ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ທ່ານ ສົມບູນ ຄານ ອຳນວຍການບໍລິສັດ ເອັສເຄອາ ໂກຣແອນຟູດ ຈຳກັດຜູ້ດຽວ, ໄດ້ມອບນຳ້ດື່ມຈຳນວນ 200 ແພັກໃຫ້ກົມ509

ໃນຕອນບ່າຍຂອງວັນທີ 26 ກັນຍາ 2024 ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ທ່ານ ສົມບູນ ຄານ ກຳມະການສູນກາງແນວລາວສ້າງຊາດ, ປະທານສະມາຄົມ ຮ່ວມມືຮ່ວມໃຈ , ອຳນວຍການບໍລິສັດ ເອັສເຄອາ ໂກຣແອນຟູດ ຈຳກັດຜູ້ດຽວ, ພ້ອມດ້ວຍຄະນະ. ໄດ້ມອບນຳ້ດື່ມຈຳນວນ 200 ແພັກ ລວມມູນຄ່າ 7,000,000 ກີບ, ໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ຕາງໜ້າກ່າວຮັບໂດຍ ທ່ານ ພັອ ລໍາໄພ ຍົດປະໄພ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ  ພ້ອມດ້ວຍຄະນະ, ຈຸດປະສົງໃນການມອບເຄື່ອງໃນຄັ້ງນີ້ ກໍ່ເພື່ອເປັນການປະກອບສ່ວນຊ່ວຍເຫຼືອວຽກງານປ້ອງກັນຄວາມສະຫງົບ ແລະ ເປັນກຳລັງໃຈໃຫ້ອ້າຍນ້ອງປະຈຳການໃນໄລຍະກອງປະຊຸມສຸດຍອດອາຊ່ຽນ ຄັ້ງທີ 44, 45 ພ້ອມທັງເຫັນໄດ້ເຖິງຄວາມໝາຍຄວາມສຳຄັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ. 

ໃນໂອກາດດຽວກັນນີ້້ ທ່ານ ພັອ ລຳໄພ ຍົດປະໄພ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານ ສົມບູນ ຄານ ທີ່ໄດ້ປະກອບສ່ວນຊຸກຍູ້ ແລະ ຍັງເຫັນເຖິງຄວາມໝາຍຄວາມສຳຄັນໃນການເຮັດໜ້າທີ່ວຽກງານວິຊາສະເພາະ ພ້ອມອວຍພອນໄຊອັນປະເສີດ ໃຫ້ຈົ່ງມີແຕ່ຄວາມສຸກຄວາມຈະເລີນໃນໜ້າທີ່ວຽກງານ ແລະ ມີພາລະນາໄມສົມບູນ.