ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງກໍ່ສ້າງຮາກຖານ 914 ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ

        ໃນຕອນເຊົ້າ ຂອງວັນທີ 04 ພຶດສະພາ 2026 ນີ້ ໜ່ວຍພັກຮາກຖານກອງກໍ່ສ້າງຮາກຖານ 914ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ພ້ອມທັງເຮັດວຽກງານການເມືອງນໍາພາແນວຄິດຕໍານິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

     ໂດຍເປັນປະທານຂອງ ສະຫາຍ ພັທ ຫັດສະດີ ສີລິວົງ ເລຂາໜ່ວຍພັກ, ຫົວໜ້າກອງກໍ່ສ້າງຮາກຖານ 914, ມີສະມາຊິກພັກສົມບູນເຂົ້າຮ່ວມເຂົ້າຢ່າງພ້ອມພຽງ.

      ໃນພິທີທ່ານ ພັທ ຄໍາເພື່ອນ ພົມໂສພາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກອງກໍ່ສ້າງຮາກຖານ 914 ໄດ້ຜ່ານມະຕິຕົກລົງຂອງຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ, ສະບັບເລກທີ 184/ຄພ ຄກຖ, ລົງວັນທີ 23 ເມສາ 2026.

      ຈາກນັ້ນ ສະຫາຍ ພັທ ຫັດສະດີ ສີລິວົງ ເລຂາໜ່ວຍພັກຮາກຖານ, ຫົວໜ້າກອງກໍ່ສ້າງຮາກຖານ 914 ໄດ້ຂຶ້ນຮັບສະມາຊິກພັກສົມບູນໃໝ່ຈໍານວນ 01 ສະຫາຍ ແລະ ໄດ້ມີຄໍາເຫັນໂອລົມຕໍ່ສະມາຊິກພັກສົມບູນໃໝ່ ກ່ອນອື່ນທ່ານໄດ້ຍໍຍອງຊົມເຊີຍຕໍ່ຜົນງງານຂອງສະຫາຍສະມາຊິກພັກສົມບູນໃໝ່ໃນໄລຍະຜ່ານມາ ໂດຍທ່ານໄດ້ເໜັກໜັກໃຫ້ສະມາຊິກພັກສົມບູນໃໝ່ເພີ່ມທະວີຄວາມຮັບຜິດຊອບໃຫ້ສູງຂຶ້ນ ພ້ອມທັງເຮັດວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ຕໍານິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

   ຕອນທ້າຍພິທີ ພັທ ຫັດສະດີ ສີລິວົງ ເລຂາໜ່ວຍພັກ, ຫົວໜ້າກອງກໍ່ສ້າງຮາກຖານ 914 ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ເຄື່ອນໄຫວໃນໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນໜັກໃຫ້ສືບຕໍ່ເຮັດວຽກງານການເມືອງ-ນໍາພາແນວຄິດ, ວຽກງງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ-ວັດທະນາທໍາສັງຄົມ, ວຽກງານຕ້ານ ແລະ ສະກັດກັັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ ໃຫ້ສືບຕໍ່ປະຕິບັດວະລະແຫ່ງຊາດໃຫ້ເກີດດອກອອກຜົນໃນຕໍ່ໜ້າ.