ພິທີປິດຝຶກອົບຮົມນໍາໃຊ້ໂປຣແກຣມໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວດີຈີຕ໋ອນ ທີ່ສະໂມສອນ ກົມ 509
ໃນວັນທີ 17 ພະຈິກ 2025 ຢູ່ທີ່ສະໂມສອນຊັ້ນ 4 ກົມຄຸ້ມຄອງສໍາມະໂນຄົວແລະກໍ່ສ້າງຮາກຖານກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຝຶກອົບຮົມນຳໃຊ້ໂປຣແກຣມໂຄງສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວດິຈິຕ໋ອນໃຫ້ພະນັກງານກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງເລຂາຄະນະພັກ, ກົມຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີບັນດາ ຄະນະພັກ-ຄະນະກົມ, ຄູອາຈານ ແລະ ນັກສໍາມະນາກອນ ເຂົ້າຮ່ວມ 172 ສະຫາຍ ຍິງ 48 ສະຫາຍ.

ໃນພິທີ ທ່ານ ພັທ ບົວໄລ ເພັດສົມພອນ ຫົວໜ້າສູນຄຸ້ມຄອງພົນລະເມືອງ ແລະ ບັດປະຈຳຕົວ ໄດ້ຂື້ນລາຍງານຜົນຂອງການຝຶ້ກອົບຮົມເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນຈະໄດ້ຮູ້ວິທີການນໍາໃຊ້ລະບົບໂປຣແກຣມໂຄງການສ້າງຖານຂໍ້ມູນ ພົນລະເມືອງ ແລະ ບັດປະຈຳຕົວ ເປັນຕົ້ນແມ່ນ: 1). ຝຶກອົບຮົມລະບົບຊອບແວຄຸ້ມຄອງ ພົນລະເມືອງ ແລະ ຊອບແວລະບຸຕົວຕົນເອເລັກໂຕຣນິກ, 2). ການນໍາໃຊ້ລະບົບຊອບແວ ຂອງພົນລະເມືອງ, ການຢັ້ງຢືນແບບເອເລັກໂຕຣນິກ ແບບດີຈີຕ້ອນ ແລະ ການເກັບກຳຂໍ້ມູນພົນລະເມືອງ, 3). ລະບົບຊອບແວສໍາລັບທີ່ຢູ່ອາໄສຂອງພົນລະເມືອງ ແລະ ການຄຸ້ມ ຄອງນໍາໃຊ້ລະບົບລາຍເຊັນດີຈິຕ້ອນ, 4). ພື້ນຖານໂຄງລ່າງການດໍາເນີນງານ, 5). ຝຶກ ອົບຮົມກ່ຽວກັບການຈັດການ ແລະ ການດໍາເນີນງານ ABIS, 6). ການຈັດການລະບົບຂໍ້ມູນຂ່າວສານ ICT, 7). ຝຶກອົບຮົມວຽກງານນິຕິກໍາກ່ຽວກັບໂຄງການ, ແລະ ໄດ້ສົນທະນາ ແລກປ່ຽນຄໍາຄິດຄໍາເຫັນພ້ອມທັງມີການປະເມີນຜົນ ຜ່ານການຝຶກອົບຮົມສາມາດບັນລຸໄດ້ 83%.
ໃນຕອນທ້າຍ ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ໄດ້ເນັ້ນໜັກໃຫ້ທຸກສະຫາຍເອົາໃຈໃສ່ໃນທຸກຂັ້້ນຕອນ ຂອງລະບົບການໂອນຖ່າຍ ແລະ ການເກັບກຳຂໍ້ມູນພົນລະເມືອງ, ປະຕິບັດໜ້າທີ່ຢ່າງເຄັ່ງຄັດ, ມີຄວາມຖືກຕ້ອງ, ລະອຽດ ແລະ ມີປະສິດທິພາບ ພ້ອມທັງຊີ້ໃຫ້ເຫັນວ່າ ວຽກງານຄຸ້ມຄອງພົນລະເມືອງ ແລະ ບັດປະຈໍາຕົວ ແມ່ນວຽກງານໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ແລະ ເປັນພື້ນຖານຕໍ່ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ເພື່ອໃຫ້ປະເທດເຮົາກ້າວທັນກັບຍຸກເຕັກໂນໂລຊີ 4.0, ລັດຖະບານແຫ່ງ ສປປ ລາວ ກໍ່ຄືກະຊວງປ້ອງກັນຄວາມສະຫງົບ ຍາມໃດກໍ່ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານດັ່ງກ່າວ ໂດຍສະເພາະແມ່ນການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າມາມີບົດບາດສໍາຄັນໃນທຸກຂົງເຂດວຽກງານຂອງການພັດທະນາ ບໍ່ວ່າຈະເປັນດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ເວົ້າລວມ, ເວົ້າສະເພາະກໍ່ແມ່ນຂະແໜງ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກະສິກຳ, ສາທາລະນະສຸກ ແລະ ຂະແໜງການອື່ນໆກໍ່ໄດ້ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເປັນເຄື່ອງມືຮັບໃຊ້ທີ່ສໍາຄັນ ເພື່ອຄຸ້ມຄອງບໍລິຫານວຽກງານວິຊາສະເພາະໃນຂະແໜງການຂອງຕົນເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນສູງ, ມີຄວາມວ່ອງໄວທັນສະໄໝ ຈຳເປັນຕ້ອງໄດ້ຫັນເອົາລະບົບເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າມາມີບົດບາດສໍາຄັນໃນການຄຸ້ມຄອງຫັນເອົາວຽກງານດັ່ງກ່າວເຂົ້າສູ່ລະບົບດີຈິຕ້ອນ ພ້ອມທັງມອບລາງວັນໃຫ້ນັກສໍາມະນາກອນທີ່ເຂົ້າຝືກອົບຮົມທີ່ມີຄະແນນດີເດັ່ນ ເປັນກຽດມອບໂດຍ ທ່ານ ພົຈວ ແກ່ນຈັນ ພົມມະຈັກ.