ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນໃນກອງປະຊຸມເປີດບັ້ນດຳເນີນຊີວິດການເມືອງ ກອງກໍ່ສ້າງຮາກຖານ 915 ປະຈໍາປີ 2025
ໃນວັນທີ 14 ພະຈິກ 2025 ຢູ່ທີ່ກອງກໍ່ສ້າງຮາກຖານ 915 ໄດ້ຈັດກອງປະຊຸມເປີດບັ້ນດໍາເນີນຊີວິດການເມືອງ ຕີລາຄາປະເພດສະມາຊິກພັກ ແລະ ໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ເປັນປະທານໂດຍ ສະຫາຍ ພັອ ສີບຸນເຮືອງ ໄຊຍະເພັດ ຄະນະພັກກົມ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີ ສະຫາຍ ພັທ ບຸນເພັງ ຈັນທະລັງສີ ເລຂາໜ່ວຍພັກ ຫົວໜ້າກອງກໍ່ສ້າງຮາກຖານ 915 ມີຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ພາຍໃນກອງກໍ່ສ້າງຮາກຖານ 915 ເຂົ້າຮ່ວມ.

.jpeg)
ສະຫາຍ ພັທ ບຸນເພັງ ຈັນທະລັງສີ ເລຂາໜ່ວຍພັກ ຫົວໜ້າກອງກໍ່ສ້າງຮາກຖານ 915 ໄດ້ຂຶ້ນຜ່ານລາຍງານການເຄື່ອນໄຫວວຽກງານໃນ 1 ປີຜ່ານມາ ຄະນະໜ່ວຍພັກຮາກຖານກອງກໍ່່ສ້າງຮາກຖານ 915 ຂອງພວກເຮົາຍາມໃດກໍຢືດໝັ້ນຖືເອົາການຈັດຕັ້ງປະຕິບັດ, ຕາມຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ມອບໝາຍແບ່ງປັນໜ້າທີ່ໃຫ້ຄະນະໜ່ວຍພັກ, ພະນັກງານພາຍໃນກອງຮັບຜິດຊອບຢ່າງຈະແຈ້ງ, ມີແຜນການເຄື່ອນໄຫວນໍາພາຢ່າງເປັນປົກກະຕິ, ມີການຕິດຕາມກວດກາຊຸກຍູ້ ແລະ ປະເມີນຜົນໃນການປະຕິບັດແຜນການທີ່ວາງອອກໃນແຕ່ລະໄລຍະ, ຮູ້ປະສານສົມທົບຢ່າງກົມກຽວໃນຄະນະໜ່ວຍພັກຂັ້ນເທິງແຕ່ລະຂັ້ນ, ບັນດາໜ່ວຍພັກ, ເສີມຂະຫຍາຍພາລະບົດບາດ, ສິດ ແລະ ໜ້າທີ່ວິຊາສະເພາະ, ຕິດຕາມ, ກວດກາ, ສະຫຼຸບຖອດຖອນບົດຮຽນແລ້ວລາຍງານຂັ້ນເທິງເປັນປົກກະຕິ, ລົງເລິກໃກ້ຊິດຕິດແທດ, ປຸກລະດົມຊວນເຊື່ອມະຫາຊົນເຂົ້າຮ່ວມວຽກງານ, ຂະບວນການຕ່າງໆ ແລະ ປະຕິບັດວຽກງານຕາມການມອບໝາຍໃຫ້ປະກົດຜົນເປັນຈິງ.
.jpeg)
ໃນກອງປະຊຸມ ສະຫາຍ ພັອ ສີບຸນເຮືອງ ໄຊຍະເພັດ ຄະນະພັກກົມ ຮອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ເຜີຍແຜ່ເຊື່ອມຊຶມເອກະສານຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ແລະ ບົດໂອ້ ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ແລະ ຜ່ານມະຕິກອງປະຊຸມຄົບຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານຄັ້ງທີ 3 ສະໄໝທີ III. ໃນໂອກາດນີ້ ທ່ານ ປະທານ ຍັງໂອ້ລົມຕໍ່ການເປີດບັ້ນກໍາເນີນຊີວິດການເມືອງຄັ້ງນີ້ ກໍເພື່ອເປັນການສະຫຼຸບຄືນບັນດາຜົນງານດ້ານດີ-ດ້ານອ່ອນຜ່ານການຈັດຕັ້ງປະຕິບັດ, ມະຕິ, ຄໍາສັ່ງແນະນຳ ຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຍົກສູງຄູນນະພາລການດໍາເນີນຊີວິດພັກ ຂອງຄະນະພັກແຕ່ລະຂັ້ນ ແນ່ໃສ່ເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ່ເຂັ້ມແຂງ ໜັກແໜ້ນ ໃນກອງກໍ່ສ້າງຮາກຖານ 915 ໃຫ້ໄດ້ຄຸນນະພາບ ແລະ ມີຜົນສໍາເລັດຕາມຄາດໝາຍພ້ອມວາງທິດທາງແຜນການຢ່າງມີຈຸດສຸ່ມ, ສຸ່ມໃສ່ກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງຕາມ 5 ເນື້ອໃນ ທີ່ໄດ້ກຳນົດຢູ່ໃນຄໍາສັ່ງແນະນໍາຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນການນໍາພາ ແລະ ດ້ານການນໍາພາປະຕິບັດໜ້າທີການເມືອງ ໃຫ້ມີຜົນສໍາເລັດ