ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຊີ້ນຳວຽກງານປ້ອງກັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ຢູ່ ປກສ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ

 

ວັນທີ 20 ພະຈິກ 2025, ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຊີ້ນຳວຽກງານປ້ອງກັນງານມະຫາກຳກິລາແຫ່ງຊາດຄັ້ງທີ XII ຢູ່ ປກສ ເມືອງໄຊທານີ ມີີີ ທ່ານ ພັທ ວຽງຄໍາ ຈັນທະວົງສາ ຫົວໜ້າ ປກສ ເມືອງ ພ້ອມດ້ວຍຄະນະກອງບັນຊາການ ປກສ ເມືອງ ແລະ  ພະນັກງານທີ່ລົງປ້ອງກັນພາຍໃນເມືອງ ໄຊທານີ ເຂົ້າຮ່ວມ.

ພັທ ວຽງຄໍາ ຈັນທະວົງສາ ຫົວໜ້າ ປກສ ເມືອງ ໄຊທານີໄດ້ຂຶ້ນຜ່ານບົດລາຍງານວຽກງານປ້ອງກັນຄວາມສະຫງົບໄລຍະ ປ້ອງກັນງານມະຫາກໍາກິລາແຫ່ງຊາດ ຄັ້ງ ທີ XII ທີ່ນະຄອນຫຼວງວຽງຈັນ  ໃນລະຫວ່າງວັນທີ 10-25 ພະຈິກ 2025 ໃຫ້ຮູ້ວ່າ: ກອງບັນຊາການ ປກສ ເມືອງໄຊທານີ ໄດ້ເຄື່ອນໄຫວໂຄສະນາຢ່າງຕັ້ງໜ້າ ສຸມໃສ່ເຮັດວຽກປູພື້ນໃສ່ງານມະຫາກໍາກິລາແຫ່ງຊາດ ໂດຍມີການປະສານກັບການຈັດຕັ້ງບ້ານ, ພາກສ່ວນທີ່ຮັບຜິດຊອບທຸລະກິດເຮືອນເຊົ່າ, ຫ້ອງແຖວ, ບ້ານພັກ, ໂຮງແຮມເພື່ອໃຫ້ເຈົ້າຂອງທຸລະກິດດັ່ງກ່າວເຮັດສັນຍາຮັບຜິດຊອບຕໍ່ກິດຈະການ ຖ້າຫາກມີກໍລະນີທີ່ຜູ້ເຊົ່າເຮັດຜິດກົດໝາຍເປັນຕົ້ນ ການຄ້າຂາຍ, ມົ້ວສຸ່ມສິ່ງເສບຕິດ, ຫຼິ້ນການພະນັນ, ຄ້າໂສເພນີ, ແກ້ງຄໍເຊັນເຕີ ແລະ ປະກົດການຫຍໍ້ທໍ້ອື່ນໆ ເຈົ້້າຂອງທຸລະກິດແມ່ນຕ້ອງໄດ້ຮັບຜິດຊອບຕໍ່ລະບຽບກົດໝາຍ ພ້ອມນັ້ນໄດ້ສ້າງແຜນການກໍານົດຈຸດຫຼໍ່ແຫຼມ, ພື້ນທີ່ສ່ຽງ, ຈຸດປ້ອງກັນດ້ານເຂົ້າອອກເມືອງ, ກໍາລັງພົນປ້ອງກັນ, ເປີດກອງປະຊຸມຜ່ານແຜນປ້ອງກັນ ແລະ ລາຍງານການຈັດຕັ້ງປະຕິບັດໃຫ້ຂັ້ນເທິງຮັບຊາບເປັນປົກກະຕິ.

 

ໂອກາດນີ້ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເນັ້ນໜັກໃຫ້ກຳລັງປ້ອງກັນທຸກພາກສ່ວນ ເອົາໃຈໃສ່ເຮັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງເຂັ້ມງວດ, ປ້ອງກັນເວນຍາມ, ຕິດຕາມ ກວດກາຄວາມເປັນລະບຽບຮຽບຮ້ອຍຕະຫຼອດ 24 ຊົ່ວໂມງ, ກວດກາຄົນເຂົ້າ-ອອກຢ່າງເຂັ້ມງວດ ພ້ອມທັງວາງກຳລັງປະຈຳການຢູ່ແຕ່ລະຈຸດແຕ່ລະບ່ອນໃຫ້ພຽງພໍ ຮັບປະກັນໃຫ້ໄດ້ຄວາມສະຫງົບ-ປອດໄພ.

 ພ້ອມນີ້ ທ່ານ ຫົວໜ້າກົມ ສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ມອບເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ ປກສ ເມືອງ ໄຊທານີ ເພື່ອໄປນຳໃຊ້ເຂົ້້າໃນວຽກງານປ້ອງກັນກິລາໃນຄັ້ງນີ້ ແລະ ຍັງໄດ້ລົງກວດກາຄວາມເປັນລະບຽບຮຽບຮ້ອຍຢູ່ແຕ່ລະຈຸດ ພາຍໃນສະໜາມກິລາແຕ່ລະເຂດ; ທັງກໍເພື່ອຮັບປະກັນຄວາມສະຫງົບ-ປອດໄພໃຫ້ພິທີເປີດງານມະຫະກຳກິລາແຫ່ງຊາດຄັ້ງນີ້ ກໍຄືໄລຍະການດຳເນີນການແຂ່ງຂັນກິລາ ຈົນກວ່າຈະສຳເລັດ ມີຄວາມສະຫງົບປອດໄພ 100%.