
ຝຶກອົບຮົມ ການນໍາໃຊ້ລະບົບຊັອບແວຣ ອາຊີບ ແລະ ພາຫະນະພິເສດ ໃຫ້ກອງບັນຊາການ ປກສ ນະຄອນຫຼວງ ແລະ ປກສ ແຂວງທົ່ວປະເທດ
ໃນອາທິດທີ່ຜ່ານມາກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີ ປິດຝຶກອົບຮົມ ນຳໃຊ້ຊັອບແວຣ ອາຊີບ ແລະ ພາຫະນະພິເສດໂຄງການຄຸ້ມຄອງພົນລະເມືອງລາວ(ລະບົບບັດປະຈຳຕົວ ໄລຍະທີ 01) ໂດຍການເປັນປະທານຂອງ ພັອ ສົມສະນິ ຈັນທະວົງ ຮອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ເຊິ່ງ ມີພະແນກ, ທີ່ກ້ຽວຂ້ອງ ຫົວໜ້າ ຄູອາຈານ ແລະ ນັກສໍາມະນາກອນເຂົ້າຮ່ວມ.
ທ່ານ ພັທ ຫົງຄໍາ ພັນທະລັງສີ ພະແນກຄຸ້ມຄອງອາຊີບ-ພາຫະນະພິເສດ ໄດ້ຂື້ນຜ່ານບົດສະຫຼຸບຫຍໍ້ການຝຶກອົບຮົມ ນຳໃຊ້ຊັອບແວຣ ອາຊີບ ແລະ ພາຫະນະພິເສດໂຄງການຄຸ້ມຄອງພົນລະເມືອງລາວ(ລະບົບບັດປະຈຳຕົວ ໄລຍະທີ 01) ຜ່ານການເປີດຝຶກອົບຮົມ ນັບແຕ່ວັນທີ 10-14 ມີນາ 2025 ເຊິ່ງມີນັກສໍາມະນາກອນເຂົ້້າຮ່ວມ ທັງໝົດ 38 ສະຫາຍ ຍິງ 13 ສະຫາຍ ຄະນະກອງເລຂາໂຄງການ ສາມາດສະຫຼຸບຜົນການຝຶກອົບຮົມ ການນໍາໃຊ້ລະບົບຊັອບແວຣ ອາຊີບ ແລະ ພາຫະນະພິເສດ ໂຄງການຄຸ້ມຄອງພົນລະເມືອງລາວ(ລະບົບບັດປະຈຳຕົວ ໄລ ຍະທີ 01) ໃຫ້ກອງບັນຊາການ ປກສ ນະຄອນຫຼວງ ແລະ ປກສ ແຂວງທົ່ວປະເທດ, ເພື່ອຈະນຳໄປຜັນຂະຫຍາຍ ເຂົ້າສູ່ວຽກງານວິຊາສະເພາະຕົວຈິງ, ຊຸດທີ 01 ມີໜາກຜົນໃນຫຼາຍດ້ານເປັນຕົ້ນ: ຝຶກອົບຮົມການນຳໃຊ້ລະບົບຊັອບແວຣ ອາຊີບ ແລະ ພາຫະນະພິເສດ, ສ້າງບັນດາອົງການຈັດຕັ້ງຕ່າງໆເຂົ້າໃນລະບົບ, ເບິ່ງໜ້າຕ່າງປະຫວັດຂໍ້ມູນຂອງອົງການຈັດຕັ້ງ, ຝຶກຊ້ອມນຳໃຊ້ລະບົບ ແລະ ສາທິດທົດລອງອະທິບາຍ ເຖິງຂັ້ນຕອນຕ່າງໆໃນລະບົບດັ່ງກ່າວ, ລົງເລິກເຖິງຂັ້ນຕອນຕ່າງໆຢູ່ໃນລະບົບເປັນຕົ້ນແມ່ນວຽກງານ ຕາປະທັບແບບໃໜ່, ຕາປະທັບເປ້ເຟ, ຕາປະທັບເສຍຫາຍ, ປ່ຽນຕາປະທັບ, ລົບລ້າງຕາປະທັບ, ການລົງທະບຽນ ເຄື່ອງມືຊ່ວຍໜູນ, ທາດລະເບີດ, ທາດເຄມີ, ການປ່ຽນແປງເນື້ອໃນ ເຄື່ອງມືຊ່ວຍໜູນທາດລະເບີດ - ທາດເຄມີ, ການລົບລ້າງ ເຄື່ອງມືຊ່ວຍໜູນ, ທາດລະເບີດທາດເຄມີ, ການລົງທະບຽນຄຸ້ມຄອງອາຊີບພິເສດ, ແກ້ໄຂ ແລະ ເພີ່ມຫົວໜ່ວຍທຸລະກິດ, ການຢຸດໂຈະຍົກເລິກທຸລະກິດ, ພີມໃບອະນຸຍາດ ແລະ ໜັງສືຢັ້ງຢືນ, ພີມໜັງສືຢັ້ງຢືນລົບລ້າງ, ການລົງທະບຽນບັດອະນຸຍາດຖືປືນເສິກ, ເປີດເບິ່ງໜ້າຕາງປະຫວັດບຸກຄົນ, ສະຖິຕິ ຊ໋ອບແວຣ ໂມດູນອາຊີບ – ພາຫະນະພິເສດໃນຂອບເຂດທົ່ວປະເທດ.
ໃນຕອນທ້າຍກອງປະຊຸມກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ເປັນກຽດມອບໃບຢັ້ງຢືນການຝຶກອົບຮົມ ການນໍາໃຊ້ລະບົບຊັອບແວຣ ອາຊີບ ແລະ ພາຫະນະພິເສດ ໂຄງການຄຸ້ມຄອງພົນລະເມືອງລາວ(ລະບົບບັດປະຈຳຕົວ ໄລ ຍະທີ 01) ໂດຍທ່ານ ພັອ ສົມສະນິ ຈັນທະວົງ ຮອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ພ້ອມນີ້ທ່ານກໍ່ຍັງໄດ້ໂອລົມເນັ້ນໜັກໃຫ້ນັກສໍາມະນາກອນທຸກສະຫາຍຈົ່ງນຳເອົາຄວາມຮູ້ທີ່ໄດ້ຝຶກອົບຮົມໃນຄັ້ງນີ້ໄປຜັນຂະຫຍາຍເຂົ້າວຽກງານໂຕຈິງໃຫ້ມີປະສິດຕິພາບສູງ.

