
ກອງປະຊຸມປຶກສາຫາລືກ່ຽວກັບການອອກບັດອະນຸຍາດຖືປືນເສິກ
ໃນຕອນເຊົ້າວັນທີ 15 ສິງຫາ 2025 ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການອອກບັດອະນຸຍາດຖືປືນເສິກ ໂດຍການ ເປັນ ປະທານ ຂອງທ່ານ ພັອ ສົມສະນິດ ຈັນທະວົງ ຮອງຫົວໜ້າ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີກົມເສນາ ຫ້ອງວ່າການກະຊວງ ປກສ , ກົມຍຸດໂທ ກົມໃຫຍ່ພະລາທິການ, ກົມນິຕິວິທະຍາ ກົມໃຫຍ່ຕຳຫຼວດ, ກົມປ້ອງກັນພາຍໃນ ກົມໃຫຍ່ສັນຕິບານ, ແລະ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ລວມທັງໝົດ 20 ທ່ານ ເຂົ້າຮ່ວມ.

ເພື່ອຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ມະຕິ, ຄຳສັ່ງ, ຂໍ້ຕົກລົງ ແລະ ທິດທາງແຜນການຂອງກະຊວງ ກໍ່ຄືແຜນການສູ້ຊົນຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃຫ້ບັນລຸເປົ້າໝາຍຕາມແຜນການທີ່ວາງໄວ້ ກ່ຽວການຈົດທະບຽນ ແລະ ຄຸ້ມຄອງ ການອອກບັດອະນຸຍາດຖືປືນເສິກໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ຄາດໝາຍສະກັດກັ້ນ ແລະ ແກ້ໄຂ ບັນຫາປະກົດການຫຍໍ້ທໍ້ຕ່າງໆຢູ່ໃນສັງຄົມ, ຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ; ນອກຈາກນັ້ນ ກໍ່ເພື່ອເຮັດໃຫ້ວຽກງານ ຈົດທະບຽນ ແລະ ການຄຸ້ມຄອງອອກບັດອະນຸຍາດຖືປືນເສິກ ໃຫ້ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ພ້ອມທັງປັບປຸງວຽກງານ ການຈົດທະບຽນ ແລະ ການຄຸ້ມຄອງອອກບັດອະນຸຍາດຖືປືນເສິກ ໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ຖືກຕ້ອງຕາມຫຼັກການວິຊາສະເພາະໃນການປະຕິບັດ,ມີຄວາມເປັນເອກະພາບກັນຢູ່ໃນຂອບເຂດທົ່ວປະເທດ.