ເຊັນສັນຍາການສະໜອງສາຍສົ່ງພາຍໃນ ລະຫວ່າງ ກົມ 509 ກະຊວງ ປກສ ແລະ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ
ໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2026 ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ເຊັນສັນຍາ ກັບ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ກຽ່ວກັບການສະໜອງສາຍສົ່ງພາຍໃນ ໂດຍການເປັນປະທານ ຂອງທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ,ມີທ່ານ ຈັນທະວີໄຊ ທໍາມະວົງ ຮອງອໍານວຍການໃຫຍ່ ຝ່າຍເຕັກໂນໂລຊີຂໍ້ມູນຂ່າວສານ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ, ມີບັນດາຄະນະພັກກົມ,ຫ້ອງການກົມ,ສູນຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ການເຊັນສັນຍາໃນຄັ້ງນີ້້ກໍ່ເພື່ອເຮັດການຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງລາວ, ມີການເກັບຂໍ້ມູນ ແລະ ອອກບັດປະຈໍາຕົວໃຫ້ປະຊາຊົນເປັນຮູບແບບບັດດີຈີຕ໋ອນ ຕາມທິດຂອງລັດຖະບານແຫ່ງ ສປປລາວ ໃນການຫັນເປັນ ລັດຖະບານດີຈີຕ່ອນ, ເສດຖະກິດດີຈີຕ່ອນ ແລະ ສັງຄົມດີຈີຕ່ອນ. ໃນນັ້ນ, ຢູນີເທວ ຂອງທ່ານກໍ່ໄດ້ປະກອບສ່ວນ ໃຫ້ບໍລິການເຊົ່າສາຍສົ່ງ ຕັ້ງແຕ່ສູນກາງຈົນຮອດທ້ອງຖິ່ນ. ຜ່ານການນໍາໃຊ້ໄລຍະຜ່ານມາ ໂດຍສະເພາະປີ 2024-2025 ຍັງເຫັນວ່າບໍ່ທ່ວງທັນ ບໍໍ່ຕອບສະໜອງໄດ້ໃຫ້ແກ່ວຽກງານທາງດ້ານວິຊາສະເພາະໃຫ້ວ່ອງໄວຂື້ນ ຈື່ງໄດ້ຍົກລະດັບຄວາມໄວຂອງສາຍສົ່ງຂື້ນຕື່ມອີກ ຈາກ 02 Mbps/ຈຸດ ມາເປັນ 05 Mbps/ຈຸດ ໃນຈໍານວນ 166 ຈຸດ ແລະ ສູນຂໍ້ມູນຫຼັກ - ສໍາຮອງ (DC - DR) ກໍຍົກລະດັບຄວາມໄວຂື້ນເປັນ 200 Mbps ແລະ ໃຫ້ມີສາຍສົ່ງສໍາຮອງ (Backup) ຕື່ມອີກ. ໃນຕໍ່ໜ້າການຮ່ວມມືລະຫວ່າງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ກໍໍຈະເພີ່ມທະວີຂື້ນໄປເລື່ອຍໆ ເປັນຕົ້ນແມ່ນການຈັດສົ່ງບັດປະຈໍາຕົວ ໃຫ້ປະຊາຊົນບັນດາທ່ານກໍມີສ່ວນຮ່ວມໃນການຈັດສົ່ງເຖີ່ງເຮືອນປະຊາຊົນແລ້ວ.ດັ້ງນັ້ນ,ຂ້າພະເຈົ້າຂໍອວຍພອນ ໃຫ້ບັນດາທ່ານຈົ່ງປະສົບຜົນສໍາເລັດ ສຶບຕໍ່ເພິ້່ມທະວີການຮ່ວມມື ຈັດຕັ້ງປະຕິບັດວຽກງານຂອງບັນດາທ່ານ ໃຫ້ປະສົບຜົນສໍາເລັດ.
