ກອງກໍ່ສ້າງຮາກຖານ 915 ແລະ ກອງປະຕິບັດງານ 210 ພົບປະ, ຖອດຖອນແລກປ່ຽນບົດຮຽນ ປະຈໍາປີ 2026.
ໃນຕອນເຊົ້າວັນທີ 22 ເມສາ 2026 ຜ່ານມາທີ່ຫ້ອງການກອງປະຕິບັດງານ 210, ກອງກໍ່ສ້າງຮາກຖານການເມືອງ 915 ຂອງກະຊວງປ້ອງກັນຄວາມສະຫງົບ ແລະ ກອງປະຕິບັດງານ 210 ຂອງກະຊວງປ້ອງກັນປະເທດ ໄດ້ເປີດກອງປະຊຸມພົບປະ, ຖອດຖອນແລກປ່ຽນບົດຮຽນວຽກງານກໍ່ສ້າງຮາກຖານ ປະຈຳປີ 2026. ໂດຍການເຂົ້າຮ່ວມຂອງທ່ານ ພັທ ບຸນເພັງ ຈັນທະລັງສີ ຫົວໜ້າກອງກໍ່ສ້າງຮາກຖານ 915, ທ່ານ ພັທ ແສງດາວ ໄຊສົມບູນ ຫົວໜ້າກອງປະຕິບັດງານ 210 ແລະ ພະນັກງານຂອງທັງສອງຝ່າຍເຂົ້າຮ່ວມ.
ໂອກາດດັ່ງກ່າວ ສະຫາຍ ພັທ ບຸນເພັງ ຈັນທະລັງສີ ຫົວໜ້າກອງກໍ່ສ້າງຮາກຖານ 915 ແລະ ສະຫາຍ ພັທ ແສງດາວ ໄຊສົມບູນ ຫົວໜ້າກອງປະຕິບັດງານ 210 ໄດ້ຜັນປ່ຽນກັນຂຶ້ນລາຍງານຫຍໍ້ກ່ຽວກັບສະພາບພາຍໃນກອງຂອງຕົນ, ມີການຜ່ານແຜນວຽກປະຈຳປີ 2026 ແລະທິດທາງແຜນການໃນປີ 2027; ພ້ອມກັນນັ້ນທັງສອງກຳລັງຍັງໄດ້ມີການສ່ອງແສງລາຍງານ, ມີຄຳຄິດເຫັນ ແລະຄຳຖາມເຈາະຈີ້ມ,ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົມກ່ຽວ. ການພົບປະແລກປ່ຽນໃນຄັ້ງນີ້ເປັນການຖອດຖອນບົດຮຽນການເຮັດວຽກຂອງສອງກະຊວງທີ່ລົງມາເຄື່ອນໄຫວວຽກງານຢູ່ເຂດຊົນນະບົດແຂວງ ໄຊສົມບູນ, ສາມາດເຜີຍໃຫ້ເຫັນເຖິງສິດ ແລະ ໜ້າທີ່ວຽກງານຂອງທັງສອງຝ່າຍ, ມີຂໍ້ສະດວກ-ຂໍ້ຫຍຸ້ງຍາກແນວໃດໃນການປະຕິບັດໜ້າທີ່. ທັງເປັນການສ້າງສາຍພົວພັນຄວາມສາມັກຄີ ແລະ ຮ່ວມມືທາງດ້ານວິຊາການລະຫວ່າງ ກອງກໍ່ສ້າງຮາກຖານ 915 ແລະ ກອງປະຕິບັດງານ 210 ໃນການແລກປ່ຽນຄວາມຮູ້ທາງດ້ານວິຊາສະເພາະຈາກກົມກອງທີ່ເຮັດວຽກຕົວຈິງ. ທັງນີ້ກໍເພື່ອສ້າງ ແລະ ພັດທະນາການດຳເນີນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກໍ່ຄືວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດໃຫ້ມີຄວາມເຂັ້ມແຂງ, ມີຄຸນນະພາບ ແລະ ມີຜົນສຳເລັດຕາມທີ່ຂັ້ນເທິງມອບໝາຍ.