ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກ ກະຊວງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ຊີ້ນໍາວຽກງານວິຊາສະເພາະບັນດາ ປກສ ກຸ່ມ ໃນນະຄອນຫຼວງວຽງຈັນ ເພື່ອຊຸກຍູ້ວຽກງານປ້ອງກັນການກະກຽມສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ.

ໃນວັນທີ 01 ທັນວາ 2025, ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກ ກະຊວງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະໄດ້ນໍາເອົານໍ້າດື່ມ, ກາເຟລົງເຄື່ອນໄຫວຊຸກຍູ້ ແລະ ຊີ້ນໍາວຽກງານວິຊາສະເພາະບັນດາ ປກສ ກຸ່ມ ໃນນະຄອນຫຼວງວຽງຈັນ ເພື່ອຊຸກຍູ້ວຽກງານປ້ອງກັນການກະກຽມສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ.

       ໂອກາດນີ້ ພົຈວ ແກ່ນຈັນ ພົມມະຈັກ ໄດ້ເນັ້ນໜັກໃຫ້ກໍາລັງປ້ອງກັນທຸກພາກສ່ວນເອົາໃຈໃສ່ເຮັດໜ້າທີ່ໄດ້ຮັບມອບໝາຍຢ່າງເຂັ້ມງວດ,ປ້ອງກັນເວນຍາມຕິດຕາມ ກວດກາຄວາມເປັນລະບຽບຮຽບຮ້ອຍຕະຫຼວດ 24 ຊົ່ວໂມງ, ກວດກາຄົນເຂົ້າ-ອອກຢ່າງເຂັ້ມງວດ ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ພິທີສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີໃຫ້ມີຄວາມສະຫງົບປອດໄພ 100%.

ພ້ອມນີ້ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ໄດ້ມອບ ນໍ້າດືມ 20 ແພັກ, ກາເຟ 10 ຖົງ ໃຫ້ ປກສ ກຸ່ມ 1 ຈອມມະນີ ເມືອງໄຊເສດຖາ ແລະ ປກສ ກຸ່ມ 3 ສີສະຫວາດ ເມືອງ ຈັນທະບູລີ ເພື່ອໃຫ້ກໍາລັງໃຈອ້າຍ-ນ້ອງນາຍ ແລະ ພົນຕຳຫຼວດແຕ່ລະຈຸດປ້ອງກັນ ໃນການປະຕິບັດໜ້າທີ່ປ້ອງກັນເວນຍາມ ເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງຄະນະພັກ-ຄະນະບັນຊາ ທີ່ໄດ້ໃກ້ສິດຕິດແທດກັບນາຍ ແລະ ພົນຕໍາຫຼວດ ໃນການນໍາພາ-ຊີ້ນໍາ ເພື່ອເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ມີຄວາມຮັບປະກັນໃນທຸກດ້ານ.