ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີເຊັນສັນຍາບໍລິການຈັດສົ່ງບັດປະຈຳຕົວປະຊາຊົນລາວລ

ໃນຕອນບ່າຍຂອງວັນທີ 15 ຕຸລາ 2024 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີເຊັນສັນຍາບໍລິການຈັດສົ່ງບັດປະຈຳຕົວປະຊາຊົນລາວລະຫວ່າງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ບໍລິສັດ ຮຸ່ງອາລຸນ ໂລຈຈິສຕິກ ຈຳກັດ ເປັນກຽດໃນພິທີເຊັນສັນຍາໃນຄັ້ງນີ້ໂດຍ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ທ່ານ ສິງສະຫວັນ ມາຢົງເຊິນ ປະທານບໍລິສັດ ຮຸ່ງອາລຸນໂລຈິສຕິກ ຈຳກັດ, ມີບັນດາຄະນະກົມ, ຮອງກົມ,​ ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານຈາກບໍລິສັດ ຮຸ່ງອາລຸນໂລຈິສຕິກ ເຂົ້າຮ່ວມ.

ທ່ານ ສິງສະຫວັນ ມາຢົງເຊິນ ປະທານບໍລິສັດ ຮຸ່ງອາລຸນໂລຈິສຕິກ ຈຳກັດ ໄດ້ຂືນຜ່ານຮ່າງສັນຍາບໍລິການຈັດສົ່ງບັດປະຈຳຕົວປະຊາຊົນລາວ ວ່າ: ການເຊັນສັນຍາບໍລິການຈັດສົ່ງບັດປະຈຳຕົວປະຊາຊົນລາວ ໃນຄັ້ງນີ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຕົກລົງໃຫ້ບໍລິການຈັດສົ່ງບັດປະຈຳຕົວປະຊາຊົນລາວ ໃນຂອບເຂດທົ່ວປະເທດ ໃຫ້ແກ່ ບໍລິສັດຮຸ່ງອາລຸນໂລຈິສຕິກ ຈຳກັດ ບໍລິການການຈັດສົ່ງບັດປະຈຳຕົວປະຊາຊົນລາວຈາກສູນກາງ ນະຄອນຫຼວງ ຫາ ຫ້ອງການສຳມະໂນຄົວຂອງບັນດາກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ພາຍໃນຂອບເຂດທົ່ວປະເທດ 

ຈາກນັ້ນໃນຕອນທ້າຍທັງສອງຝ່າຍກໍ່ໄດ້ລົງນາມເຊັນສັນຍາບໍລິການຈັດສົ່ງບັດປະຈຳຕົວປະຊາຊົນລາວຮ່ວມກັນ ໂດຍທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ທ່ານ ສິງສະຫວັນ ມາຢົງເຊິນ ປະທານບໍລິສັດ ຮຸ່ງອາລຸນໂລຈິສຕິກ ຈຳກັດ ໂດຍມີຕ່າງໜ້າທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.