ໜ່ວຍພັກຮາກຖານ ຫ້ອງການກົມ ເປີດບັ້ນດຳເນີນຊີວິດການເມືອງ ສຳຫຼວດກວດກາຕີລາຄາປະເພດສະມາຊິກພັກ ແລະ ຄັດເລືອກໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026
ໃນລະວັນທີ 04 ກັນຍາ 2026, ໜ່ວຍພັກຮາກຖານ ຫ້ອງການກົມ ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງ ສຳຫຼວດກວດກາຕີລາຄາປະເພດສະມາຊິກພັກ ແລະ ຄັດເລືອກໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ຢ່າງເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ພັທ ສີພະຈັນ ໝັ້ນສຸລິດ ເລຂາໜ່ວຍພັກຮາກຖານ ຫົວໜ້າ ຫ້ອງການກົມ ພ້ອມດ້ວຍບັນດາຄະນະໜ່ວຍພັກຮາກຖານ ແລະ ສະມາຊິກພັກສົມບູນ, ສຳຮອງ ພາຍໃນຫ້ອງການ ເຂົ້າຮ່ວມ.
ໃນກອງປະຊຸມ
ສະຫາຍ ພັທ ສີພະຈັນ ໝັ້ນສຸລິດ ໄດ້ນຳພາເຊື່ອມຊຶມບັນດາເອກະສານສຳຄັນ ເປັນຕົ້ນແມ່ນ: ເອກະສານການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳນາຍ ແລະ ພົນຕຳຫຼວດ, ຂໍ້ຫ້າມສຳລັບສະມາຊິກພັກ ແລະ ນາຍ-ພົນຕຳຫຼວດ, ຄຳສັ່ງແນະນຳ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສະບັບເລກທີ 06/ຄພ ປກສ, ລົງວັນທີ 15 ກັນຍາ 2025 ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງແນະນໍາວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນກຳລັງປ້ອງກັນຄວາມສະຫງົບ ສະບັບເລກທີ 5453/ກມປສ, ລົງວັນທີ 23 ຕຸລາ 2025, ການເຊື່ອມຊຶມເອກະສານທັງໝົດນີ້ ເພື່ອຍົກສູງຄຸນທາດການເມືອງ, ສຶກສາອົບຮົມລະບຽບກົດໝາຍ, ຮັບປະກັນໃຫ້ການສຳຫຼວດກວດກາຕີລາຄາປະເພດສະມາຊິກພັກ ແລະ ການປະເມີນຄັດເລືອກໜ່ວຍພັກ ດຳເນີນໄປຢ່າງມີຄຸນນະພາບ, ຖືກຕ້ອງຕາມເກນມາດຕະຖານ ແລະ ສືບຕໍ່ປັບປຸງກໍ່ສ້າງໜ່ວຍພັກໃຫ້ມີຄວາມ ເຂັ້ມແຂງ, ໜັກແໜ້ນ ແລະ ເພື່ອການສຳຫຼວດກວດກາປະຈຳປີ ໃຫ້ເປັນຂະບວນຟົດຟື້ນ, ເລິກເຊິ່ງເຖິງຖອງ ແລະ ໄດ້ຄຸນນະພາບສູງ, ພ້ອມນັ້ນຍັງໄດ້ແນະນຳວິທີການສໍາຫຼວດກວດກາຕີລາຄາແບ່ງ ປະເພດສະມາຊິກພັກ ແລະ ຄັດເລືອກໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມບາດກ້າວ, ຂັ້ນຕອນ ແລະ ມາດຕະຖານທີ່ຄະນະພັກຂັ້ນເທິງວາງອອກ;
ໃນຕອນທ້າຍ,
ໄດ້ເນັ້ນໃຫ້ ສະມາຊິກພັກທຸກສະຫາຍ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມມະຕິ, ຄຳສັ່ງ ແລະ ກົດລະບຽບຂອງພັກ ເພື່ອໃຫ້ສະມາຊິກພັກມີທັດສະນະຫຼັກໝັ້ນການເມືອງທີ່ໜັກແໜ້ນ; ຍົກສູງຄວາມຮັບຜິດຊອບ ແລະ ແບບແຜນວິທີເຮັດວຽກ, ປັບປຸງຂັ້ນຕອນການເຮັດວຽກໃຫ້ມີຄວາມທັນສະໄໝ, ເຄົາລົບກົດລະບຽບ, ເຮັດວຽກຢ່າງມີຈຸດປະສົງ, ພ້ອມທັງຄົ້ນຄວ້າຮັບຮອງເອົາຄາດໝາຍສູ້ຊົນຂອງໜ່ວຍພັກໃນປີຕໍ່ໜ້າ ຮັບປະກັນໃຫ້ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ບັນລຸຜົນສຳເລັດ ຕາມຈຸດປະສົງຄາດໝາຍທີ່ວາງໄວ້.