ພັອ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມ509 ລົງຊຸກຍູ້ວຽກງານກໍ່ສ້າງຮາກຖານ ແລະ ປະກາດການຈັດຕັ້ງ ຢູ່ກອງ 915
ໃນວັນທີ 28 ມີນາ 2025 ພັອ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ ແລະ ປະກາດການຈັດຕັ້ງ ຢູ່ກອງກໍ່ສ້າງຮາກຖານ 915 ພັອ ທອງພຽນ ກົງສະເດັດ ຮອງກອງບັນຊາການ ປກສ ແຂວງເມືອງໄຊສົມບູນ, ມີຄະນະຫ້ອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ຄະນະກອງບັນຊາການ ປກສ ເມືອງ ອານຸວົງ, ຄະນະກອງກໍ່ສ້າງຮາກຖານ ແລະ ບັນດາພະນັກງານກອງກໍ່ສ້າງຮາກຖານ 915 ເຂົ້າຮ່ວມ.

ໃນກອງປະຊຸມ ພັທ ບຸນເພັງ ຈັນທະລັງສີ ຫົວໜ້າກອງກໍ່ສ້າງຮາກຖານການເມືອງ 915 ຂື້ນຜ່ານບົດສະຫຼຸບຈັດຕັ້ງວຽກງານກໍ່ສ້າງຮາກຖານການເມືອງໃນໄລຍະຜ່ານມາກອງກໍ່ສ້າງຮາກຖານໄດ້ສຸມໃສ່ເຮັດວຽກງານກໍ່ສ້າງຮາກຖານການເມືອງ-ແນວຄິດ ເຊື່ອມຊືມກຳແໜ້ນບັນດາມະຕິ, ຄຳສັ່ງ ໃຫ້ພະນັກງານຮາກຖານຢ່າງເປັນປົກກະຕິ ແລະ ປຸກລະດົມຂົນຂວາຍອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນເຊື່ອມຊືມກຳແໜ້ນ ແນວທາງນະໂຍບາຍຂອງພັກ-ລັດ ແລະ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແກ້ໄຂບັນຫາປະກົດການຫຍໍ້ຕ່າງໆ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
ຈາກນັ້ນ ພັຕ ລຳພອນ ໄຊຍະວົງ ຫົວໜ້າໝ່ວຍງານຈັດຕັ້ງ ພະແນການເມືອງ ກົມຄຸ້ມຄອງ ສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍ ການແຕ່ງນາຍຕໍາຫຼວດທີ່ຂື້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານສະບັບເລກທີ 839/ກມປສ, ລົງວັນທີ 17 ກຸມພາ 2025 ແລະ ຜ່ານຂໍ້ຕົກລົງຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າ ແລະ ຮອງໜ່ວຍງານ ຫ້ອງການກົມ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ, ບັນດາພະແນກ ແລະ ກອງກໍ່ສ້າງຮາກຖານ ສະບັບເລກທີ 1262/ຄກຖຸ, ລົງວັນທີ 19 ກຸມພາ 2025, ໃນນີ້ປະກາດແຕ່ງຕັ້ງ ພັທ ຂັນທະລີ ລາດສະຫວັນ ເປັນຮອງກອງກໍ່ສ້າງ ຮາກຖານ 915, ແຕ່ງຕັ້ງ ຮອ ພັນແສງ ອີນວັນຄຳ ເປັນຫົວໜ້າໜ່ວຍງານກໍ່ສ້າງຮາກຖານ ແລະ ຮອ ຈັນສີ ເນື່ອງນັນໂທ ເປັນຮອງໜ່ວຍງານ ບໍລິຫານ ກອງກໍ່ສ້າງຮາກຖານ 915.
ໃນໂອກາດນີ້ ພັອ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຍັງໄດ້ເໜັ້ນໜັກໃຫ້ພະນັກງານແຕ່ລະສະຫາຍສືບຕໍ່ຊີ້ນໍາ-ນໍາພາພະນັກງານຢູ່ຮາກຖານບ້ານມີຄຸນນະພາບໂດຍການເຊື່ອມຊຶມແນວທາງ ນະໂຍບາຍຂອງພັກ, ກົດໝາຍຂອງລັດມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ກຳແໜ້ນບາດກ້າວຂັ້ນຕອນຕ່າງໆ ໃນການປະຕິບັດວຽກງານກໍ່ສ້າງຮາກຖານເມືອງທີ່ຕິດພັນກັບວຽກງານ 03 ສ້າງ, ປຸກລະດົມຂົນຂວາຍມະຫາຊົນເຂົ້າຮ່ວມວຽກງານປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ່ານໃຫ້ໝັ້ນແໜ້ນ ເຂັ້ມແຂງ ເພື່ອເຮັດໃຫ້ມີຄວາມຮັບຮູ້ຕໍ່ແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດ ມີ ຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ປັບປຸງບູລະນະລະບົບການຈັດຕັ້ງການເມືອງ ຢູ່ຂັ້ນຮາກຖານໃຫ້ໜັນແໜ້ນ ເຂັ້ມແຂງ ໂປ່ງໃສ, ນໍາພາຊີ້ນໍາປັບປຸງອໍານາດການປົກຄອງຂັ້ນບ້ານ, ເລືອກຜູ້ບໍລິຫານຂັ້ນບ້ານຕາມ 05 ຂະແໜງການຂອງບ້ານ ແລະ ໃນຕຳແໜ່ງງານຕ່າງໆຕ້ອງມີຄວາມສາມາດຜັນຂະຫຍາຍ ຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ-ລັດ ນໍາພາສ້າງເປັນແຜນງານຂອງບ້ານ, ຂອງຄອບຄົວເຊີ່ງສາມາດເວົ້າໄດ້ວ່າປະຊາຊົນ ມີຄວາມຕື່ນຕົວທາງດ້ານການເມືອງ, ພັດທະນາຊີວິດການເປັນຢູ່ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນໃຈກາງ ປັບປຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ ສຳລັບຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃຫ້ເອົາໃຈຝືກຝົນຫຼໍ່ຫຼອມຕົນໃຫ້ເປັນພະນັກງານທີ່ມີຄວາມຮູ້ຄວາມສາມາດສ້າງໃຫ້ໄດ້ເປັນພະນັກງານສືບທອດປ່ຽນແທນໃນຕໍ່ໜ້າ.