ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງກໍ່ສ້າງຮາກຖານການເມືອງ 914 ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳ 03 ເດືອນ

ໃນວັນທີ 20 ມີນາ 2025 ກອງກໍ່ສ້າງຮາກຖານການເມືອງ 914 ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳ 03 ເດືອນ ໂດຍການເຂົ້າຮ່ວມ ເປັນປະທານຂອງ ພັອ ສົມສະນິດ ຈັນທະວົງ ຮອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີກອງບັນຊາການເມືອງລອງ, ຫ້ອງວາການເມືອງລອງ, ເລຂາຄະນະຮາກຖານກຸ່ມຊຽງກົກ, ປກສ ກຸ່ມບ້ານ, ອຳນາດການປົກຄອງບ້ານ ແລະ ພະນັກກອງກໍ່ສ້າງຮາກຖານເຂົ້າຮ່ວມ.

ໃນກອງປະຊຸມ ພັທ ຫັດສະດີ ສີລິວົງ ຮອງກອງກໍ່ສ້າງຮາກຖານການເມືອງ 914  ໄດ້ຜ່ານບົດສະຫຼຸບຫຍໍ້ໃນການນຳພາ-ຊີ້ນຳວຽກງານສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ-ນັກຮົບໃຫ້ເປັນປົກກະຕິ, ປະສານສົມທົບ ເລຂາຄະນະພັກຮາກຖານ ແລະ ອຳນາດການປົກຄອງບ້ານເຕົ້າລວມປະຊຸມນໍາເອົາເອກກະສານ; ມະຕິ ແລະ ຄໍາສັ່ງຕ່າງໆ ລົງເຜີຍແຜ່ສຶກສາອົບຮົມໃຫ້ປະຊາຊົນ ໃຫ້ເຊື່ອມຊຶມເຂົ້າໃຈຕື່ນຕົວປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບກໍ່ປະສານສົມທົບຂະແໜງການທີ່ກ່ຽວຂ້ອງຂອງເມືອງປັບປຸງອົງການຈັດຕັ້ງ, ອຳນາດການປົກຄອງບ້ານ ພ້ອມທັງຊຸກຍູ້ ອົງການຈັດຕັ້ງ ຂະແໜງການຕ່າງໆ ຂອງບ້ານເຄື່ອນໄຫວຕາມພາລະບົດບາດໃຫ້ເປັນປົກກະຕິ, ປະສານສົມທົບ ກອງບັນຊາການ ປກສ ເມືອງນໍາພາພະແນກຄຸ້ມຄອງສຳມະໂນຄົວ ປກສ ເມືອງ ໂດຍສະເພາະ ປກສ ກຸ່ມ ບ້ານ ປັບປຸງສຳມະໂນຄົວ ເກັບກຳຂໍ້ມູນສຳມະໂນຄົວອອກບັດປະຈຳຕົວໃໝ່, ສຸມໃສ່ສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໂດຍສະເພາະແມ່ນການເຄື່ອນໄຫວຄ້າ-ຂາຍເຖື່ອນ, ບັນຫາຢາເສບຕິດ, ແລະ ອື່ນໆ, ເປັນເຈົ້າການຈັດຕັ້ງເຄື່ອນໄຫວ ກ່ຽວກັບການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້.

ໃນໂອກາດນີ້ ພັຕ ພະນົມພອນ ເສັງຍະວົງ ຮອງໜ່ວຍງານຈັດຕັ້ງ-ພະນັກງານ ພະແນການເມືອງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງນາຍຕຳຫຼວດທີ່ຂື້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານສະບັບເລກທີ 839/ກມປສ, ລົງວັນທີ 17 ກຸມພາ 2025, ໃນນີ້ປະກາດແຕ່ງຕັ້ງ ພັທ ຄໍາເພື່ອນ ພົນໂສພາ ເປັນຮອງກອງກໍ່ສ້າງຮາກຖານ 914. 

ໃນຕອນທ້າຍຂອງພິທີ, ທ່ານ ພັອ ສົມສະນິດ ຈັນທະວົງ ຮອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເໜັ້ນໜັກໃຫ້ເອົາໃຈໃສ່ນຳພາສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດເປັນບັນຫາສຳຄັນຕົ້ນຕໍ ແລະ ເຮັດຢ່າງຕໍ່ເນື່ອງ, ປັບປຸງການນຳພາ, ແບບແຜນວິທີເຮັດວຽກຂອງຄະນະພັກ, ຄະນະບັນຊາ, ເພີ່ມທະວີປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ເຂັ້ມແຂງ, ໜັກແໜ້ນເຕົ້າໂຮມຄວາມສາມັກຄີເປັນເອກະພາບພາຍໃນໃຫ້ໜັກແໜ້ນ, ເປັນແບບຢ່າງໃນການນຳພາ-ຊີ້ນຳ ວຽກງານວິຊາສະເພາະໃຫ້ຖືກຕ້ອງຕາມລະບຽບຫຼັກການ.