ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີຝຶກອົບຮົມນໍາໃຊ້ໂປຣແກຣມສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ດີຈີຕ໋ອນ ທົ່ວ ປກສ ແຂວງ ຈໍາປາສັກ

ໃນວັນທີ 23-25 ຕຸລາ 2025 ຢູ່ທີ່ສະໂມສອນຊັ້ນ 4 ກົມຄຸ້ມຄອງສໍາມະໂນຄົວແລະກໍ່ສ້າງຮາກຖານກະຊວງປ້ອງກັນຄວາມສະຫງົບໄດ້ຝຶກອົບຮົມນຳໃຊ້ໂປຣແກຣມໂຄງສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວດິຈິຕ໋ອນໃຫ້ກອງບັນຊາການ ປກສ ແຂວງ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງເລຂາຄະນະພັກກົມຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີບັນດາ ຄະນະພັກ-ຄະນະກົມ, ຄູອາຈານ ແລະ ນັກສໍາມະນາກອນ ຈາກແຂວງຈໍາປາສັກ ເຂົ້າຮ່ວມ 65 ສະຫາຍ ຍິງ 16 ສະຫາຍ

          

ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ໄດ້ເນັ້ນໜັກໃຫ້ທຸກສະຫາຍເອົາໃຈໃສ່ໃນທຸກຂັ້້ນຕອນ ຂອງລະບົບການໂອນຖ່າຍ ແລະ ການເກັບກຳຂໍ້ມູນພົນລະເມືອງ, ປະຕິບັດໜ້າທີ່ຢ່າງເຄັ່ງຄັດ, ມີຄວາມຖືກຕ້ອງ, ລະອຽດ, ແລະ ມີປະສິດທິພາບ ພ້ອມທັງຊີ້ໃຫ້ເຫັນວ່າ ວຽກງານຄຸ້ມຄອງພົນລະເມືອງ ແລະ ບັດປະຈໍາຕົວ ແມ່ນວຽກງານໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ແລະ ເປັນພື້ນຖານຕໍ່ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ເພື່ອໃຫ້ປະເທດເຮົາກ້າວທັນກັບຍຸກເຕັກໂນໂລຊີ 4.0 ລັດຖະບານແຫ່ງ ສປປ ລາວ ກໍ່ຄືກະຊວງປ້ອງກັນຄວາມສະຫງົບ ຍາມໃດກໍ່ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານດັ່ງກ່າວ ໂດຍສະເພາະແມ່ນການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າມາມີບົດບາດສໍາຄັນໃນທຸກຂົງເຂດວຽກງານຂອງການພັດທະນາ ບໍ່ວ່າຈະເປັນດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ເວົ້າລວມ, ເວົ້າສະເພາະກໍ່ແມ່ນຂະແໜງ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກະສິກຳ, ສາທາລະນະສຸກ ແລະ ຂະແໜງການອື່ນໆກໍ່ໄດ້ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເປັນເຄື່ອງມືຮັບໃຊ້ທີ່ສໍາຄັນ ເພື່ອຄຸ້ມຄອງບໍລິຫານວຽກງານວິຊາສະເພາະໃນຂະແໜງການຂອງຕົນເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນສູງ, ມີຄວາມວ່ອງໄວທັນສະໄໝ ຈຳເປັນຕ້ອງໄດ້ຫັນເອົາລະບົບເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າມາມີບົດບາດສໍາຄັນໃນການຄຸ້ມຄອງຫັນເອົາວຽກງານດັ່ງກ່າວເຂົ້າສູ່ລະບົບດີຈິຕ້ອນ.

ການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນຈະໄດ້ຮູ້ວິທີການນໍາໃຊ້ລະບົບໂປຣແກຣມໂຄງການສ້າງຖານຂໍ້ມູນ ພົນລະເມືອງ ແລະ ບັດປະຈຳຕົວ ເປັນຕົ້ນແມ່ນ: 1). ຝຶກອົບຮົມລະບົບຊອບແວຄຸ້ມຄອງ ພົນລະເມືອງ ແລະ ຊອບແວລະບຸຕົວຕົນເອເລັກໂຕຣນິກ, 2). ການນໍາໃຊ້ລະບົບຊອບແວ ຂອງພົນລະເມືອງ, ການຢັ້ງຢືນແບບເອເລັກໂຕຣນິກ ແບບດີຈີຕ້ອນ ແລະ ການເກັບກຳຂໍ້ມູນພົນລະເມືອງ, 3). ລະບົບຊອບແວສໍາລັບທີ່ຢູ່ອາໄສຂອງພົນລະເມືອງ ແລະ ການຄຸ້ມ ຄອງນໍາໃຊ້ລະບົບລາຍເຊັນດີຈິຕ້ອນ, 4). ພື້ນຖານໂຄງລ່າງການດໍາເນີນງານ, 5). ຝຶກ ອົບຮົມກ່ຽວກັບການຈັດການ ແລະ ການດໍາເນີນງານ ABIS, 6). ການຈັດການລະບົບຂໍ້ມູນຂ່າວສານ ICT, 7). ຝຶກອົບຮົມວຽກງານນິຕິກໍາກ່ຽວກັບໂຄງການ, ແລະ ໄດ້ສົນທະນາ ແລກປ່ຽນຄໍາຄິດຄໍາເຫັນພ້ອມທັງມີການປະເມີນຜົນ ພ້ອມທັງມອບໃບຢັ້ງຢືນໃຫ້ນັກສໍາມະນາກອນທີ່ເຂົ້າຝືກອົບຮົມເປັນດຽດມອບໂດຍ ທ່ານ ພົຈວ ແກ່ນຈັນ ພົມມະຈັກ.