ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຝືກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ

Photoກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດຕັ້ງພິທີຝືກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ພະນັກງານທີ່ລົງຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານຕົວຈິງຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ໄດ້ຈັດຂື້ນໃນວັນທີ 3 ກັນຍາ 2025, ໂດຍການເປັນປະທານຂອງ ພັອ ສີບຸນເຮືອງ ໄຊຍະເພດ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີຄະນະພະແນກການເມືອງ, ຄະນະພະແນກເສນາກໍ່ສ້າງຮາກຖານ ແລະ ພະນັກງານກໍ່ສ້າງຮາກຖານເຂົ້າຮ່ວມ.PhotoPhoto

       ໃນວັນທີ 5 ກັນຍາ 2025 ພິທີຝືກອົບຮົມໄດ້ປິດລົງຢ່າງເປັນທາງການ ໂດຍການເປັນປະທານຂອງ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃນພິທີພັທ ນາງ ທິດາວອນ ແກ້ວມະນີ ຮອງພະແນກການເມືອງໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະ 3 ວັນຜ່ານມາ ພະນັກງານກໍ່ສ້າງຮາກຖານ ໄດ້ພ້ອມກັນຄົ້ນຄ້ວາບັນດາເອກະສານກ່ຽວກັບຄວາມໝາຍຄວາມສຳຄັນຂອງວຽກງານຄຸ້ມຄອງສຳມະໂນຄົວ, ວຽກງານຄຸ້ມຄອງອາຊີບພາຫະນະພິເສດ, ວຽກງານຕຳຫຼວດ, ວຽກງານສັນຕິບານ ແລະ ວຽກງານສ້າງຄວາມເຂັ້ມແຂງໃຫ້ທ້ອງຖີ່ນ ພ້ອມທັງປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນ ເພື່ອນຳເອງບົດຮຽນດັ່ງກ່າວໄປຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄລຍະໃໝ່ໃຫ້ປະກົດຜົນເປັນຈິງ, ຍົກສູງລະດັບວຽກງານວິຊາສະເພາະໃຫ້ແກ່ພະນັກງານທີ່ຈະລົງກໍ່ສ້າງຮາກຖານໃໝ່ກໍາແໜ້ນລະບຽບຫຼັກການທາງດ້ານວິຊາສະເພາະ, ກໍາໄດ້ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດຮູ້ໝູນໃຊ້ບົດຮຽນເຂົ້າໃນພຶດຕິກໍາຕົວຈິງ, ກໍາໄດ້ແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ນໍາໄປຈັດຕັ້ງປະຕິບັດຢູ່ຂັ້ນຮາກຖານໃຫ້ມີປະສິດທິຜົນສູງ, ເຮັດໃຫ້ພະນັກງານນັກຮົບຮັບຮູ້, ເຂົ້າໃຈກ່ຽວກັບບາດກ້າວ, ຂັ້ນຕອນ ແລະ ກໍາໄດ້ລະບຽບຫຼັກການໃນການຫັນລົງກໍ່ສ້າງຮາກຖານການເມືອງ.Photo

       ໃນວາລະດັ່ງກ່າວ ໄດ້ມອບໃບຢັ້ງຢືນໃຫ້ພະນັກງານກໍ່ສ້າງຮາກຖານຜູ້ທີ່ໄດ້ສຳເລັດການລົງກໍ່ສ້າງຮາກຖານການເມືອງ ເປັນກຽດມອບໂດຍທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ໃນໂອກາດນີ້ທ່ານຍັງໄດ້ເນັ້ນໜັກບາງບັນຫາໃຫ້ບັນດາພະນັກງານກໍ່ສ້າງນຮາກຖານການເມືອງ ນໍາເອົາເນື້ອໃນຈິດໃຈຂອງການຝຶກອົບຮົມໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຮັດຕົວຈິງຢ່າງມີຈຸດສຸມ, ດ້ວຍຄວາມຮັບຜິດຊອບສູງ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງໂດຍສະເພາະອໍານາດການປົກຄອງບ້ານ ໃຫ້ມີຄວາມເປັນເອກະພາບກັນໃນການແກ້ໄຂບັນຫາຕ່າງໆລົງໃກ້ຊິດຕິດແທດ, ຮູ້ໄດ້ຈິດໃຈຄວາມສໍານຶກຄິດພໍ່ແມ່ປະຊາຊົນ PhotoPhoto

       ປຸກລຸກຂົນຂວາຍກໍາລັງແຮງຂອງມະຫາຊົນ,ຊາວໜຸ່ມ - ແມ່ຍິງເພື່ອໃຫ້ເຂົາເຈົ້າກໍາແໜ້ນເຊື່ອມຊືມແນວທາງນະໂຍບາຍຂອງພັກລະບຽບກົດໝາຍຂອງລັດປະຕິບັດສິດ ແລະ ພັນທະຂອງຕົນມີສ່ວນຮ່ວມຕໍ່ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃຫ້ກາຍເປັນຂອງທົ່ວປວງຊົນສະໜັບສະໜູນສ້າງຂໍ້ແຂ່ງຂັນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີປອດຢາເສບຕິດພ້ອມນັ້ນກໍ່ໄດ້ສ້າງທຸກເງື່ອນໄຂເພື່ອເຮັດໃຫ້ບ້ານກຸ່ມບ້ານກາຍເປັນບ້ານພັດທະນາກາຍເປັນບ້ານແບບຢ່າງທາງດ້ານສາທາລະນະສຸກ, ແຕ່ລະຄອບຄົວພາຍໃນບ້ານມີຄວາມສະຫງົບສຸກ.