ຕອນທ້າຍກໍ່ໄດ້ລົງນາມເຊັນສັນຍາລະຫວ່າງ ກົມຄຸມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກັບ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ໂດຍ ທ່ານ ພັອ ທອງຂັນ ສີສຸພັນທອງ ຮອງກົມ 509 ແລະ ທ່ານ ຈັນທະວິໄຊ ທໍາມະວົງ ພ້ອມດ້ວຍສັກຂີພະຍານທັງສອງຝາຍເຂົ້າຮ່ວມ.ໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2026 ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ເຊັນສັນຍາ ກັບ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ກຽ່ວກັບການສະໜອງສາຍສົ່ງພາຍໃນ ໂດຍການເປັນປະທານ ຂອງທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ,ມີທ່ານ ຈັນທະວີໄຊ ທໍາມະວົງ ຮອງອໍານວຍການໃຫຍ່ ຝ່າຍເຕັກໂນໂລຊີຂໍ້ມູນຂ່າວສານ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ, ມີບັນດາຄະນະພັກກົມ,ຫ້ອງການກົມ,ສູນຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ການເຊັນສັນຍາໃນຄັ້ງນີ້້ກໍ່ເພື່ອເຮັດການຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງລາວ, ມີການເກັບຂໍ້ມູນ ແລະ ອອກບັດປະຈໍາຕົວໃຫ້ປະຊາຊົນເປັນຮູບແບບບັດດີຈີຕ໋ອນ ຕາມທິດຂອງລັດຖະບານແຫ່ງ ສປປລາວ ໃນການຫັນເປັນ ລັດຖະບານດີຈີຕ່ອນ, ເສດຖະກິດດີຈີຕ່ອນ ແລະ ສັງຄົມດີຈີຕ່ອນ. ໃນນັ້ນ, ຢູນີເທວ ຂອງທ່ານກໍ່ໄດ້ປະກອບສ່ວນ ໃຫ້ບໍລິການເຊົ່າສາຍສົ່ງ ຕັ້ງແຕ່ສູນກາງຈົນຮອດທ້ອງຖິ່ນ. ຜ່ານການນໍາໃຊ້ໄລຍະຜ່ານມາ ໂດຍສະເພາະປີ 2024-2025 ຍັງເຫັນວ່າບໍ່ທ່ວງທັນ ບໍໍ່ຕອບສະໜອງໄດ້ໃຫ້ແກ່ວຽກງານທາງດ້ານວິຊາສະເພາະໃຫ້ວ່ອງໄວຂື້ນ ຈື່ງໄດ້ຍົກລະດັບຄວາມໄວຂອງສາຍສົ່ງຂື້ນຕື່ມອີກ ຈາກ 02 Mbps/ຈຸດ ມາເປັນ 05 Mbps/ຈຸດ ໃນຈໍານວນ 166 ຈຸດ ແລະ ສູນຂໍ້ມູນຫຼັກ - ສໍາຮອງ (DC - DR) ກໍຍົກລະດັບຄວາມໄວຂື້ນເປັນ 200 Mbps ແລະ ໃຫ້ມີສາຍສົ່ງສໍາຮອງ (Backup) ຕື່ມອີກ. ໃນຕໍ່ໜ້າການຮ່ວມມືລະຫວ່າງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ກໍໍຈະເພີ່ມທະວີຂື້ນໄປເລື່ອຍໆ ເປັນຕົ້ນແມ່ນການຈັດສົ່ງບັດປະຈໍາຕົວ ໃຫ້ປະຊາຊົນບັນດາທ່ານກໍມີສ່ວນຮ່ວມໃນການຈັດສົ່ງເຖີ່ງເຮືອນປະຊາຊົນແລ້ວ.ດັ້ງນັ້ນ,ຂ້າພະເຈົ້າຂໍອວຍພອນ ໃຫ້ບັນດາທ່ານຈົ່ງປະສົບຜົນສໍາເລັດ ສຶບຕໍ່ເພິ້່ມທະວີການຮ່ວມມື ຈັດຕັ້ງປະຕິບັດວຽກງານຂອງບັນດາທ່ານ ໃຫ້ປະສົບຜົນສໍາເລັດ.
ຕອນທ້າຍກໍ່ໄດ້ລົງນາມເຊັນສັນຍາລະຫວ່າງ ກົມຄຸມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກັບ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ໂດຍ ທ່ານ ພັອ ທອງຂັນ ສີສຸພັນທອງ ຮອງກົມ 509 ແລະ ທ່ານ ຈັນທະວິໄຊ ທໍາມະວົງ ພ້ອມດ້ວຍສັກຂີພະຍານທັງສອງຝາຍເຂົ້າຮ່ວມ.