ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດພິທີມອບ-ຮັບ ອາວຸດປືນເສິກ

ໃນວັນທີ 12 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມ VIP ຊັ້ນ II, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບອາວຸດປືນເສິກ ໂດຍການເປັນປະທານຂອງ ທ່ານ ພັອ ຫົງຄຳ ພັນທະລັງສີ ຄະນະພັກກົມ ຫົວໜ້າພະແນກພະລາທິການ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ ພ້ອມດ້ວຍຕາງໜ້າພະແນກ ແລະ ພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ, 

ການມອບ-ຮັບອາວຸດປືນເສິກໃນຄັ້ງນີ້ ມີບຸກຄົນ ແລະ ຕົວແທນຕາງໜ້ານຳມາ ມອບຄື:

  1. Photoທ່ານ ຍົງ ຈັນທະວັງສີ ອາຊີບ ພະນັກງານບໍານານ ປະຈຸບັນຢູ່ບ້ານ ຕົງປາແຫຼບ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ, ມອບປືນ ປືນສັ້ນ ຈນວນ 2 ກະບອກ ແລະ ປືນຍາວ ຈໍານວນ 2 ກະບອກ, ບັ້ງປືນ 02 ບັ້ງ, ລູກປືນ 32.
  2. ທ່ານ ພຸດທະສອນ ວົງວິໄລ ອາຊີບນັກທຸລະກິດ ຢູ່ບ້ານຂຸນຕາ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ໄດ້ມອບອາວຸດປືນສັ້ນ ຈຳນວນ 1 ກະບອກ, ບັ້ງປືນ 1 ບັ້ງ ແລະ ລູກປືນ 17 ລູກ.
  3. ທ່ານ ດຣ. ພຸດທະລັດ ປັນຍາສິດ ອາຊີບພະນັກງານບຳນານ ໄດ້ມອບອາວຸດປືນສັ້ນ ຈຳນວນ 1 ກະບອກບັ້ງປືນ 1 ບັ້ງ ແລະ ລູກປືນ 8 ລຸກ.
  4. ທ່ານ ດຣ. ສົມສັກ ແສງປະຈັນ ອາຊີບນັກທຸລະກິດ ຢູ່ບ້ານໂພນເຄັງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໄດ້ມອບອາວຸດປືນຍາວ ຈຳນວນ 1 ກະບອກ, ບັ້ງປືນ 01, ລູກປືນ 30 ລູກ ແລະ ບັດອະນຸຍາດຖືປືນ 1 ໃບ ແລະ ຕາງໜ້າໃຫ້ ທ່ານ ດຣ. ສຸວັນນະເຮືອງ ສົມບຸນ ມອບອາວຸດປືນສັ້ນ ຈຳນວນ 1 ກະບອກ, ບັ້ງປືນ 01 ບັ້ງ, ລູກປືນ 06 ລູກ ແລະ ບັດອະນຸຍາດຖືປືນ 1 ໃບ.
  5. ທ່ານ ພູນສິດ ຫວນລິດມາວົງ, ອາຊີບພະນັກງານ ມອບອາວຸດປືນຈຳນວນ 3 ກະບອກ ປະກອບມີ: ປືນສັ້ນ ຈຳນວນ 1 ກະບອກ, ປືນຍາວ ຈໍານວນ 2 ກະບອກ ບັ້ງປືນ 02 ບັ້ງ, ລູກປືນ 02 ລູກ
  6. ທ່ານ ຄຳມູນ ວິພົງໄຊ ອາຊີບພະນັກງານບຳນານ ມອບອາວຸດປືນສັ້ນ ຈຳນວນ 1 ກະບອກ ບັ້ງປືນ 02 ບັ້ງແລະ ລູກປືນ 14 ລູກ.

ອາວຸດປືນ ແລະ ລູກປືນດັ່ງກ່າວ ແມ່ນໄດ້ມອບໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຜູ້ຄຸ້ມຄອງ ແລະ ນໍາສົ່ງມອບຕໍ່ໃຫ້ແກ່ ສາງອາວຸດຍຸດໂທ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ, ເພື່ອຄຸ້ມຄອງຕາມລະບຽບກົດໝາຍ, ພ້ອມທັງໄດ້ລົງລາຍເຊັນໃນບົດບັນທຶກມອບ-ຮັບ ແລະ ໂອກາດນີ້ ທ່ານ ພັອ ຫົງຄຳ ພັນທະລັງສີ ຄະນະພັກກົມ ຫົວໜ້າພະແນກພະລາທິການ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ ໄດ້ມອບໃບຊົມເຊີຍ ໃຫ້ແກ່ ບັນດາພາກສວນທີເອົາອາວຸດປືນເສີກມາມອບໃຫ້ກົມ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເພື່ອເປັນການຍໍ້ຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ທີ່ມີຕື່ນຕົວ, ເປັນເຈົ້າການ, ມີຄວາມຮັບຜິດຊອບສູງ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີ ໃນການນຳເອົາອາວຸດປືນເສິກມາມອບໃຫ້ແກ່ເຈົ້າໜ້າທີ່, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນຮຽບຮ້ອຍໃນສັງຄົມ. 

ໃນໂອກາດດັ່ງກ່າວ ທ່ານ ທ່ານ ດຣ. ພຸດທະລັດ ປັນຍາສິດ, ທ່ານ ດຣ. ສົມສັກ ແສງປະຈັນ, ທ່ານ ດສ. ສຸວັນນະເຮືອງ ສົມບຸນ, ທ່ານ ພຸດທະສອນ ວົງວິໄລ ຍັງໄດ້ນຳເອົາ ເຄື່ອງບໍລິໂພກ ມາມາໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໃນນີ້ມີ ນ້ຳດື່ມຈຳນວນ 20 ແພັກ ແລະ ໝີ່ ຈຳນວນ 10 ແກັດ ຕ່າງໜ້າຮັບໂດຍ ທ່ານ ພັອ ຫົງຄຳ ພັນທະລັງສີ ຄະນະພັກກົມ ຫົວໜ້າພະແນກພະລາທິການ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ.