ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານລົງຕິດຕາມ, ຊຸກຍູ້ວຽກງານ ແລະ ປະກາດການຈັດຕັ້ງຢູ່ກອງ 921

 

ໃນວັນທີ 01 ພຶດສະພາ 2025 ພັອ ລໍາໄພ ຍົດປະໄພ ຮອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ລົງຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ ແລະ ປະກາດການຈັດຕັ້ງ ຢູ່ກອງກໍ່ສ້າງຮາກຖານ 921 ມີ ພັອ ທອງພຽນ ກົງສະເດັດ ຮອງກອງບັນຊາການ ປກສ ແຂວງ ໄຊສົມບູນ, ມີຫົວໜ້າຫ້ອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໄຊສົມບູນ, ຫົວໜ້າກອງບັນຊາການເມືອງ ທ່າໂທມ, ປກສ ກຸ່ມ ແລະ ບັນດາພະນັກງານກອງກໍ່ສ້າງຮາກຖານ 921 ເຂົ້າຮ່ວມ.

ໃນກອງປະຊຸມ ພັທ ສີພະຈັນ ໝັ້ນສຸລິດ ຫົວໜ້າກອງກໍ່ສ້າງຮາກຖານການເມືອງ 921 ຂື້ນຜ່ານບົດລາຍງານຫຍໍ້ການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງວ່າ: ກອງກໍ່ສ້າງຮາກຖານການເມືອງ 921 ແມ່ນ ປະຈໍາ ຢູ່ເມືອງ ທ່າໂທມ ປະກອບມີ 2 ກຸ່ມບ້ານ: ມີ 6 ບ້ານ, 71 ໜ່ວຍ, 1,230 ຫຼັງຄາເຮືອນ,  1,191 ຄອບຄົວ ,ມີພົນລະເມືອງ ທັງໝົດ  7,417 ຄົນ , ຍິງ 2,235ຄົນ, ອາຍຸ 15 ປີ ຂຶ້ນໄປ ມີ 4,076 ຄົນ , ຍິງ  1,432 ຄົນ, ໄດ້ຈົດທະບຽນສໍາມະໂນຄົວແລ້ວທັງໝົດ ມີ 1,053ຄອບຄົວ ມີຈໍານວນພົນ 6,202 ຄົນ, ຍິງ 2,973 ຄົນ, ຍັງບໍ່ທັນຈົດທະບຽນສໍາມະໂນຄົວ 138 ຄອບຄົວ ຈຳນວນພົນ  2,217 ຄົນ: ຍິງ 607 ຄົນ . ອາຍຸ 15 ປີ ຂຶ້ນໄປ 552 ຄົນ, ຍິງ 293 ຄົນ. ໃນໄລຍະຜ່ານມາກອງກໍ່ສ້າງຮາກຖານໄດ້ສຸມໃສ່ເຮັດວຽກງານການເມືອງ-ແນວຄິດ ເຊື່ອມຊືມບັນດາມະຕິ, ຄຳສັ່ງໃຫ້ພະນັກ ງານຮາກຖານຢ່າງເປັນປົກກະຕິ ແລະ ປຸກລະດົມຂົນຂວາຍອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນເຊື່ອມຊືມກຳແໜ້ນ ແນວທາງນະໂຍບາຍຂອງພັກ-ລັດ ແລະ ປະກອບ ສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແກ້ໄຂບັນຫາປະກົດການຫຍໍ້ຕ່າງໆ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ຈາກນັ້ນ ພັຕ ພູໂຂງ ພັນຄູນນິວົງສາ   ຕາງໜ້າພະແນການເມືອງ ກົມຄຸ້ມຄອງ ສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍ ການແຕ່ງນາຍຕໍາຫຼວດທີ່ຂື້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານສະບັບເລກທີ 839/ກມປສ, ລົງວັນທີ 17 ກຸມພາ 2025 ແລະ ຜ່ານຂໍ້ຕົກລົງຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າ ແລະ ຮອງໜ່ວຍງານ ຫ້ອງການກົມ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ, ບັນດາພະແນກ ແລະ ກອງກໍ່ສ້າງຮາກຖານ ສະບັບເລກທີ 1262/ຄກຖຸ, ລົງວັນທີ 19 ກຸມພາ 2025, ໃນນີ້ປະກາດແຕ່ງຕັ້ງ ພັທ ສີທາດ ວົງພະຈັນ ເປັນຮອງກອງກໍ່ສ້າງ ຮາກຖານ 921, ແຕ່ງຕັ້ງ ພັຕ ມັງ ສີສຸລາດ ເປັນຫົວໜ້າໜ່ວຍງານບໍລິຫານ ປະຈໍາກອງກໍ່ສ້າງຮາກຖານ 921.

ໃນໂອກາດນີ້ ພັອ ລໍາໄພ ຍົດປະໄພ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຍັງໄດ້ເໜັ້ນໜັກໃຫ້ພະນັກງານແຕ່ລະສະຫາຍສືບຕໍ່ຊີ້ນໍາ-ນໍາພາພະນັກງານຢູ່ຮາກຖານບ້ານມີຄຸນນະພາບໂດຍການເຊື່ອມຊຶມແນວທາງ ນະໂຍບາຍຂອງພັກ, ກົດໝາຍຂອງລັດມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ກຳແໜ້ນບາດກ້າວຂັ້ນຕອນຕ່າງໆ ໃນການປະຕິບັດວຽກງານກໍ່ສ້າງຮາກຖານເມືອງທີ່ຕິດພັນກັບວຽກງານ 03 ສ້າງ, ສຳລັບຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃຫ້ເອົາໃຈຝືກຝົນຫຼໍ່ຫຼອມຕົນໃຫ້ເປັນພະນັກງານທີ່ມີຄວາມຮູ້ຄວາມສາມາດສ້າງໃຫ້ໄດ້ເປັນພະນັກງານສືບທອດປ່ຽນແທນໃນຕໍ່ໜ້າ.