ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ແຈ້ງການ ເລື່ອງ: ບໍລິການຈັດສົ່ງບັດປະຈໍາຕົວດີຈິຕ້ອນ ຂອງທ່ານເຖິງເຮືອນ

ແຈ້ງການ
ເຖິງ: ພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນທີ່ນັບຖື.
ເລື່ອງ: ບໍລິການຈັດສົ່ງບັດປະຈໍາຕົວດີຈິຕ້ອນ ຂອງທ່ານເຖິງເຮືອນ
ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກ
ຖານ ສະບັບເລກທີ 945/ປກສ, ລົງວັນທີ 03 ພຶດສະພາ 2023;
ອີງຕາມ ການຕົກລົງເຫັນດີຮ່ວມມືກັບ ບໍລິສັດ ສະຕາຣ ໂທລະຄົມ ຈຳກັດ (Unitel) ໃຫ້ເປັນຜູ້ຈັດສົ່ງບັດ
ປະຈໍາຕົວຂອງປະຊາຊົນ ຢູ່ໃນຂອບເຂດນະຄອນຫຼວງວຽງຈັນ.
ກົມຄຸ້ມຄອງສຳມະໂນຄົວ ແລະ ສ້າງຮາກຖານ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ໄດ້ຊາບວ່າ ເພື່ອເປັນການ
ຍົກລະດັບວຽກງານການບໍລິການ ກໍ່ຄືການອຳນວຍຄວາມສະດວກ, ປະຫຍັດເວລາໃນການເດີນທາງ ໃຫ້ພໍ່ແມ່
ປະຊາຊົນໃນການຮັບບັດປະຈໍາຕົວດີຈິຕ້ອນຂອງທ່ານ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສາງຮາກຖານ ຈຶ່ງໄດ້ຮ່ວມມື
ກັບ ບໍລິສັດ ສະຕາຣ ໂທລະຄົມ (UNITEL) ໃນການໃຫ້ບໍລິການຈັດສົ່ງບັດປະຈໍາຕົວເຖິງເຮືອນ ຫຼື ເຖິງສະຖານທີ່ ທີ່
ເຈົ້າຂອງບັດເປັນຜູ້ກຳນົດ ໃນຂອບເຂດນະຄອນຫຼວງວຽງຈັນ ລະອຽດດັ່ງນີ້:
1. ປະຊາຊົນຜູ້ທີ່ມາເຮັດບັດປະຈໍາຕົວ ຢູ່ທີ່ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານສາມາດ ເລືອກໄດ້
ຕອນ ຊື້ແບບຟອມບັດປະຈໍາຕົວວ່າ ຈະມາຮັບເອົາບັດຂອງທ່ານເອງຢູ່ກົມ ຫຼື ຈະໃຊ້ບໍລິການໃຫ້ຈັດສົ່ງເຖິງ
ເຮືອນ (ພາຍໃນ ນະຄອນ ຫຼວງວຽງຈັນ);
2. ສຳລັບຜູ້ທີ່ເລືອກໃຊ້ບໍລິການຈັດສົ່ງຮອດເຮືອນ ໃຫ້ຂາຍຕາມແບບຟອມໄດ້ກໍານົດໄວ້;
3. ການຈັດສົ່ງບັດ ແມ່ນຕ້ອງສົ່ງເຖິງເຮືອນ ຫຼື ເຖິງມືຂອງທ່ານ ຜູ້ເປັນເຈົ້າຂອງບັດ, ທຸກຂໍ້ມູນບັດຂອງທ່ານແມ່ນ
ໄດ້ຮັບການປົກປ້ອງຕາມລະບຽບ ແລະ ກົດໝາຍ;
4. ກໍລະນີໃຫ້ບຸກຄົນອື່ນ ຮັບບັດແທນ ຕ້ອງໄດ້ຮັບການຢືນຢັນຈາກເຈົ້າຂອງບັດກ່ອນທຸກຄັ້ງກ່ອນມອບບັດ ແລະ
ຕ້ອງຖ່າຍພາບໄວ້ເປັນຫຼັກຖານ;

5. ໝາຍເລກໂທລະສັບ ທີ່ຈະປະສານຫາທ່ານກ່ອນການຈັດສົ່ງ ແມ່ນ "030 9668868" ເປີດຽວນີ້ເທົ່ານັ້ນ;
6. ຊ່ອງທາງຕິດຕໍ່ສອບຖາມ ຂໍ້ມູນເພີ່ມເຕີມ ສາມາດຕິດຕໍ່ໄດ້ທີ່:
- ສາຍດ່ວນຂອງກົມ 509 ໂທ: 1529 ຕາມໂມງລັດຖະການ
- ສູນບໍລິການລູກຄ້າ ບໍລິສັດ ສະຕາໂທລະຄົມ (UNITEL) ໂທ: 030 9668668
ສໍາລັບຜູ້ທີ່ເຮັດບັດປະຈໍາຕົວໄປແລ້ວ ແລະ ຍັງລໍຖ້າບັດ, ພາຍຫຼັງທີ່ບັດຂອງທ່ານພິມສຳເລັດແລ້ວຈະມີ SMS
509 ID-CARD ສົ່ງແຈ້ງໃຫ້ທ່ານຊາບ, ສໍາລັບທ່ານຜູ້ທີ່ສະດວກກໍ່ສາມາດເຂົ້າມາຮັບເອົາບັດຂອງທ່ານໄດ້ທີ່ກົມຄຸ້ມ
ຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ສຳນັກງານຕັ້ງຢູ່ ບ້ານ ແສງສະຫວ່າງ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງ
ຈັນ ຫຼື ແຈ້ງເປີ 030 9668668 ເພື່ອນຳໃຊ້ບໍລິການຈັດສົ່ງເຖິງເຮືອນກໍ່ໄດ້.
ໝາຍເຫດ: ກ່ອນການຈັດສົ່ງ ເບີໂທລະສັບໝາຍເລກ 030 9668668 ຈະໂທສອບຖາມເພື່ອຢັ້ງຢືນ
ສະຖານທີ່ຈັດສົ່ງບັດຂອງທ່ານ, ຈະບໍ່ສອບຖາມຂໍ້ມູນສ່ວນຕົວຂອງທ່ານຢ່າງເດັດຂາດ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານທຸກພາກສ່ວນເພື່ອຊາບ