ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຫົວໜ້າກອງກໍ່ສ້າງຮາກຖານ 920 ໄດ້ໃຫ້ສຳພາດລາຍງານຫຍໍ້ກ່ຽວກັບຜົນງານການເຄື່ອນໄຫວວຽກງານຂອງກອງກໍ່ສ້າງຮາກຖານ ການເມືອງ 920 ໃນໄລຍະ 01 ປີຜ່ານມາ

Photoທ່ານ ພັທ ສອນໄຊ ໜໍ່ມັງເມກ ຫົວໜ້າກອງກໍ່ສ້າງຮາກຖານ 920 ໄດ້ໃຫ້ສຳພາດລາຍງານຫຍໍ້ກ່ຽວກັບຜົນງານການເຄື່ອນໄຫວວຽກງານຂອງກອງກໍ່ສ້າງຮາກຖານ ການເມືອງ 920 ໃນໄລຍະ 01 ປີຜ່ານມາວ່າ:

ກອງກໍ່ສ້າງຮາກຖານ 920 ແມ່ນກອງໜື່ງທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ເຊິ່ງໄດ້ລົງເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງຢູ່ ແຂວງ ໄຊສົມບູນ ຮັບຜິດຊອບ 3 ກຸ່ມຄື: 

  • ກຸ່ມໂພນສະຫວາດ ເມືອງ ລ້ອງຊານ ແຂວງ ໄຊສົມບູນ ມີ 08 ບ້ານ ທິດເໜືອຕິດກັຍເມືອງ ອະນຸວົງ ແຂວງ ໄຊສົມບູນ, ທິດໃຕ້ຕິດກກັບເມືອງ ທຸລະຄົມ ແຂວງວຽງຈັນ ແລະ ເມືອງ ທ່າພະບາດ ແຂວງ ບໍລິຄຳໄຊ, ທິດຕາເວັນຕົກຕິດກັບເມືອງ ວັງວຽງ ແຂວງ ວຽງຈັນ ແລະ ທິດຕາເວັນອອກຕິດກັບ ເມືອງ ຮົ່ມ ແຂວງ ໄຊສົມບູນ.
  • ກຸ່ມຫ້ວຍຊາຍ ເມືອງ ຮົ່ມ ແຂວງ ໄຊສົມບູນ ມີ 2 ບ້ານ ທິດເໜືອຕິດກັບພູຫວີງ ເມືອງ ທ່າໂທມ ແຂວງ ໄຊສົມບູນ, ທິດໃຕ້ກັບບ້ານນ້ຳປຸງນ້ອຍ ເມືອງຮົ່ມ ແຂວງໄຊສົມບູນ, ທິດຕາເວັນຕົກຕິດກັບບ້ານຮົ່ມທາດ, ເມືອງຮົ່ມ ແຂວງ ໄຊສົມບູນ ແລະ ທິດຕາເວັນອອກຕິດກັບອ່າງນ້ຳງຽບ1 ບ້ານນາຫັນ, ເມືອງ ບໍລິຄັນ ແຂວງບໍລະຄໍາໄຊ.
  • ກຸ່ມພູູກະທະ ເມືອງ ຮົ່ມ ແຂວງ ໄຊສົມບູນ 4 ບ້ານ ທິດເໜືອຕິດກັບກຸ່ມຫ້ວຍຊາຍ ( ອ່າງນ້ຳງຽບ), ທິດໃຕ້ຕິດກັບບ້ານເວີນທາດ ( ເມືອງບໍລິຄັນ, ແຂວງບໍລິຄຳໄຊ), ທິດຕາເວັນຕົກກັບບ້ານນາໄຊ, ເມືອງ ລ້ອງຊານ ແລະ ທິດຕາເວັນອອກຕິດກັບບ້ານຜາເມືອງ ( ເມືອງບໍລິຄັນ, ແຂວງ ບໍລິຄໍາໄຊ).
  • Snow

ໃນໄລຍະຜ່ານມາກອງກໍ່ສ້າງຮາກຖານການເມືອງ 920 ໄດ້ຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຄືດັ່ງນີ້: 

  • ໄດ້ສ້າງບົດບັນທຶກມອບອາວຸດປືນລ່າເນື້ອຂອງພົນລະເມືອງດີມີຄືດັ່ງນີ້: ປະເພດປືນແກັບຈຳນວນ 29 ກະບອກ, ປະເພດເລົາປືນແກັບຈຳນວນ 04 ເລົາ, ປະເພດປືນລົມຈຳນວນ 01 ກະບອກ, ປະເພດປືນຍິງລູກແວ່ງຈໍານວນ 01 ກະບອກ, ປະເພດປືນຕະປູ ຈໍານວນ 04 ກະບອກ, ລູກລະເບີດຈໍານວນ 02 ລູກ, ໝໍ້ຊ໋ອດ 01 ເຄື່ອງ ແລະ ໄດ້ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງດໍາເນີນການຕໍ່ໄປໄດ້ສໍາເລັດ.

ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງສຶກສາອົບຮົມ ແລະ ດຳເນີນຄະດີຕໍ່ບຸກຄົນທີມີການປະພຶດລະເມີດຕໍ່ລະບຽບກົດໝາຍເປັນຕົ້ນແມ່ນພຶດຕິກໍາດັດແປງທໍ່ລົດສຽງດັງ, ອາລະວາດຄອບຄົວ, ຍົກພວກຕີກັນໄດ້ ແລະອື່ນໆ 38 ຄັ້ງມີ ຈຳນວນ 65 ຄົນ,ຍິງ 10 ຄົນ.
-   ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງໄກ່ເກ່ຍຂໍ້ຂັດແຍ່ງຕ່າງໆຂັ້ນບ້ານໄດ້ 53 ຄັ້ງ(ສໍາເລັດ 47 ຄັ້ງ).
-   ໄດ້ຮັບແຈ້ງຄວາມ 21 ຄັ້ງ.
-   ໄດ້ສົມທົບກັບ ປກສ ກຸ່ມບ້ານ ເຂົ້າຄວບຄຸມໂຕນັກໂທດໂຕນຄຸກເເລ້ວນໍາສົ່ງໃຫ້ ປກສ ເເຂວງດໍາເນີນຕາມລະບຽບກົດໝາຍໄດ້ 01 ຄັ້ງມີ 06 ແຮງງານສະຫາຍ, ໃນນັ້ນພະນັກງານຮາກຖານ 04 ສະຫາຍ.
-   ໄດ້ສົມທົບ ກົມວິຊາສະເພາະ, ປກສ ແຂວງ, ປກສ ເມືອງ, ປກສ ກຸ່ມບ້ານ ແລະ ອຳນາດການປົກຄອງບ້ານລົງຈັດຕັ້ງເຜີຍແຜ່ເນື້ອໃນເອກະສານຕ່າງໆໃນບັນດາບ້ານຮັບຜິດຊອບຈຳນວນ 14 ບ້ານໄດ້ 102 ຄັ້ງ.
-   ໄດ້ເປີດກອງປະຊຸມຕ່າງໆເພື່ອຈັດຕັ້ງເຜີຍແຜ່ມະຕິ, ຄຳສັ່ງ, ຄຳແນະນໍາ ຂອງຂັ້ນເທີງໃຫ້ແກ່ພະນັກງານພາຍໃນກອງກໍ່ສ້າງຮາກຖານ 920 ໄດ້ 27 ຄັ້ງ.
- ລົງປະສານສົມທົບຄະນະກອງບັນຊາການ ປກສ ເມືອງ ເພື່ອສ້າງແຜນວຽກປະຈໍາແຕ່ລະເດືອນ ແລະ ລົງກວດກາ, ຊຸກຍູ້ວຽກງານໃຫ້ພະນັກງານ, ອົງການຈັດຕັ້ງບ້ານຈຳນວນ 27 ຄັ້ງ.
- ຄະນະພັກ, ຄະນະກອງ ແລະ ພະນັກງານຮາກຖານປະຈຳບ້ານໄດ້ສົມທົບກັບການຈັດຕັ້ງແຂວງ, ເມືອງ, ບ້ານ ແລະ ອົງການຈັດຕັ້ງມະຫາຊົນລົງຕິດຕາມ, ຊຸກຍູ້, ແກ້ໄຂ ແລະ ຊ່ວຍເຫຼືອປະຊາຊົນ 99 ຄັ້ງ.
- ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືຂອງອົງການຈັດຕັ້ງບ້ານ, 5 ຂະແໜງການຂອງບ້ານ ແລະ ການຈັດຕັ້ງໂຮງຮຽນໄດ້ 190 ຄັ້ງ.
- ໄດ້ເຂົ້າຮ່ວມການປັບປຸງລະບົບອົງການຈັດຕັ້ງຂອງບ້ານ ແລະ 5 ຂະແໜງການຂອງບ້ານໄດ້ສຳເລັດ 14 ບ້ານ.
- ໄດ້ລົງເກັບກໍາສະຖິຕິພົນລະເມືອງທີ່ໄດ້ຂຶ້ນ ແລະ ຍັງບໍ່ທັນໄດ້ຂື້ນສໍາມະໂນຄົວປະຈໍາ 06 ເດືອນທ້າຍປີ 2024 ໃນຄວາມຮັບຜິດຊອບສໍາເລັດ ເຊີ່ງມີລາຍລະອຽດດັ່ງລຸ່ມນີ້:
- ຈຸດສຸມກຸ່ມໂພນສະຫວາດ ເມືອງລ້ອງຊານ, ແຂວງໄຊສົມບູນ ມີທັງໝົດ 8 ບ້ານ, 77 ໜ່ວຍ, ມີ 1,378
ຫຼັງຄາເຮືອນ, 1,346 ຄອບຄົວ, ມີຈຳນວນຄົນທັງໝົດ 10,028 ຄົນ, ຍິງ 5,060 ຄົນ. ຍັງບໍ່ທັນໄດ້ຈົດທະບຽນສຳມະໂນຄົວມີ 41 ຄອບຄົວ, ມີຈຳນວນຄົນທັງໝົດ 2,579 ຄົນ, ຍີງ 1,492 ຄົນ. (ເຫດຜົນ: ເກີດໃໝ່, ມາເປັນໄພ້ເປັນເຂີຍ ແລະ ຕົກຄ້າງຈຳນວນໜື່ງ).
- ຈຸດສຸ່ມກຸ່ມຫ້ວຍຊາຍ ແລະ ກຸ່ມພູກະທະ ເມືອງຮົ່ມ, ແຂວງໄຊສົມບູນ ມີທັງໝົດ 6 ບ້ານ, ມີ 36 ໜ່ວຍ, ມີ 691ຫຼັງຄາເຮືອນ, ມີ 709 ຄອບຄົວ, ມີຈຳນວນຄົນທັງໝົດ 4,749 ຄົນ, ຍີງ 2,282 ຄົນ. ຍັງບໍ່ທັນໄດ້ຈົດທະບຽນສຳມະໂນຄົວມີ 63 ຄອບຄົວ, ມີຈຳນວນຄົນທັງໝົດ 1,395 ຄົນ, ຍິງ 764 ຄົນ.(ເຫດຜົນ: ເກີດໃໝ່, ມາເປັນໄພ້ເປັນເຂີຍ ແລະ ຕົກຄ້າງຈຳນວນໜື່ງ).

