ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີມອບຮັບ ໃບຢັ້ງຢືນໃຫ້ແກ່ພະນັກງານ ທີ່ສຳເລັດຊຸດເຝິກອົບຮົມນຳໃຊ້ລະບົບຄຸ້ມຄອງພົນລະເມືອງລາວ

ໃນວັນທີ 26 ກຸມພາ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນ ໃຫ້ແກ່ນັກສຳມະນາກອນ ທີ່ສຳເລັດຊຸດເຝິກອົບຮົມນຳໃຊ້ລະບົບຄຸ້ມຄອງພົນລະເມືອງ ໂດຍການເປັນປະທານຂອງທ່ານ ພັອ ລໍາໄພ ຍົດປະໄພ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ,ມີນັກຊ່ຽວຊານ-ວິຊາການ ຈາກບໍລິສັດພອນຊີສເຕັມ, ຄະນະຄູຝຶກ ແລະ ນັກສຳມະນາກອນເຂົ້າຮ່ວມ ຢ່າງພ້ອມພຽງ. 

          ທ່ານ ພັທ ຫົງຄຳ ພັນທະລັງສີ ຫົວໜ້າພະແນກ ອອກບັດປະຈຳຕົວຄົນລາວ-ຄົນຕ່າງດ້າວ ໄດ້ຂຶ້ນຜ່ານລາຍຜົນການຝືກອົບຮົມໃຫ້ຮູ້ວ່າ:  ຜ່ານການເປີດຝຶກອົບຮົມ ນັບແຕ່ວັນທີ 17 - 26 ກຸມພາ 2025 ຄະນະ​ກອງເລຂາໂຄງການ ສາມາດສະຫຼຸບຜົນການຝຶກອົບຮົມ ການນຳໃຊ້ລະບົບຄຸ້ມຄອງພົນລະເມືອງລາວ (ລະບົບບັດປະຈຳຕົວ ໄລຍະທີ 01) ໃຫ້ກອງບັນຊາການ ປກສ ແຂວງ, ປກສ ເມືອງ ໃນ 07 ແຂວງ ນັກ​ສໍາມະ​ນາກ​ອນຈໍານວນ 100 ສະຫາຍ, ຍິງ 38 ສະຫາຍ ມີຄູູຝຶກຈາກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈໍານວນ 20 ສະຫາຍ, ຍິງ 08 ສະຫາຍ ແລະ ຊຽ່ວຊານ-ວິຊາການຈາກບໍລິສັດພອນສິດສະເຕັ້ມ ຈໍານວນ: 08 ທ່ານ, ຍິງ 05 ທ່ານ; ການຈັດຕັ້ງຝືກອົບຮົມໃນຄັ້ງນີ້ເພື່ອຜັນຂະຫຍາຍເຂົ້າສູ່ວຽກງານ ຄຸ້ມຄອງສຳມະໂນຄົວ ແລະ ອອກບັດປະຈຳຕົວ ໃນຂອບເຂດທົ່ວປະເທດ ແລະ ຜ່ານການຝຶກອົບຮົມໃນເບື້ອງຕົ້ນເຫັນວ່າ ນັກສຳມະນາກອນ ສ່ວນຫຼາຍ ແມ່ນມີຄວາມຕັ້ງໃຈ ແລະ ຄວາມຮັບຜິດຊອບສູງ ໃນການປະຕິບັດໂມງເວລາ, ເອົາໃຈໃສ່ເຝີກຊ້ອມ ທົດລອງແຕ່ລະຫົວຂໍ້ຂອງການເຝີກອົບຮົມ ເຮັດໃຫ້ແຕ່ລະສະຫາຍມີຄວາມຕັ້ງໃຈ ແລະ ສາມາດນໍາໃຊ້ລະບົບຊອບແວຣ໌ ຄຸ້ມຄອງພົນລະເມືອງ ແລະ ລະບົບບັດປະຈໍາຕົວເຂົ້າໃນວຽກງານວິຊາສະເພາະໄດ້ ຕາມຄາດໝາຍ.

          ໃນໂອກາດທີ່ມີຄວາມໝາຍ ຄວາມສຳຄັນນີ້ ທ່ານ ພັອ ລໍາໄພ ຍົດປະໄພ ຮອງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງກ່ອນອື່ນ ທ່ານກໍໄດ້ສະອໍແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບບັນດານັກສຳມະນາກອນທຸກສະຫາຍ ທີ່ມີຜົນການຮຽນທີ່ໄດ້ຮັບຄະແນນສອບເສັງທີ່ດີ ສາມາດກຳໄດ້ເຖິງຂັ້ນຕອນຕ່າງໆໃນການນຳໃຊ້ລະບົບ ໂປຣແກຣມດັ່ງກ່າວ ແລະ  ປະຕິບັດ​ຕາມໂມງ​​ເວລາໃນການຮຽນ ຖືກຕ້ອງຕາມກຳນົດ, ​ເອົາ​ໃຈ​ໃສ່ການ​​ຝຶກຊ້ອມ, ທົດ​ລອງ​ແຕ່​ລະ​ຫົວ​ຂໍ້​ຂອງ​ການ​​ຝຶກອົບຮົມ ​ເຮັດ​ໃຫ້​ແຕ່​ລະສະ​ຫາຍ​ມີ​ຄວາມ​ເຂົ້າ​ໃຈໄດ້ຢ່າງວ່ອງໄວ ສາມາດນຳໄປຜັນຂະຫຍາຍຈັດຕັ້ງປະຕິບັດຢູ່ບັນດາທ້ອງຖິ່ນຂອງຕົນ, ຫຼັງຈາກນັ້ນກໍໄດ້ມອບໃບຢັ້ງຢືນ ໃຫ້ກັບບັນດານັກສຳມະນາກອນ 100 ສະຫາຍ. ໂດຍໃຫ້ກຽດມອບຂອງທ່ານ ພັອ ລໍາໄພ ຍົດປະໄພ ຮອງ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ.