
ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມ509 ຄະນະຮັບຜິດຊອບຊີ້ນຳກໍ່ສ້າງຮາກຖານ ການເມືອງນະຄອນຫຼວງວຽງຈັນໄດ້ລົງຊຸກຍູ້ວຽກງານ ຢູ່ ເມືອງໄຊທານີ
ໃນວັນທີ 30 ກັນຍາ 2024 ນີ້ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຄະນະຮັບຜິດຊອບຊີ້ນຳກໍ່ສ້າງຮາກຖານ ການເມືອງນະຄອນຫຼວງວຽງຈັນໄດ້ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ ແລະ ວຽກງານປູພື້ນກະກຽມໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45, ຕິດພັນກັບວຽກງານສ້າງບ້ານປ້ອງກັນຄວາມສະຫງົບດີ ຢູ່ ເມືອງໄຊທານີ, ມີທ່ານ ຄຳເຫວີຍ ສິງຫາທຳ ຄະນະປະຈຳພັກເມືອງ ຫົວໜ້າໂຄສະນາອົບຮົມເມືອງໄຊທານີ ມີບັນດາຫົວໜ້າ, ຄະນະກອງບັນຊາການ ປກສ ເມືອງ, ກອງເສນາຮາກຖານການເມືອງນະຄອນຫຼວງວຽງຈັນ, ປກສ ກຸ່ມ, ແລະ ພະນັກງານກໍ່ສ້າງຮາກຖານເຂົ້າຮ່ວມ.
ທ່ານພັທ ວຽງຄຳ ຈັນທະວົງສາ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ຕ່າງໜ້າຄະນະພັກ, ຄະນະກອງບັນຊາການ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານປູພື້ນກະກຽມໃຫ້ແກ່ວຽກງານປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ທີ່ລາວເປັນເຈົ້າພາບ ໃຫ້ຮູ້ວ່າ: ເມືອງໄຊທານີ ເປັນເມືອງໜຶ່ງໃນ 9 ເມືອງ ຂອງນະຄອນຫຼວງວຽງຈັນ ມີເນື້ອທີ່ 916 ກິໂລຕາແມັດ, ປະກອບມີ 11 ກຸ່ມ, ມີ 104 ບ້ານ, ມີ 3,300 ໜ່ວຍ, ມີ 46,722 ຄອບຄົວ, ມີ 48,569 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 244,038 ຄົນ, ຍິງ 125,271 ຄົນ, ອາຍຸ 15 ປີຂື້ນໄປ 172,051 ຄົນ, ຍິງ 89,687 ຄົນ, ເກັບກໍາພົນລະເມືອງລາວທີ່ມາພັກເຊົາຊົ່ວຄາວໄດ້ທັງໝົດ 14,207 ຄົນ, ຍິງ 8,128 ຄົນ, ຜ່ານການຈັດຕັ້ງປະຕິບັດ ວຽກງານປູພື້ນ 104 ບ້ານ ທົ່ວເມືອງໄຊທານີ ສາມາດເກັບກໍາເປົ້າໝາຍ ກໍ່ອາຊະຍາກໍາຕ່າງໆທາງອາຍາ ແລະ ເປົ້າໝາຍຄ້າຂາຍມົ້ວສຸມສິງເສບຕິດ ທັງໝົດ: 2,685 / 128 ຄົນ, ການແກ້ໄຂບັນຫາຢາເສບຕິດ ມີ 122 ເລື່ອງ, ວຽກງານສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບໄດ້ 101 ບ້ານ ມີ 40,303 ຄອບຄົວ; ທິດທາງຕໍ່ໜ້າແມ່ນຈະສືບຕໍ່ເຮັດວຽກງານການເມືອງ-ແນວຄິດ ໃຫ້ແກ່ກໍາລັງ ທີ່ຢູ່ໃນຄວາມຮັບຜິດຊອບຢ່າງທົວເຖິງ; ກໍາແໜ້ນສະພາບ, ເກັບກໍາຂຶ້ນບັນຊີເປົ້າໝາຍເຄື່ອນໄຫວກໍ່ຄວາມບໍ່ສະຫງົບທາງດ້ານຕ່າງໆ ໃຫ້ຮັດກຸມ; ສືບຕໍ່ຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານວິຊາສະເພາະ ການຈັດສັນຄວາມເປັນລະບຽບຮຽບຮ້ອຍ ເພື່ອກະກຽມຄວາມພ້ອມໃຫ້ແກ່ງານສຳຄັນຕ່າງໆຂອງພັກ, ຂອງຊາດໃຫ້ມີຄວາມສະຫງົບ ປອດໄພໂດຍພຶ້ນຖານ; ສືບຕໍ່ເປັນເສນາທິການໃຫ້ແກ່ຂັ້ນເທິງ ແລະ ສົມທົບທຸກພາກສ່ວນ ກະກຽມຄວາມພ້ອມເຮັດວຽກງານປ້ອງກັນຄວາມສະຫງົບ ໂດຍສະເພາະກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມໃຫຍ່ຂອງພັກ 03 ຂັ້ນຂອງພັກ.
ໃນຕອນທ້າຍຂອງກອງປະຊຸມທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃນຄັ້ງນີ້ ເຊິ່ງກ່ອນອື່ນທ່ານກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ປກສ ເມືອງໄຊທານີ ຍາດມາໄດ້ໃນໄລຍະຜ່ານມາພ້ອມທັງເນັ້ນໜັກໃຫ້ ປກສ ເມືອງໄຊທານີເອົາໃຈໃສ່ວຽກງານການເມືອງແນວຄິດເປັນບັນຫາສຳຄັນ, ເພີ່ມທະວີການເຮັດວຽກງານວິຊາສະເພາະເປັນຕົ້ນແມ່ນ: ການຄຸ້ມຄອງການເໜັງຕິງຂອງພົນລະເມືອງ; ການຂື້ນທະບຽນສຳມະໂນຄົວ, ການອອກບັດປະຈຳຕົວ; ເອົາໃຈໃສ່ສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບ; ການແກ້ໄຂປະກົດການຫຍໍ້ທໍ້ຕິດພັນກັບການແກ້ໄຂວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ຜັນຂະຫຍາຍລົງສູ່ຮາກຖານ ປະຊາຊົນ ເຮັດໃຫ້ຮາກຖານມີຄວາມສະຫງົບເພື່ອຮັບປະກັນໄດ້ໃນຊ່ວງໄລຍະກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ນີ້ໃຫ້ມີຄວາມສະຫງົບ 100%.

