
ພັອ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ; ເປັນປະທານກອງປະຊຸມປືກສາຫາລືກ່ຽວກັບວຽກງານ, ການຍົກຍ້າຍຖີ່ນຖານທີ່ຕັ້ງພູມລໍາເນົາທີ່ບໍ່ຖືກຕ້ອງຂອງປະຊາຊົນ ຢູ່ເມືອງບໍລິຂັນ ແຂວງບໍລິຄຳໄຊ
ໃນວັນທີ 4 ມີນາ 2025 ຢູ່ທີ່ຫ້ອງປະຊຸມເບີ 3 ກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບວຽກງານ ການກວດກາເກັບກຳຂໍ້ມູນ, ການຍົກຍ້າຍຖີ່ນຖານຕັ້ງພູມລຳເນົາບໍ່ຖືກຕ້ອງ ຂອງປະຊາຊົນເຜົ່າມົ້ງ ຫວຽດນາມ ທີ່ຍົກຍ້າຍມາອາໄສຢູ່ ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ພັອ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ພັອ ເຄນວອນ ລໍວັນໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ພັທ ສົມຄິດ ໄຊສົງຄາມ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ມີບັນດາຄະນະຮັບຜິດຊອບຈາກກະຊວງພາຍໄນ, ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ຫ້ອງການສຳນັກງານນາຍົກ, ຄະນະຮັບຜິດຊອບຂັ້ນ ປກສ ແຂວງ ແລະ ປກສ ເມືອງ ເຂົ້າຮ່ວມ.
ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ກໍ່ຄືທິດຊີ້ນໍາຂອງຂັ້ນເທິງຕໍ່ກັບ ຂໍ້ຕົກລົງລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ວ່າດວ້ຍການແກ້ໄຂບັນຫາຜູ້ຍົກຍ້າຍ ຕັ້ງພູມລໍາເນົາຕາມລໍາພັງໃຈ ແລະ ສ້າງຄອບຄົວທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຢູ່ບໍລິເວນຊາຍແດນ ຂອງ 02 ປະເທດ, ແນໃສ່ອໍານວຍຄວາມສະດວກ, ໄດ້ຮັບການແກ້ໄຂ ໃຫ້ຖືກຕ້ອງຕາມ ລະບຽບການທີ່ກຳນົດໄວ້; ໃນທີ່ປະຊຸມ ທ່ານ ພັທ ຈັນໄຊ ພອນມະນີ ຮອງຫົວໜ້າພະແນສຳມະໂນຄົວຄົນລາວ ກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບຂັ້ນກົມ ແລະ ແຜນການລົງກວດກາເກັບກຳຂໍ້ມູນ ການຍົກຍ້າຍຖີ່ນຖານຕັ້ງພູມລຳເນົາບໍ່ຖືກຕ້ອງຂອງປະຊາຊົນເຜົ່າມົ້ງຫວຽດນາມ ຢູ່ ເມືອງບໍລິຄັນ, ແຂວງ ບໍລິຄຳໄຊ, ຜ່ານຂໍ້ຕົກລົງຄະນະຮັບຜິດຊອບ ແລະ ພະນັກງານລົງປະຕິບັດຕົວຈີງຂັ້ນແຂວງ, ຂັ້ນເມືອງ, ປືກສາຫາລືວາງແຜນນຳໃຊ້ພາຫະນະ, ຈັດຕັ້ງບຸກຄະລາກອນແຕ່ລະຈຸດເພື່ອປະຕິບັດໜ້າທີ່ຕົວຈີງໃນການເກັບກຳຂໍ້ມູນທາງດ້ານປະຫວັດການເຄື່ອນໄຫວ, ຖ່າຍພາບລວມ, ບຸກຄົນ ແລະ ລາຍນີ້ວມື ເພື່ອສະຫຼູບສັງລວມລາຍງານຕໍ່ຂັ້ນເທີງເປັນບ່ອນອີງໃນການໃຫ້ສືບຕໍ່ຢູ່ອາໄສ, ໃຫ້ສັນຊາດ ຫຼື ນຳໃຊ້ມາດຕະການສົ່ງກັບຄືນສູ່ຖີ່ນຖານເດີມ, ທັງເປັນການຄຸ້ມຄອງກຳແໜ້ນສະພາບການເໜັງຕິງ, ການປ່ຽນແປງອື່ນໆ ຂອງພົນລະເມືອງຢູ່ໃນທ້ອງຖິ່ນ ຢ່າງເຂັ້ມງວດ, ຫຼີກເວັ້ນບໍ່ໃຫ້ກຸ່ມຄົນບໍ່ດີ ເຂົ້າມາເຄື່ອນໄຫວຜິດກົດໝາຍຢູ່ໃນ ສປປ ລາວ, ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ ໃນການລັກລອບ ຈົດທະບຽນສຳມະໂນຄົວໂດຍບໍ່ຖືກຕ້ອງ ຕາມລະບຽບຫຼັການວິຊາສະເພາະ ແລະ ກົດໝາຍ, ຮັບປະກັນຄວາມສະຫົງບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ.
ຫຼັງຈາກນັ້ນບັນດາທ່ານຄະນະຮັບຜິດຊອບແຕ່ລະຂະແໜງການທີ່ກ່ຽວຂ້ອງກໍ່ໄດ້ແລກປ່ຽນ, ປະກອບຄຳຄິດເຫັນແລ້ວເອກະພາບກັນນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈີງໃຫ້ໄດ້ຮັບປະສິດທິຜົນສູງ

