄຸ້ມຄອງບໍລິຫານຄວາມສະຫງົບຮຽບຮ້ອຍທາງສັງຄົມ ແລະ ໄດ້ມີພິທີມອບ-ຮັບຂອງຂວັນທີ່ລະນຶກ ເພື່ອເປັນສັນຍະລັກແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງກົມ ເຊິ່ງຈະໄດ້ຮັບການຈັດຕັ້ງປະຕິບັດ ແລະ ເພີ່ມພູນຄູນສ້າງໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ.