ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ໄລຍະແຕ່ປີ 2015-2026 ຂອງກອງກໍ່ສ້າງຮາກຖານການເມືອງ 922 ປະຈໍາຢູ່ ເມືອງສົບເບົາ ແຂວງຫົວພັນ

ໃນຕອນວັນທີ 23 ເມສາ 2026 ກອງກໍ່ສ້າງຮາກຖານການເມືອງ 922 ປະຈໍາຢູ່ ເມືອງສົບເບົາ ແຂວງຫົວພັນໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ໄລຍະແຕ່ປີ 2015-2026 

PhotoPhotoເປັນປະທານໂດຍ ທ່ານ ຄຳຟອງ ກົ້ວມີໄຊ ເລຂາພັກແຂວງ-ກໍາມະການພັກເມືອງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາພັກກົມ ຫົວໜ້າກົມ ຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີທ່ານ ພອນສຸກ ອິນທະວົງ ຮອງເລຂາພັກແຂວງ ປະທານຄະນະກຳມະການພັກແຂວງຫົວພັນ, ມີບັນດາຕ່າງໜ້າຄະນະກອງບັນຊາກັນ ປກສ ແຂວງ, ກອງບັນຊາກັນທະຫານແຂວງ, ຫ້ອງການກົມ, ພະແນກເສນາກໍ່ສ້າງຮາກຖານ, ປກສ ເມືອງ, ພະນັກງານກໍ່ສ້າງຮາກຖານ ແລະ ແຂກຖືກເຊີນເຂົ້າຮ່ວມ

 

Photoໃນວາລະຂອງກອງປະຊຸມ ທ່ານ ພັທ ສຸລິວົງ ບຸນທິສະຫວັດ ຫົວໜ້າກອງກໍ່ສ້າງຮາກຖານການເມືອງ 922 ໄດ້ຂື້ນຜ່ານບົດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ນັບແຕ່ ປີ 2015-2026 ເຖີິງປະຈຸບັນ ກຸ່ມບ້ານປ່າຮ່າງ ແລະ ກຸ່ມບ້ານຫ້ວຍຮຽງ ປະກອບມີ 12 ບ້ານ ລວມມີ 68  ໜ່ວຍ, ມີ 1.055 ຫຼັງຄາເຮືອນ, ມີ 1.078 ຄອບຄົວ, ມີຈຳນວນພົນທັງໝົດ 7.552 ຄົນ, ຍິງ 3.618 ຄົນ, ອາຍຸ 15 ປີຂື້ນໄປມີ 3.729 ຄົນ, ຍິງ 1.880 ຄົນ,ໄດ້ຈົດທະບຽນສໍາມະໂນຄົວແລ້ວມີ 1.078 ຄອບຄົວ,​ ຈໍານວນພົນ 7,188 ຄົນ, ຍິງ 3.425 ຄົນ, ອາຍຸ 15 ປີຂື້ນໄປມີ 3.751 ຄົນ, ຍິງ 1.845 ຄົນ,ບໍ່ທັນໄດ້ຈົດທະບຽນສຳມະໂນຄົວເປັນບຸກຄົນມີຈຳນວນພົນລະເມືອງທັງໝົດ 512 ຄົນ, ຍິງ 288 ຄົນ, ອາຍຸ 15 ປີຂື້ນໄປມີ 66 ຄົນ, ຍິງ 57 ຄົນ; ຕະຫລອດໄລຍະຜ່ານມາກອງກໍ່ສ້າງຮາກຖານການເມືອງ 922 ໄດ້ສຸ່ມໃສ່ເຮັດວຽກງານໂຄສະນາເຜີຍແຜ່ບັນດາແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ແກ່ສະມາຊິກພັກ, ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນຢູ່ໃນແຕ່ລະບ້ານ, ໂດຍຮູບການຈັດຕັ້ງກອງປະຊຸມ ແລະ ໂຄສະນາເຜີຍແຜ່ຜ່ານລະບົບໂທລະໂຄ່ງຂອງບ້ານ ຢ່າງເນື່ອງນິດລຽນຕິດ ແລະ ທົ່ວເຖິງ ລວມທັງໝົດໄດ້ 418 ຄັ້ງ ມີຈໍານວນຜູ້ເຂົ້າຮ່ວມ 24,265 ເທື່ອຄົນ ຍິງ 4,798 ເທື່ອຄົນ, ລະບົບການຈັດຕັ້ງກໍາລັງ ປກສ ບ້ານ ແລະ ກໍາລັງກອງຫຼອນບ້ານໄດ້ຮັບການປັບປຸງໃຫ້ໜັກແໜ້ນເຂັ້ມແຂງ, ຄະນະພັກ-ອົງການປົກຄອງຫລາຍບ້ານເຂົ້າໃຈ ແລະ ຖືເປັນສຳຄັນຕໍ່ວຽກງານດັ່ງກ່າວ, ຊຶ່ງໄດ້ມີການນຳພາ-ຊຸກຍູ້ໃຫ້ກຳລັງ ປກສ ບ້ານ-ກອງຫລອນບ້ານມີການເຄື່ອນໄຫວຕາມພາລະບົດບາດຂອບເຂດສິດ, ໜ້າທີ່ ແລະ ປະຊາຊົນສ່ວນຫລາຍໄດ້ຕື່ນຕົວປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະແດງອອກໃນການເຂົ້າຮ່ວມຂະບວນການສ້າງບ້ານປ້ອງກັນຄວາມສະຫງົບດີ ແລະ ການສ້າງບ້ານປ້ອງກັນຊາດເຂັ້ມແຂງ ຕື່ນຕົວປະກອບສ່ວນປະຕິບັດພັນທະຊຸກຍູ້ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນຂະບວນການຟົດຟື້ນ ແລະ ບັນດາບັນຫາປະກົດການຫຍໍ້ທໍ້ໄດ້ຖືກຈຳກັດ ແລະ ຮັບການແກ້ໄຂເທື່ອລະກ້າວເປັນຕົ້ນແມ່ນ ການຄອບຄອງ ແລະ ຂະບວນການຂົນສົ່ງຄ້າຂາຍຢາເສບຕິດຂ້າມຊາຍແດນເຫັນວ່າມີການຫລຸດລົງປະມານ 90%, ໄດ້ສຸມໃສ່ຊຸກຍູ້ການພັດທະນາ-ປັບປຸງລະບົບພື້ນຖານໂຄງລ່າງເປັນຕົ້ນແມ່ນເສັ້ນທາງສັນຈອນເຊື່ອມຕໍ່ແຕ່ເມືອງ, ເຂດ ແລະ ເຂົ້າເຖິງແຕ່ລະບ້ານ, ຕິດຕັ້ງລະບົບຕາຂ່າຍໄຟຟ້າ ເຂົ້າເຖິງ 11 ບ້ານ, ປຸກລະດົມປະຊາຊົນບ້ານຜາລ້ອງ ແລະ ບ້ານຫ້ວຍຮຽງ ຍົກຍ້າຍອອກມາອາໄສຢູ່ບ່ອນທີ່ຂັ້ນເທິງໄດ້ກໍານົດ ແລະ ພັດທະນາໄວ້ໃຫ້; ປັບປຸງ-ຂະຫຍາຍລະບົບໂທລະໂຄງ, ໂທລະສັບ, ສັນຍານອິນເຕີເນັດໃຫ້ໃຊ້ໄດ້ທົ່ວເຖິງທຸກບ້ານ.

 

 

Photoຈາກນັ້ນໃນກອງປະຊຸມ ທ່ານ ພັທ ພູຂຽນ ສີຄຸນນະລາດ ຮອງເລຂາໜ່ວຍພັກ ພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງສະບັບເລກທີ 954/ປກສ ແລະ ຂໍ້ຕົກລົງສະບັບເລກທີ 955/ປກສ ລົງວັນທີ 01 ເມສາ 2026 ວ່າດ້ວຍການຖອນກອງກໍ່ສ້າງຮາກຖານການເມືອງ 922 ປະຈໍາຢູ່ກຸ່ມບ້ານປ່າຮ້າງ-ຫ້ວຍຮຽງ, ເມືອງສົບເບົາ, ແຂວງຫົວພັນ, 

 

Snowຫຼັງຈາກນັ້ນໄດ້ເຊັນບົດບັນທຶກໃຫ້ແຂວງສືບຕໍ່ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ລະຫວ່າງ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ຫົວໜ້າກົມ ຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ທ່ານ ພັອ ເພັດນ້ອຍ ລໍລອນສີ ຮອງກອງບັນຊາການ ປກສ ແຂວງ ຫົວພັນ.

          ໃນຕອນທ້າຍທ່ານ ພອນສຸກ ອິນທະວົງ ຮອງເລຂາພັກແຂວງ ປະທານຄະນະກຳມະການພັກແຂວງຫົວພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເປັນເອກະພາບສູງຕໍ່ການສະຫຼຸບຕີລາຄາການຈັດຕັ້ງຕີບັດວຽກງານກໍ່ສ້າງຮາກຖານການເມືອງນັບແຕ່ປີ 2015-2026 ເປັນເວລາ 12 ປີ ເຮັດສຳເລັດຕາມ 4 ເນື້ອໃນ 4 ຄາດໜາຍ ແລະ ເຫັນດີເປັນເອກະພາບຕໍ່ການປະກອບຄຳຄິດຄຳເຫັນ ພ້ອມທັງໃຫ້ຄວາມເຊື່ອໜັ້ນຕໍ່ການຫັນເອົົາກຳລັງປ້ອງກັນຄວາມສະຫງົບລົງເຮັດວຽກງານກໍ່ສ້າງຮາກຖານຢູ່ຈຸດສຸມຂອງ ເມືອງສົບເບົາ ກໍ່ຄືຂອງ ແຂວງຫົວພັນຜ່ານມາພະນັກງານກໍ່ສ້າງຮາກຖານແມ່ນຍາດຜົນງານໄດ້ຫຼາຍດ້ານເວົ້າລວມເວົ້າສະເພາະກໍ່ຄືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບດ ອຳນາດການການປົກຄອງບ້ານ, ກຳລັງ ປກສ ກຸ່ມບ້ານ, ກຳລັງ ປກສ-ປກຊບ້ານ ເຄື່ອນໄຫວເຮັດໜ້າທີ່ຕາມພາລະບົດບາດ, ຂອບເຂດສິດ, ໜ້າທີ່ເປັນເຈົ້າການຕົນເອງ, ຊິວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂື້ນເທື່ອລະກ້າວເຫັນວ່າຫຼາຍຄອບຄົວກໍ່ໄດ້ຫຼຸດພົ້ນຈາກຄອບຄົວທຸກຍາກ, ບ້ານກໍ່ໄດ້ກາຍເປັນບ້ານພົ້ນທຸກ, ລູກຫຼານປະຊາຊົນບັນດາເຜົ່າໄດ້ຮັບການສືກສາຮໍ່າຮຽນຢ່າງທົ່ວເຖີງແລະ ເສດຖະກິດຄອບຄົວມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.