ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພັອ ສີບຸນເຮືອງ ໄຊຍະເພັດ ໄປສົ່ງ ແລະ ຊຸກຍູ້ຊີ້ນຳວຽກງານວິຊາະສະເພາະໃຫ້ກຳລັງທີ່ລົງປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45

ໃນວັນທີ 5 ຕຸລາ 2024 ທ່ານ ພັອ ສີບຸນເຮືອງ ໄຊຍະເພັດ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ  ໄດ້ນຳສົ່ງກຳລັງ ແລະ ຊຸກຍູ້ຊີ້ນຳວຽກງານວິຊາສະເພາະໃຫ້ກຳລັງປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງມີ 44-45 ທີ່ປະຈຳຢູ່ແຕ່ລະຈຸບ້ານ.

ພາຍຫຼັງໄດ້ຮັບແຕ່ງຕັ້ງຈາກຂັ້ນເທິງ ທາງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ນຳກຳລັງລົງເຮັດວຽກງານປ້ອງກັນຢູ່ແຕ່ລະຈຸດ ໂດຍສົມທົບກັບກໍາລັງເຈົ້າໜ້າທີ່ຫຼາຍພາກສ່ວນເປັນຕົ້ນ: ປກສ ເມືອງ, ທະຫານເມືອງ, ວິທະຍາຄານຕຳຫຼວດປະຊາຊົນ ແລະ ອໍານາດການປົກຄອງບ້ານ ໃນ 9 ຕົວເມືອງຂອງນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ໄລຍະດຳເນີນກອງປະຊຸມສຸດຍອດອາຊຽນ 44, 45 ມີຄວາມສະຫງົບ ແລະ ປອດໄພ