Photo
Photo

+ຂໍ້ຫຍຸ້ງຍາກ.
- ສະພາບເສັ້ນທາງໃນແຕ່ລະຈຸດທຸລະກັນດານຫ່າງໄກກັນ, ພາຫະນະຮັບໃຊ້ບໍ່ພຽງພໍ (ໄດ້ຮັບຜິດຊອບ 02 ເມືອງຄື ເມືອງລ້ອງຊານ ແລະ ເມືອງຮົ່ມ).
- ອໍານາດການປົກຄອງບາງບ້ານບໍ່ຢູ່ຫ້ອງການບ້ານເປັນບົກກະຕິ.
- ງົບປະມານໃນການລົງລະດົມຊຸກຍູ້ມີໜ້ອຍ, ງົບປະມານ, ອຸປະກອນ, ພາຫະນະຮັບໃຊ້ໃນການລົງລະດົມຊຸກຍູ້ແຕ່ລະບ້ານຍັງບໍພຽງພໍ.
- ການລົງລະດົມຊຸກຍູ້ຂອງຂະແໜງການກ່ຽວຂ້ອງຕໍ່ອໍານາດການປົດຄອງບ້ານ ແລະ ປະຊາຊົນຍັງບໍ່ປົກກະຕິ ສ່ວນຫຼາຍແມ່ນແຕ່ກຳລັງ ປກສ.
+ ທິດທາງວຽກງານແຜນການໃນຕໍ່ໜ້າ.
- ສືບຕໍ່ເຄື່ອນໄຫວຈັດຕັ້ງປະຕິບັດຕາມແຜນແມ່ບົດຂອງກະຊວງ, ແຜນການຂອງກົມ ແລະ ກອງວາງອອກໃຫ້ສຳເລັດເປັນໄລຍະເຊັ່ນ: ສືບຕໍ່ສົບທົບກວດກາຄືນ 4 ແຜນງານໃຫຍ່ຂອງວຽກງານຮາກຖານການເມືອງ, 9 ໜ້າວຽກ, 4 ເນື້ອໃນ 4 ຄາດໝາຍໃຫ້ຖືກຕ້ອງ ແລະ ເໝາະສົມຕາມທິດຊີ້ນຳທີ່ຂັ້ນເທີງມອບໝາຍ.
- ສືບຕໍ່ຕິດຕາມການຍົກຍ້າຍໄປມາທີ່ບໍ່ຖືກຕ້ອງ, ກວດກາເກັບກຳການເໜັງຕີງຂອງພົນລະເມືອງເປັນປົກກະຕິ.
- ສືບຕໍ່ສົມທົບຊຸກຍູ້ພະນັກງານຮາກຖານປະຈຳບ້ານ ແລະ ການຈັດຕັ້ງກ່ຽວຂ້ອງເພີ່ມທະວີເຄື່ອນໄຫວວຽກງານກ່ຽວກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍສະເພາະການລົງຈັດຕັ້ງເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແກ້ໄຂສະກັດກັ້ນໃຫ້ສຳເລັດເປັນໄລຍະ.
- ສຶບຕໍ່ສົມທົບ, ຊຸກຍູ້ການຈັດຕັ້ງກ່ຽວຂ້ອງເກັບກໍາຂໍ້ມູນປະເມີນຜົນບັນດາຄອບຄົວ, ບ້ານທີ່ເຫັນວ່າມີ
ມາດຖານເງື່ອນໄຂທີ່ຈະສ້າງເປັນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ.
- ສືບຕໍ່ສົມທົບ ປກສ ແຂວງ, ປກສ ເມືອງ, ຂັດຈ້ອນ, ຂື້ນບັນຊີຄຸ້ມຄອງເປົ້າໝາຍ, ແຍກປະເພດເປົ້າໝາຍ
ຕ່າງໆ ແລະ ເອົາໃຈໃສ່ກຳສະພາບການຮອບດ້ານ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງຢູ່ໃນຂອບເຂດຄວາມຜິດຊອບຂອງຕົນ.
- ສືບຕໍ່ແນະນໍາພະນັກງານລົງປະຈໍາບ້ານເພີ່ມທະວີລົງເລາະບ້ານທີ່ຕົນຮັບຜິບຊອບໃຫ້ຫຼາຍໂດຍຫັນເປັນ
ກິດຈະກຳປະຈຳວັນເພື່ອກຳສະພາບ ແລະ ປະກົດການຫຍໍ້ທໍ້ທີ່ອາດຈະເກີດຂື້ນ, ສ້າງໃຫ້ ໄດ້ຄວາມຜູກພັນສາມັກຄີກັບປະຊາຊົນບັນດາເຜົ່າໃຫ້ແໜ້ນແຟ້ນ.
- ສືບຕໍ່ຊຸກຍູ້ການຈັດຕັ້ງທ້ອງຖິ່ນກໍານົດລະບອບສ່ອງແສງລາຍງານບັນດາໜ້າວຽກທີ່ຈັດຕັ້ປະຕິບັດຮ່ວມກັນເປັນປົກກະຕິ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ປະຕິບັດຕາມທິດທາງແຜນການຂອງຂັ້ນເທີງ ສາຍຕັ້ງ-ສາຍຂວາງ ທີ່ວາງອອກໃນແຕ່ລະໄລຍະ.

      ສຸດທ້າຍນີ້ ພັທ ສອນໄຊ ໜໍ່ມັງເມັກ ຍັງໄດ້ກ່າວວ່າ ຂ້າພະເຈົ້າໃນນາມຄະນະພັກກອງກໍ່ສ້າງຮາກຖານ 920 ຂໍອວຍພອນໃຊອັນປະເສີດໃຫ້ແກ່ການນຳພັກລັດກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ 05 ເມສາ 1961 – 05 ເມສາ 2025 ທີ່ຈະໝູນວຽນມາ ຄົບຮອບ 64 ປີ ຂໍໃຫ້ການນຳພັກລັດຂັ້ນເທີງພົບພໍ້ແຕ່ສິ່ງທີ່ດີ, ມີສຸຂະພາບເຂັ້ມແຂງ, ແຂງແຮງ ຕະຫຼອດຮອດຄອບຄົວໃຫ້ມີຄວາມຜາສຸກທຸກໆທ່ານ.

                                                                                                                                                                                                                                        ພາບ ແລະ ຂ່າວ ໂດຍ ຮອ ອານຸກອນ ທີລາວົງ                                                                                                                                                                                                                                                               ໜ່ວຍງານໂຄສະນາກົມ 509