ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ເປີດຝຶກອົບຮົມວຽກງານສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ຂອງກະຊວງປ້ອງກັນຄວາມສະຫງົບ

ໃນວັນທີ 24-25 ຕຸລາ 2025  ທີ່ກະຊວງປ້ອງກັນຄວາມສະຫງົບ ໄດ້ເປີດຝຶກອົບຮົມວຽກງານສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ຂອງກະຊວງປ້ອງກັນຄວາມສະຫງົບ ໂດຍໃຫ້ກຽດເປັນປະທານຂອງ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ເລຂາຄະນະພັກກົມ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີ ທ່ານ ວິໄລສຸກ ສີສຸລາດ ຮອງຫົວຫນ້າກົມສະຖິຕິເສດຖະກິດ ແລະ ສັງຄົມ, ຮອງຫົວຫນ້າຫ້ອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຂັ້ນສູນກາງ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍ ນັກສຳມະນາກອນອ້ອມຂ້າງກະຊວງ ປກສ ຈຳນວນ 35 ສະຫາຍ ເຂົ້າຮ່ວມ.

ໃນພິທີ ທ່ານ ພັອ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໃຫ້ຮູ້ວ່າ: ຈຸດປະສົງຂອງການຝືກອົບຮົມໃນຄັ້ງນີ້ເພື່ອເຮັດໃຫ້ບັ້ນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງ V ປີ 2025 ຂອງກະຊວງປ້ອງກັນຄວາມສະຫງົບໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດຕາມລະດັບຄາດໝາຍຮັບປະກັນຄວາມຖືກຕ້ອງ, ຊັດເຈນ ແລະ ທັນກັບກໍານົດເວລາ, ທັງຮັບປະກັນຄວາມລັບຂອງຊາດ; ໃນບັ້ນສໍາຫຼວດພົນລະເມືອງຄັ້ງນີ້ ແມ່ນເຮັດໃຫ້ຖັນແຖວພະນັກງານໃນກໍາລັງປ້ອງກັນຄວາມສະຫງົບເຫັນໄດ້ສິດ ແລະ ພັນທະຂອງຕົນໃນວຽກງານສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ, ທັງປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນການສໍາຫຼວດພົນລະເມືອງ ຢ່າງຕັ້ງໜ້າປະກອບສ່ວນສ້າງເປັນຖານຂໍ້ມູນອັນສໍາຄັນໃນການຄາດຄະເນຕົວເລກພົນລະເມືອງ ແລະ ທີ່ຢູ່ອາໄສໃນຕໍ່ໜ້າ, ເພື່ອເປັນພື້ນຖານ ຂໍ້ມູນໃນການເກັບກໍາສະຖິຕິ ຂອງກໍາລັງປ້ອງກັນຄວາມສະຫງົບ, ພ້ອມທັງເອົາບົດຮຽນນຳໄປຈັດຈັດຜັນຂະຫຍາຍຝຶກອົບຮົບຄູຝຶກຂັ້ນແຂວງ ເພື່ອໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບກອບແນວຄວາມຄິດ, ຈຸດປະສົງ ແລະ ວິທີການຈົດກ່າຍແບບສອບຖາມ ໃຫ້ມີຄວາມເປັນເອກະພາບຢ່າງເລິກເຊິ່ງ ຮັບປະກັນສາມາດສືບຕໍ່ຈັດຝຶກອົບຮົມໃຫ້ນັກກວດກາ, ກະຊວງ ແລະ ບັນດາແຂວງ; ນັກເດີນສໍາຫຼວດຢູ່ບັນດາກົມກອງອ້ອມຂ້າງ ເພື່ອເສີມສ້າງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບໜ້າທີ່ຮັບຜິດຊອບຂອງຄູຝຶກ, ນັກກວດກາ ແລະ ນັກເດີນສໍາຫຼວດ ລວມທັງວິທີການ ແລະ ຂັ້ນຕອນ ໃນການເກັບກຳຂໍ້ມູນພາກສະໜາມ; ເອກະພາບກ່ຽວກັບແຜນການຝຶກອົບຮົມສໍາລັບຄູຝຶກຢູ່ບັນດາກົມກອງອ້ອມຂ້າງກະຊວງ ແລະ ບັນດາ ກອງບັນຊາກາານ ປກສ ແຂວງ, ຈໍານວນເຂດສໍາຫຼວດ, ຈໍານວນນັກເດີນສໍາຫຼວດ, ນັກກວດກາ ທີ່ຮັບຜິດຊອບຈັດຕັ້ງປະຕິບັດການເກັບກຳຂໍ້ມູນຢູ່ບັນດາກົມກອງ.


ໃນໂອກາດກາດນີ້ ປະທານກອງປະຊຸມຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບ ຝຶກອົບຮົມ, ນັກວິທະຍາກອນ, ນັກສຳມະກອນ ພ້ອມດ້ວຍວິຊາການທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ທີ່ມີຄວາມເຊື່ອໝັ້ນ ເປັນເຈົ້າການຝຶກອົບຮົມ ຮັບເອົາຄວາມຮູ້, ເຕັກນິກ, ວິທີການ ເພື່ອນຳໄປຈັດຕັ້ງປະຕິບັດການເກັບກຳຂໍ້ມູນພາກສະໜາມ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດ ແລະ ເຮັດວຽກຮ່ວມກັນໃນຕໍ່ໜ້າມີມີຜົນສຳເລັດ.