
ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເປັນກຽດໂອ້ລົມໃຫ້ທິດຊີ້ນຳ ແລະ ໃຫ້ກຽດມອບໃບຢັ້ງຢືນການລົງກໍ່ສ້າງຮາກຖານການເມືອງ ໃຫ້ພະນັກງານທີ່ໄດ້ສຳເລັດການລົງກໍ່ສ້າງຮາກຖານ ໃນພິທີປິດຝຶກອົບຮົມວຽກງານກໍ່ສ້າງຮາກຖານ
ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເປັນກຽດໂອ້ລົມໃຫ້ທິດຊີ້ນຳ ແລະ ໃຫ້ກຽດມອບໃບຢັ້ງຢືນການລົງກໍ່ສ້າງຮາກຖານການເມືອງ ໃຫ້ພະນັກງານທີ່ໄດ້ສຳເລັດການລົງກໍ່ສ້າງຮາກຖານ ໃນພິທີປິດຝຶກອົບຮົມວຽກງານກໍ່ສ້າງຮາກຖານ ຂອງຕອນບ່າຍຂອງວັນທີ 7 ມັງກອນ 2025 ໂດຍມີຄະນະກົມ, ຮອງກົມ, ຄູອາຈານທີ່ຈະຂຶ້ນບັນຍາຍເອກະສານ, ຄະນະຮັບຜິດຊອບຝຶກອົບຮົມ ແລະ ພະນັກງານທີ່ຈະລົງກໍ່ສ້າງຮາກຖານການເມືອງເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກໍ່ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ບັນສະຫາຍທີ່ໄດ້ເຮັດສຳເລັດໜ້າທີ່ໃນການລົງກໍ່ສ້າງຮາກຖານການເມືອງ ແລະ ຕໍ່ກັບສະຫາຍທີ່ລົງໄປປະຕິບັດໜ້າທີ່ກໍ່ໃຫ້ບັນດາສະຫາຍ ນໍາເອົາເນື້ອໃນຈິດໃຈຂອງການຝຶກອົບຮົມໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຮັດຕົວຈິງຢ່າງມີຈຸດສຸມ, ດ້ວຍຄວາມຮັບຜິດຊອບສູງ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ, ປຸກລຸກຂົນຂວາຍກໍາລັງແຮງຂອງມະຫາຊົນ,ຊາວໜຸ່ມ - ແມ່ຍິງເພື່ອໃຫ້ເຂົາເຈົ້າກໍາແໜ້ນ, ເຊື່ອມຊືມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດປະຕິບັດສິດ ແລະ ພັນທະຂອງຕົນ, ມີສ່ວນຮ່ວມຕໍ່ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃຫ້ກາຍເປັນຂອງທົ່ວປວງຊົນສະໜັບສະໜູນສ້າງຂໍ້ແຂ່ງຂັນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ປອດຢາເສບຕິດ, ພ້ອມນັ້ນກໍ່ໄດ້ສ້າງທຸກເງື່ອນໄຂເພື່ອເຮັດໃຫ້ບ້ານ, ກຸ່ມບ້ານກາຍເປັນບ້ານພັດທະນາ, ກາຍເປັນບ້ານແບບຢ່າງທາງດ້ານສາທາລະນະສຸກ, ແຕ່ລະຄອບຄົວພາຍໃນບ້ານມີຄວາມສະຫງົບສຸກ, ເອົາໃຈໃສ່ຢ່າງຈິງຈັງຕໍ່ກັບການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆເປັນຕົ້ນແມ່ນ: ວຽກງານຄຸ້ມຄອງສໍາມະໂນຄົວ: ກວດກາ, ຄຸ້ມຄອງການເໜັງຕີງຂອງພົນເມືອງ, ເກັບກໍາຄົນຫຼຸດ-ຄົນເພີ່ມ, ຄົນມາພັກເຊົາຊົ່ວຄາວ-ບໍ່ມີໜ້າຊົ່ວຄາວ; ໂດຍຕິດພັນກັບ 2 ວາລະແຫ່ງຊາດ ແລະ ທິດທາງແຜນການຂອງກະຊວງ ປກສ ເຮົາວາງອອກ ຈາກນັ້ນ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ກໍ່ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ພະນັກງານຮາກຖານທີ່ສຳເລັດການລົງກໍ່ສ້າງຮາກຖານການເມືອງຕື່ມອີກ.

