
ກອງປະຊຸມຄົບຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຄັ້ງທີ 2
ໃນຕອນບ່າຍວັນທີ 13 ມີນາ 2025 ຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດກອງປະຊຸມຄົບຄະນະພັກກົມ ຄັ້ງທີ 2 ຂື້ນ ໂດຍການເປັນປະທານຂອງ ສະຫາຍ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີຮອງເລຂາຄະນະພັກ, ຄະນະປະຈຳພັກ ແລະ ຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຂົ້າຮ່ວມ.
ສະຫາຍ ພັອ ສົມສະນິດ ຈັນທະວົງ ຮອງເລຂາຄະນະພັກ ໄດ້ຜ່ານບົດສະຫຼຸບການນຳພາ-ຊີ້ນຳຂອງຄະນະພັກໃນໄລຍະຜ່ານມາວ່າ: ຄະນະພັກໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດເປັນໜ້າທີ່ສໍາຄັນພື້ນຖານ, ເປັນວຽກງານກົກເຮັດຢ່າງເປັນປະຈຳ, ໃນໄຕມາດ 1 ປີ 2025 ອະນູມັດມະຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜູນໄດ້ 17/5 ສະຫາຍ, ຮຽນກົດລະບຽບພັກໄດ້ 13/1 ສະຫາຍ,ເຂົ້າພັກສໍາຮອງໄດ້ 27/9 ສະຫາຍ, ເລື່ອນສະມາຊິກພັກສໍາຮອງຂື້ນສົມບູນໄດ້ 15 /0 ສະຫາຍ, ການກວດກາ,ຄຸ້ມຄອງ-ປ້ອງກັນ: ໄດ້ເອົາໃຈໃສ່ຕິດຕາມ,ເກັບກຳສະຖິຕິການເຄື່ອນໄຫວການເໜັງຕີງຂອງສະມາຊິກພັກຍົກຍ້າຍເຂົ້າມາ 28/0 ສະຫາຍ, ຍົກຍ້າຍອອກ 68/0 ສະຫາຍ, ການປັບປຸງກົງຈັກການຈັດຕັ້ງພັກ: ໄດ້ສຸມໃສ່ປັບປຸງແບບແຜນການນໍາພາຂອງຄະນະພັກແຕ່ລະຂັ້ນ, ແບ່ງຄວາມຮັບຜິດຊອບຈະແຈ້ງ, ໃນການນໍາພາ-ຊີ້ນໍາ, ຄວາມເປັນແບບຢ່າງນໍາໜ້າໃຫ້ແກ່ສະມາຊິກພັກ, ປະຕິບັດຫຼັກການລວມສູນປະຊາທິປະຕິຢ່າງເຂັ້ມງວດ, ນໍາພາເຊື່ອມຊຶມບັນດາມະຕິ,ຄໍາສັ່ງຂອງຂັ້ນເທິງເປັນປົກກະຕິ, ພ້ອມນີ້ຍັງໄດ້ຊຸກຍູ້ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງໃຫ້ມີຄວາມເຂັ້ມແຂງ, ເຄື່ອນໄຫວຕາມພາລະບົດບາດສິດໜ້າທີ່ຂອງຕົນ, ສ້າງໃຫ້ສະມາຊິກຊາວໜຸ່ມ-ແມ່ຍິງເປັນພະນັກງານສຶບທອດປ່ຽນແທນຂອງພັກເລີ່ມຈາກຂະບວນການຂອງຊາວໜຸ່ມ-ແມ່ຍິງ, ເອົາໃຈໃສ່ນໍາພາ-ຊີ້ນໍາບັນດາກອງກໍ່ສ້າງຮາກຖານ ແລະ ປະສານສົມທົບທ້ອງຖິ່ນເພື່ອເກັບກໍາສະພາບການ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ, ເຂົ້າຮ່ວມນໍາພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດວາລະແຫ່ງຊາດເພື່ອເຮັດໃຫ້ຮາກຖານທ້ອງຖິ່ນມີຄວາມສະຫງົບ ແລະ ຕິດພັນກັບການຊ່ວຍເຫຼືອປະຊາຊົນແກ້ໄຂຄວາມທຸກຍາກ ພ້ອມທັງເຮັດໜ້າທີ່ວິຊາສະເພາະລົງເລິກນຳພາ-ຊີ້ນໍາ ປກສ ກຸ່ມບ້ານ ແລະ ປກສ ບ້ານລົງເຄື່ອນໄຫວວຽກງານວິຊາສະເພາະເປັນປົກກະຕິນອກຈາກນັ້ນກໍໄດ້ນໍາພາ-ຊີ້ນໍາວຽກງານຕາມສາຍຕັ້ງວິຊາສະເພາະມີບາງຂະແໜງການກໍ່ໄດ້ຈັດຕັ້ງປະຕິບັດຢູ່ກົມເປັນຕົ້ນແມ່ນການຈົດທະບຽນສໍາມະໂນຄົວຄອບຄົວການນໍາ,ສໍາມະໂນຄົວຕ່າງດ້າວ ແລະ ຜະລິດບັດປະຈໍາຕົວ, ໂອນຖ່າຍສຳເນົາສຳມະໂນຄົວການນຳ, ຄອບຄົວຕ່າງດ້າວ ເປັນຂໍ້ມູນເອເລັກໂຕຣນິກຈັດຕັ້ງປະຕິບັດຄໍາສັ່ງເລກທີ 11/ນຍ ແລະ ຄຳສັ່ງເລກທີ 563/ປກສ, ການຜະລິດຕາປະທັບຢູ່ກົມ, ຕິດຕາມບັນດາ ປກສ ແຂວງ ໃນຂອບເຂດທົ່ວປະເທດຜະລິດກາປະທັບ, ຊຸກຍູ້, ກວດກາ,ຕິດຕາມກໍາລັງ ປກສ ກຸ່ມບ້ານເປີດຝຶກອົບຮົມກໍາລັງ ປກສ ບ້ານ, ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີປະຈໍາປີ 2025, ນຳພາກວດກາ ແລະ ປະເມີນຜົນການໂອນຖ່າຍສຳເນົາສຳມະໂນຄົວເປັນຂໍ້ມູນເອກະສານເອເລັກໂຕຣນິກຢູ່ບັນດາ ປກສ ແຂວງ ໃນຂອບເຂດທົ່ວປະເທດ, ສຳເລັດການຝຶກອົບຮົມທາງດ້ານເຕັກນິກ ຜູ້ນໍາໃຊ້ລະບົບຄຸ້ມຄອງພົນລະເມືອງ 6 ແຂວງພາກເໜືອ, ລົງຕິດຕັ້ງເຄື່ອງອຸປະກອນເຕັກນິກສຳເລັດ 7 ແຂວງພາກເໜືອ, ຕິດຕາມການພັດທະນາຊັອບແວຣອາຊີບ-ພາຫະນະພິເສດ ແລະ ບັນດາຊັອບແວຣທີ່ຍັງຄົງຄ້າງ ນໍາພາ ບັນດາ ປກສ ເມືອງທົ່ວປະເທດ ກ່ຽວກັບການນໍາໃຊ້ບັນດາຊັອບແວຣໂອນຖ່າຍສໍາເນົາສໍາມະໂນຄົວ ແລະ ເກັບກໍາຂໍ້ມູນພົນລະເມືອງ.
ຈາກນັ້ນສະຫາຍ ພັອ ລຳໄພ ຍົດປະໄພ ຄະນະປະຈຳພັກກົມກໍ່ໄດ້ຜ່ານມະຕິຕົກລົງແບ່ງຄວາມຮັບຜິດຊອບຂອງຄະນະພັກກົມ 509 ພ້ອມນີ້ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າການບົ່ງຕົວແຕ່ງຕັ້ງເລຂາ,ຮອງເລຂາ ແລະ ຄະນະໜ່ວຍພັກທີ່ມີການປັບປຸງກົງຈັກການຈັດຕັ້ງບໍລິຫານລັດ, ຄົ້ນຄວ້າໜ່ວຍພັກຕົວແບບທີ່ມີລາຍຮັບທາງດ້ານວຽກງານວິຊາສະເພາະ, ແຕ່ງຕັ້ງບັນດາກອງເລຂາເຮັດວຽກໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ວຽກງານ 563, ວຽກງານສຳຫຼວດພົນລະເມືອງ ແລະ ວຽກງານຮັບຄົນເຊື້ອຊາດລາວທີ່ທາງການສະຫາລັດເອມາລິການສົ່ງກັບຄືນປະເທດລາວຕື່ມອີກ.
.jpeg)
.jpeg)