ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພັອ ສີບຸນເຮືອງ ໄຊຍະເພັດ ລົງພົບປະຢ້ຽມຢາມອຳນາດການປົກຄອງບ້ານ ແລະ ພະນັກງານຮາກຖານ ກອງກໍ່ສ້າງຮາກຖານ 915

ພັອ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ລົງພົບປະຢ້ຽມຢາມອຳນາດການປົກຄອງບ້ານ ແລະ ພະນັກງານຮາກຖານ ກອງກໍ່ສ້າງຮາກຖານ 915 ປະຈຳຢູ່ບ້ານ ທົ່ງຮັກ ເມືອງອານຸວົງ ແຂວງໄຊສົມບູນ

Photo
ໃນໂອກາດລົງພົບປະ ແລະ ຢ້ຽມຢາມໃນຄັ້ງນີ້ ໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານຂອງບ້ານ ຜ່ານມາຄະນະພັກ-ອຳນາດການປົກຄອງບ້ານ ໄດ້ຖືສຳຄັນວຽກສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໂດຍສຸມໃສ່ການນຳເອົາແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ເອກະສານ ແລະ ນິຕິກຳຕ່າງໆຂອງຄະນະພັກຂັ້ນເທິງ ມາຈັດຕັ້ງເຜີຍແຜ່ ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານເປັນປົກກະຕິ; ປຸກລະດົມຊຸກຍູ້ ພໍ່ແມ່ປະຊາຊົນພາຍໃນບ້ານ ທຳການຜະລິດ, ທຳມາຫາກິນ ແລະ ການປະກອບສ່ວນໃຫ້ແກ່ການພັດທະນາຂອງບ້ານ, ປຸກລະດົມປະຊາຊົນທົ່ວສັງຄົມ ເຂົ້າໃນການພັດທະນາພຶ້ນຖານໂຄງລ່າງການສຶກສາ ແລະ ລະດົມນັກຮຽນພາຍໃນບ້ານໄດ້ເຂົ້າໂຮງຮຽນ ຢ່າງທົ່ວເຖິງ.
ຈາກນັ້ນ ພັອ ສີບຸນເຮືອງ ໄຊຍະເພັດ ໄດ້ສະແດງຄວາມຍ້ອງຍໍເຊົມເຊີຍ ອຳນາດການປົກຄອງບ້ານ ແລະ ພະນັກງານຮາກຖານ ທີ່ໄດ້ສຸມທຸກເຫື່ອແຮງສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດທຸກໆວຽກງານຂອງບ້ານ ແລະ ໂອກາດນີ້ທ່ານຍັງໄດ້ເໜັ້ນໜັກໃຫ້ເອົາໃຈໃສ່ເຮັດວຽກງານສືກສາອົບຮົມການເມືອງນຳພາແນວຄິດ ເຜີຍແຜ່ມະຕິ, ຄຳສັ່ງໃຫ້ພໍ່ແມ່ ປະຊາຊົນຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ໜັກແໜ້ນ ເຂັ້ມແຂງ ປຸກລະດົມປະປະຊາຊົນພາຍໃນບ້ານປະກອບສ່ວນເຂົ້າໃນວົງການ ປ້ອງກັນຊາດ- ປ້ອງກນຄວາມສະຫງົບ ສຸມໃສ່ເຮັດວຽກງານຢ້ຽມຢາມຖາມຂ່າວ, ນຳພາກຳລັງ ປກສ ບ້ານ ກວດກາສາລະເວ ປ້ອງກັນເວນຍາມບ້ານ ເກັບກຳໃຫ້ໄດ້ບັນຫາປະກົດການຫຍໍ້ທໍ້ຕ່າງໆ ແລະ ເອົາໃຈໃສ່ທຳການຜະລິດ ປຸກຝັງ, ລ້ຽງສັດ ມີຄຸນສົມບັດ, ສິນທໍາປະຕິວັດ, ຄຸນທາດການເມືອງໜັກແໜ້ນ, ມີແບບແຜນດໍາລົງຊີວິດປອດໃສຂາວສະອາດ, ເສີມຂະຫຍາຍມູນເຊື້ອດຸໝັ່ນ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້ງຄວາມເຂັ້ມແຂງດ້ວຍຕົນເອງ ດີຂື້ນເທື່ອລະກ້າວ.