ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຂົ້າອວຍພອນ ຮອງ ລມຕ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 65 ປີ

        PhotoPhotoຕອນບ່າຍວັນທີ 13 ເມສາ 2026 ນີ້, ຄະນະພັກ, ຄະນະກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ທ່ານ ພົຕ ໜູຈອນ ກ້ອນທອງດໍາ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 5 ເມສາ 1961 - 5 ເມສາ 2026 ).

       PhotoPhoto ໃນໂອກາດນີ້ ທ່ານ ພັອ ລຳໄພ ຍົດປະໄພ ອວຍພອນໄຊອັນປະເສີດ ແດ່ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະ ຫງົບ ຄົບຮອບ 65 ປີ ແລະ ສົ່ງທ້າຍປີເກົ່າຕອນຮັບປີໃໝ່ລາວ ພສ 2569 ພ້ອມທັງອວຍພອນໄຊໃຫ້ ທ່ານມີສຸຂະພາບແຂງແຮງ, ມີຄວາມສຸກທາງກາຍ ແລະ ໃຈ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ. ພ້ອມນັ້ນ, ຍັງເປັນການສະແດງເຖິງຄວາມຮູ້ບຸນຄຸນ ທີ່ໄດ້ທຸ່ມເທເຫື່ອແຮງ ສະຕິປັນຍາ, ຄວາມຮູ້-ຄວາມສາມາດ ໃນການນໍາພາ-ຊີ້ນໍາ ກົມ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໃຫ້ເຕີບໃຫຍ່ເຂັ້ມແຂງ, ກາຍເປັນກໍາລັງປ້ອງກັນຄວາມສະຫງົບ ຂອງປະຊາຊົນຢ່າງແທ້ຈິງ.

     Photo ພ້ອມດຽວກັນ, ທ່ານ ພົຕ ໜູຈອນ ກ້ອນທອງດໍາ  ໄດ້ກ່າວຄໍາຂອບໃຈຕໍ່ການເຂົ້າອວຍພອນຂອງ ຄະນະພັກ, ຄະນະກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຂົ້າມາອວຍພອນໃນຄັ້ງນີ້ ພ້ອມທັງອວຍພອນໃຫ້ຄະນະພັກ-ຄະນະນຳຕະຫຼອດຮອດພະນັກງານກໍາລັງປ້ອງກັນຄວາມສະຫງົບທຸກທ່ານ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງມອບໝາຍໃຫ້ຢ່າງມີໄຊຊະນະ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ.Photo