ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພັອ ລີຊວາ ໄຊຍະຊ່າງ ລົງກວດກາ ແລະ ຊີ້ນຳວຽກງານວິຊາສະເພາະ

ໃນຄອນຄ່ຳ ຂອງວັນ 07 ຕຸລາ 2024 ທ່ານພັອ ລີຊວາ ໄຊຍະຊ່າງ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ກວດກາ ແລະ ຊຸກຍຼ້ຊີ້ນຳວຽກງານວິຊາສະເພາະໃຫ້ກຳລັງປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງມີ 44-45 ທີ່ປະຈຳຢູ່ຈຸດບ້ານ ສະພັງມຶກ, ຊ້າງຄູ້, ພະຂາວ ຂອງເມືອງໄຊທານີ ແລະ ບ້ານໜອງດ້ວງເໜືອ, ດົງນາໂຊກ, ວັດໄຕນ້ອຍທົ່ງ ເມືອງສີໂຄດຕະບອງ, ນວ.

ໃນໂອກາດທີ່ໄດ້ລົງມາເຄື່ອນກວດກາ ຢູ່ແຕ່ລະຈຸດປ້ອງກັນ ທ່ານຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະແຕ່ລະຈຸດປ້ອງກັນໂດຍຫຍໍ້ ໂດຍພື້ນຖານແລ້ວແຕ່ລະຈຸດປ້ອງກັນຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງນັບແຕ່ໄດ້ບັນຈຸກໍາລັງ ລົງມາຮອດມື້ນີ້ແມ່ນສາມາດຮັກສາໄດ້ຄວາມສະຫງົບ, ຄວາມປອດໄພຮອດດ້ານໄດ້ຮ້ອຍສ່ວນຮ້ອຍ.
+ ພ້ອມທັງເນັ້ນໜັກໃຫ້ແຕ່ລະຈຸດຕ້ອງເພີ່ມທະວີສືບຕໍ່ເອົາໃຈໃສ່ສຸມທຸກກໍາລັງແຮງເຂົ້າໃນການປ້ອງກັນກອງປະຊຸ ມສຸດຍອດອາຊຽນຄັ້ງທີ 44,45 ໃນຄັ້ງນີ້ໃຫ້ຮັບປະກັນໄດ້ຄວາມສະຫງົບຄວາມປອດໄພຮ້ອຍສ່ວນຮ້ອຍ ແລະ ມີຜົນສໍາເລັດອັນຈົບງາມ.