ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປີດກອງປະຊຸມຄົ້ນຄວ້າ ປຶກສາຫາລື ການກະກຽມຄວາມພ້ອມໃນການລົງເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ
ໃນວັນທີ 04 ກັນຍາ 2026, ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ໄດ້ຈັດກອງປະຊຸມຄົ້ນຄວ້າ ປຶກສາຫາລື ກ່ຽວກັບການກະກຽມຄວາມພ້ອມໃນການລົງເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ. ໂດຍການເປັນປະທານຂອງ ທ່ານ ພັນເອກ ສົມສະນິດ ຈັນທະວົງ ຄະນະປະຈຳພັກກົມ, ຮອງເລຂາຄະນະພັກ, ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ; ໃຫ້ກຽດເຂົ້າຮ່ວມມີ ທ່ານ ພົຈວ ພັນ ວົງພະໄຕ, ທ່ານ ພົຈວ ສົມເພັດ ເພົ້າວົງດີ, ຕາງໜ້າຈາກ ກົມໃຫຍ່ພະລາ, ກົມໃຫຍ່ຕຳຫຼວດ, ກົມໃຫຍ່ສັນຕິບານ, ກອງບັນຊາການປ້ອງກັນເຄື່ອນທີ່, ກົມໃຫຍ່ການເມືອງ, ກົມ504 ພາກສ່ວນທີ່ກ່ຽວຂ້ອງ, ບັນດາພະແນກອ້ອມຂ້າງກົມ ແລະ ພະນັກງານ-ນັກຮົບ ພະແນກອາຊີບ-ພາຫະນະພິເສດ ເຂົ້າຮ່ວມຢ່າງພ້ອມພຽງ.
.jpeg)
.jpeg)
ທ່ານ ພັນເອກ ສີທັດ ຄຳມະນີວົງ ຄະນະພັກກົມ, ຫົວໜ້າພະແນກອາຊີບ-ພາຫະນະພິເສດ ໄດ້ຂື້ນຜ່ານຂໍ້ຕົກລົງ ສະບັບເລກທີ 655/ຄກຖ, ລົງວັນທີ 25 ສິງຫາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຈຸເຄື່ອນໄຫວ ຢູ່ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ບັນດາກົມກອງອ້ອມຂ້າງກະຊວງ ປກສ (ລວມ 45 ພາກສ່ວນ); ຜ່ານຂໍ້ຕົກລົງ ສະບັບເລກທີ 6572/ຄກຖ, ລົງວັນທີ 26 ສິງຫາ 2026 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເກັບກູ້ອາວຸດປືນຕາມບັນຊີຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃນຂອບເຂດທົ່ວປະເທດ (ຂັ້ນແຂວງ); ຜ່ານແຜນການເຄື່ອນໄຫວ ສະບັບເລກທີ 6727/ຄກຖ, ລົງວັນທີ 27 ສິງຫາ 2026 ການຂຶ້ນບັນຊີ, ເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ..jpeg)
ເພື່ອຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດໃຫ້ມີຄວາມເປັນເອກະພາບ ແລະ ໄດ້ຮັບຜົນດີ, ແຜນການໄດ້ກຳນົດຄາດໝາຍໃຫ້ສຳເລັດກ່ອນວັນທີ 31 ຕຸລາ 2026. ຂັ້ນຕອນການເຄື່ອນໄຫວປະກອບມີ: ການເຂົ້າພົບຫົວໜ້າຄະນະຮັບຜິດຊອບ, ເປີດກອງປະຊຸມເຜີຍແຜ່-ເຊື່ອມຊຶມເອກະສານນິຕິກຳ, ດຳເນີນການກວດກາສົມທຽບບັນຊີ, ແຈ້ງເຊີນຜູ້ທີ່ມີອາວຸດປືນ (ຄົນລາວ, ຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ) ໃຫ້ນຳອາວຸດມາມອບໃຫ້ການຈັດຕັ້ງ. ນອກນີ້, ຍັງໄດ້ຈັດຕັ້ງ "ຈຸສາຍກວດ" 26 ສະຫາຍ ແບ່ງເປັນ 2 ທີມງານ ລົງກວດກາຕາມສາຍທາງ, ລາດຕະເວນ ແລະ ເຂດທີ່ມີຄວາມສ່ຽງ ເປັນເວລາ 60 ວັນ (ເລີ່ມ 01 ກັນຍາ ຫາ 30 ຕຸລາ 2026).
ຫຼັງຈາກນັ້ນ, ທ່ານ ປະທານກອງປະຊຸມ ໄດ້ສະເໜີໃຫ້ຄະນະຮັບຜິດຊອບ ລາຍງານການກະກຽມຄວາມພ້ອມ. ພ້ອມທັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ເພື່ອຊອກຫາວິທີການ, ມາດຕະການໃນການຈັດຕັ້ງປະຕິບັດຕົວຈິງໃຫ້ມີຄວາມສະດວກ, ວ່ອງໄວ, ຖືກຕ້ອງຕາມລະບຽບກົດໝາຍ ແລະ ມີປະສິດທິພາບສູງສຸດ.
ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ທິດທາງໃຫ້ກັບຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບແຜນການທີ່ວາງໄວ້..jpeg)
.jpeg)
.jpeg)
