
ກອງກໍ່ສ້າງຮາກຖານ 912 ເປີດກອງປະຊຸມສະຫຼຸບຫຍໍ້ ວຽກງານກໍ່ສ້າງຮາກຖານການເມືອງ ແກ້ໄຂປະກົດການຫຍໍ້ທໍ້ ຕິດພັນວຽກງານ 3 ສ້າງຕາມ 8 ແຜນວຽກ
ໃນທ້າຍອາທິດຜ່ານມາ ຢູ່ທີ່ກອງກໍ່ສ້າງຮາກຖານ 912 ໄດ້ເປີດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ແກ້ໄຂປະກົດການຫຍໍ້ທໍ້ ຕິດພັນວຽກງານ 3 ສ້າງ ຕາມ 8 ແຜນວຽກ ໃນໄລຍະ 1 ປີຜ່ານມາ ໃຫ້ກຽດເປັນປະທານຂອງ ພັອ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ໂດຍການເຂົ້າຮ່ວມຂອງ ພັທ ກົງເງິນ ຈັນດາລາ ຫົວໜ້າກອງກໍ່ສ້າງຮາກຖານ 912, ມີຫົວໜ້າຫ້ອງ 509 ແຂວງບໍ່ແກ້ວ, ຕາງໜ້າ ປກສ ເມືອງຫ້ວຍຊາຍ ແລະ ພະນັກກອງກໍ່ສ້າງຮາກຖານ ເຂົ້າຮ່ວມ.
ໃນກອງປະຊຸມ ພັທ ສີປະເສີດ ວັນນະສິນ ຮອງກອງກໍ່ສ້າງຮາກຖານກອງ 912 ໄດ້ຜ່ານບົດສະຫຼຸບຫຍໍ້ ວຽກງານກໍ່ສ້າງຮາກຖານການເມືອງ ແກ້ໄຂປະກົດການຫຍໍ້ທໍ້ ຕິດພັນວຽກງານ 3 ສ້າງ ຕາມ 8 ແຜນວຽກ ໄລຍະ 1 ປີຜ່ານມາ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ຮູ້ວ່າ ໃນໄລຍະຜ່ານມາຄະນະຊີ້ນຳກໍ່ສ້າງຮາກຖານການເມືອງ ແລະ ກອງກໍ່ສ້າງຮາກຖານ 912 ໄດ້ເຮັດວຽງານສຶກສາອົບຮົມການເມືອງນຳພາແນວຄິດ, ລົງເຊື່ອມຊຶມປັບປຸງແບບແຜນວິທີນຳພາ, ແບບແຜນວິທີເຮັດວຽກ, ຊຸກຍູ້ບັນດາຂະແໜງການຕ່າງໆຂອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນໃນແຕ່ລະໄລຍະ, ໄດ້ນຳພາ ປກຊ-ປກສ ບ້ານ ອອກເຄື່ອນໄຫວປ້ອງກັນເວນຍາມ ມີ 883 ເທື່ອຄັ້ງ, ສົມທົບກັບ ປກຊ-ປກສ ບ້ານ ລົງເກັບກຳຄົນຫຼຸດ, ຄົນເພີ່ມ ແລະ ຄົນມາພັກເຊົາຊົ່ວຄາວໄດ້ 305ຄົນ ຍິງ 109 ຄົນ, ວຽກງານແກ້ໄຂ ອາດຊະຍາກຳ ໄດ້ກັກຕົວຜູ້ເສບຢາອາລະວາດຄອບຄົວ ແລະ ມີຢາເສບຕິດໄວ້ໃນຄອບຄອງໄດ້ 32 ຄົນ ຍິງ 4 ຄົນ, ພ້ອມຂອງກາງ ຢາບ້າຈຳນວນ 99 ເມັດ, ເຄຕາມິນ 3ຫຼອດນ້ອຍ, ຢາຝິ່ນ 4 ກ້ອນ ແລະ ຢາສູບໄຟຟ້າ 1 ອັນ ມີ 16 ຄັ້ງ ໄດ້ສົມທົບ ປກສ ແຂວງ ແລະ ອໍານາດການປົກຄອງບ້ານ ລົງກວດຄົ້ນເຄຫະສະຖານ 4 ຫຼັງ ພົບເຫັນຢາບ້າ ຈຳນວນ 10,678ເມັດ, ຢາຝິ່ນ 2 ຫໍ່ , ປືນສັ້ນ 2 ກະບອກ ພ້ອມລູກປືນ 30 ລູກ, ເງິນກີບ 13,000,000 ກີບ, ເງິນຢວນ 2,500 ຢວນ, ໂທລະສັບ 1 ໜ່ວຍ, ລົດກະບະຣີໂວ້ 1 ຄັນ, ພ້ອມທັງກັກຕົວເຈົ້າຂອງເຄຫະສະຖານ 5 ຄົນ ຍິງ 1 ຄົນ ມອບໃຫ້ພະແນກປາບປາມຢາເສບຕິດ ປກສ ແຂວງບໍ່ແກ້ວ, ນອກຈາກນີ້ຍັງໄດ້ເຂົ້າຮ່ວມນຳໜ່ວຍສະເພາະກິດ ລົງກວດກາເສັ້ນທາງລົງສູ່ແມ່ນຳ້ຂອງ ເພື່ອຫາວິທີແກ້ໄຂການລັກລອບນຳເຂົ້າສິນຄ້າເຖື່ອນທີ່ບໍ່ຖືກຕ້ອງ ແລະ ໄກ່ເກ່ຍຜູ້ປະກອບການຫ້າງຮ້ານປຸກສ້າງກາຍເຂດເສັ້ນທາງໃຫຍ່ໃຫ້ຮື້ຖອນ, ແລະ ເກັບກຳສະຖິຕິສັດລ້ຽງ 9 ຄັ້ງ, ພ້ອມທັງໄດ້ລົງເກັບກຳຍານພາຫະນະໄດ້ທັງໝົດ 2,471 ຄັນບໍ່ມີເອກະສານ 380 ຄັນ, ສ່ວນທິດທາງແຜນການໃນຕໍ່ໜ້າ ແມ່ນຈະສືບຕໍ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ ພ້ອມທັງປຸກລະດົມຂົນຂວາຍພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ມີສະຕິຕື່ນຕົວ ເປັນເຈົ້າການສູງຕໍ່ການຫັນປ່ຽນໂດຍສັນຕິ, ສືບຕໍ່ເກັບກຳຂຶ້ນບັນຊີ ແລະ ຕິດຕາມເປົ້າໝາຍປະເພດຕ່າງໆ ໃຫ້ຖືກຕ້ອງຕາມຫຼັກການວິຊາສະເພາະ.
ແລະ ໃນໂອກາດດັ່ງກ່າວ ພັອ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກໍໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງໄດ້ເໜັ້ນໜັກໃຫ້ເອົາໃຈໃສ່ນຳພາສຶກສາອົບຮົມການເມືອງນຳພາແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດເປັນບັນຫາສຳຄັນຕົ້ນຕໍ ແລະ ເຮັດຢ່າງຕໍ່ເນື່ອງ, ສືບຕໍ່ປະຕິບັດໜ້າທີ່ວຽກງານຕາມສິດ, ໜ້າທີ່ ແລະ ພາລະບົດບາດ ຢ່າງຕັ້ງໜ້າ, ເອົາໃຈໃສ່ປັບປຸງແບບແຜນ ແລະ ເນື້ອໃນສ່ອງແສງລາຍງານໃຫ້ລະອຽກຊັດເຈນ, ພ້ອມນີ້ຍັງໄດ້ມອບເຄື່ອງບໍລິໂພກ ໃຫ້ແກ່ພະນັກງານ ກອງກໍ່ສ້າງຮາກຖານ 912 ອີກຈໍານວນໜຶ່ງ.

