ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ເຖິງ: ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດ ທົ່ວປະເທດມາຮັບເອົາບັດປະຈໍາຕົວ ດິຈີຕ໋ອນ.

ແຈ້ງການ
ເຖິງ: ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດ
ທົ່ວປະເທດ ທີ່ນັບຖື.
ເລື່ອງ: ມາຮັບເອົາບັດປະຈໍາຕົວ ດິຈີຕ໋ອນ.
ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
ສະບັບເລກທີ 945/ປກສ, ລົງວັນທີ 03 ພຶດສະພາ 2025;
ອີງຕາມ ແຈ້ງການ ກ່ຽວກັບການກຳນົດວັນທີ 30 ກໍລະກົດ 2025 ເປັນມື້ເປີດພິທີ ແລະ ປະກາດນໍາໃຊ້ບັດ
ປະຈຳຕົວ ດີຈີຕ໋ອນ ຢ່າງເປັນທາງການ ໃນຂອບເຂດທົ່ວປະເທດ ສະບັບເລກທີ 1304/ຫສນຍ, ລົງວັນທີ 25
ກໍລະກົດ 2025.
ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຂໍຖືເປັນກຽດແຈ້ງມາຍັງ ບັນດາທ່ານ ພະນັກງານ-
ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ຮັບຊາບທົ່ວເຖິງກັນ ກ່ຽວກັບການມາຮັບເອົາ
ບັດປະຈໍາຕົວ ດິຈີຕ໋ອນ ລາຍລະອຽດມີດັ່ງນີ້:
1. ບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນລາວ ທີ່ໄດ້ມາເຮັດບັດປະຈໍາ
ຕົວ ດິຈີຕ໋ອນ ຢູ່ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໃນລະຫວ່າງວັນທີ 04 ສິງຫາ 2025 ຫາ
30 ກັນຍາ 2025 ໃຫ້ມາຮັບເອົາບັດປະຈໍາຕົວ ດິຈີຕ໋ອນ ຂອງຕົນເອງ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ
ກໍ່ສ້າງຮາກຖານ (ສະໜາມມ້າ) ໃນໂມງລັດຖະການ, ນັບແຕ່ວັນທີ 03 ພະຈິກ 2025 ເປັນຕົ້ນໄປ ( ໃຫ້ຖື
ໃບນັດຮັບບັດປະຈຳຕົວ ຫຼື ປື້ມສໍາມະໂນຄົວ ສະບັບແທ້ ມາແຈ້ງຕໍ່ເຈົ້າໜ້າທີ່ເພື່ອຮັບບັດ ).
2. ສຳລັບບຸກຄົນທີ່ມາເຮັດບັດປະຈໍາຕົວ ນັບແຕ່ວັນທີ 01 ຕຸລາ 2025 ແມ່ນໃຫ້ລໍຖ້າ ແລະ ຕິດຕາມແຈ້ງການ
ຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຫຼື ໂທສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ ເບີໂທ ສາຍດ່ວນ
1529.
ດັ່ງນັ້ນ, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ.