ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ ແລະ ວຽກງານປູພື້ນກະກຽມໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45, ທີ່ ສ ປປ ລາວເປັນ້ຈົ້າພາບ,

ກອງປະຊຸມການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ ແລະ ວຽກງານປູພື້ນກະກຽມໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45, ຕິດພັນກັບວຽກງານສ້າງບ້ານປ້ອງກັນຄວາມສະຫງົບດີ ຢູ່ ເມືອງໄຊເສດຖາ ໃນວັນທີ 27 ກັນຍາ 2024 ທີ່ຫ້ອງການປົກຄອງເມືອງໄຊເສດຖາ ໂດຍການເປັນປະທານຂອງທ່ານ ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮອງຫົວໜ້າຄະນະຮັບຜິດຊອບຊີ້ນຳກໍ່ສ້າງຮາກຖານ ການເມືອງນະຄອນຫຼວງວຽງຈັນ, ມີທ່ານ ນາງ ວິໄລວອນ ຈັນທະລາຕີ ກຳມະການພັກນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງໆ ໄຊເສດຖາ, ມີຄະນະຫ້ອງ, ກອງບັນຊາການ ປກສ ເມືອງ, ກອງເສນາຮາກຖານການເມືອງນະຄອນຫຼວງວຽງຈັນ, ປກສ ກຸ່ມ, ພະນັກງານກໍ່ສ້າງຮາກຖານ ແລະ ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ພັທ ສັງທອງ ພັນວົງສາ ຫົວໜ້າກອງບັນຊາການ ປກສ ເມືອງ ໄຊເສດຖາ ຂື້ນລາຍງານການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ ແລະ ວຽກງານປູພື້ນກະກຽມໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45, ທີ່ລາວເປັນເຈົ້າພາບ, ຕິດພັນກັບວຽກງານສ້າງບ້ານປ້ອງກັນຄວາມສະຫງົບດີໃຫ້ຮູ້ວ່າ: ເຊີ່ງໃນໄລຍະຜ່ານມາແມ່ນໄດ້ເອົາໃຈໃສ່ເຮັດວຽກງານວິຊາສະເພາະສຳເລັດຫຼາຍດ້ານເປັນຕົ້ນແມ່ນວຽກງານຄຸ້ມຄອງສຳມະໂນຄົວ, ຄຸ້ມຄອງການເໜັງຕິງຂອງພົນລະເມືອງ, ຂື້ນທະບຽນສຳມະໂນຄົວໃຫ້ພົນລະເມືອງ, ທົ່ວເມືອງໄຊເສດຖາ ປະກອບມີ 7 ກຸ່ມ, ມີ 48 ບ້ານ, ມີ 26,007 ຄອບຄົວ, ມີ 2,000 ໜ່ວຍ, ມີ 28,297 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 126,801 ຄົນ, ຍິງ 65,776 ຄົນ, ອາຍຸ 15 ປີ ຂຶ້ນໄປ 87,241 ຄົນ, ຍິງ 43,503 ຄົນ, ໃນນີ້, ມີພົນລະເມືອງຕ່າງດ້າວ 537 ຄົນ, ຍິງ 242 ຄົນ, ອາຍຸ 15 ປີຂຶ້ນໄປ 475 ຄົນ, ຍິງ 208 ຄົນ, ເກັບກຳພົນລະເມືອງລາວທີ່ມາພັກເຊົາຊົ່ວຄາວໄດ້ທັງໝົດ 550 ຄອບຄົວ, 1,650 ຄົນ, ຍິງ 330 ຄົນ, ເກັບກຳເປົ້າໝາຍອາຊະຍາກຳປະເພດຕ່າງໆໄດ້ 161 ຄົນ, ຍິງ 03 ຄົນ, ເກັບກຳຄົນຕ່າງປະເທດທີ່ມາພັກເຊົາ ແລະ ເຄື່ອນໄຫວປະກອບອາຊີບໄດ້ 889 ຄົນ, ຍິງ 230 ຄົນ, ຂື້ນບັນຊີ ແລະ ເກັບກຳເປົ້າໝາຍຢາເສບຕິດໄດ້ 815 ຄົນ, ຍິງ 72 ຄົນ, ກວດກາປະເມີນຄືນຄອບຄົວປ້ອງກັນຄວາມ ສະຫງົບດີ ໃນ 48 ບ້ານ, ສາມາດປະເມີນຄອບຄົວປ້ອງກັນຄວາມສະຫງົບ, ເຮັດບົດບັນທຶກປ້ອງກັນຄວາມສະຫງົບກັບຄອບຄົວໄດ້: 25,366 ຄອບຄົວ. ສະຫງົບດີ ສໍາເລັດ, ເຮັດບົດບັນທຶກກັບຫ້າງຮ້ານໄດ້ 2,087 ຮ້ານ, ເຮັດບົດບັນທຶກກັບ ຫົວໜ່ວຍທຸລະກິດ ໄດ້ 1,121 ຫົວໜ່ວຍ.
ໃນຕອນບ່າຍຂອງວັນດຽວກັນທ່ານ ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮອງຫົວໜ້າຄະນະຮັບຜິດຊອບຊີ້ນຳກໍ່ສ້າງຮາກຖານ ການເມືອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ, ໄດ້ສືບຕໍ່ລົງຊຸກຍູ້ບ້ານຕົວແບບ ຢູ່ບ້ານນາໄຊ  ເມືອງໄຊເສດຖາ ໂດຍມີທ່ານ ນາງ ວິໄລວອນ ຈັນທະລາຕີ ກຳມະການພັກນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງໆ ໄຊເສດຖາ ກອງບັນຊາການ ປກສ ເມືອງ, ກອງສານາກໍ່ສ້າງຮາກຖານ, ປກສ  ແລະ ການຈັດຕັ້ງບ້ານເຂົ້າຮ່ວມ, ໃນໂອກາດດຽວກັນກໍ່ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຂອງບ້ານ ແລະການປະກອບຄຳເຫັນຂອງຕາງໜ້າແຕ່ລະບ້ານ ໃນການກຽມພ້ອມໃຫ້ແກ່ວຽກງາຈປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ທີ່ ສ ປປ ລາວເປັນເຈົ້າພາບ  ຕິດພັນກັບວຽກງານສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໃຫ້ປະກົດຜົນເປັນຈິງ