ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພະແນກສໍາມະໂນຄົວຄົນລາວ ຮັບສະມາຊິກສໍາຮອງຂື້ນເປັນສະມາຊິກສົມບູນແລະ ສັບຊ້ອນນາຍຕຳຫຼວດ

Photoໃນຕອນເຊົ້າຂອງວັນທີ 14 ພຶດສະພາ 2026 ນີ້ຢູ່ຫ້ອງປະຊຸມຊັ້ນ4 ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ພະແນກສໍາມະໂນຄົວຄົນລາວໄດ້ຈັດພິທີ ຮັບສະມາຊິກສໍາຮອງຂື້ນເປັນສະມາຊິກສົມບູນ ແລະ ສັບຊ້ອນນາຍຕໍາຫຼວດ ເຂົ້າໃສ່ແຕ່ລະໜ່ວຍງານ ພະແນກ ໂດຍການເປັນປະທານຂອງ ສະຫາຍ ພັອ ສົມພູ ອິນທິຈັກ ຄະນະພັກກົມ, ເລຂາໜ່ວຍພັກຮາກຖານພະແນກ ສໍາມະໂນຄົວຄົນລາວ, ມີຄະນະໜ່ວຍພັກ, ຫົວໜ້າໜ່ວຍງານ, ຮອງໜ່ວຍງານ, ສາມາຊິກສົມບູນເຂົ້າຮ່ວມຢ່າງພ້ອມພຽງ.

 

Photoໃນພິທີ ສະຫາຍ ພັທ ຈັນໄຊ ພອນມະນີ ຮອງເລຂາໜ່ວຍພັກພະແນກສໍາມະໂນຄົວຄົນລາວໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ວ່າດ້ວຍການເລື່ອນສະມາຊິກສະຮອງຂື້ນເປັນສະມາຊິກສົມບູນອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ່ 11 ໝວດທີ 1 ມາດຕາທີ 2 ວ່າດ້ວຍລະບຽບການຂະຫຍາຍພັກ ອີງຕາມໜັງສື່ແຈ້ງຕອບຂອງກົມພັກ ກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບ ເລກທີ 137/ກພ ລົງວັນທີ 11 ມີນາ 2025 ເລື່ອງເລື່ອນສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບູນ ແລະ ຜ່ານມະຕິຕົກລົງສະບັບເລກທີ 217/ ຄພ ຄກຖ ລົງວັນທີ 13 ພຶດສະພາ 2026 ຂອງຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບູນຈໍານວນ 2 ສະຫາຍ, ຍິງ 01 ສະຫາຍ.ນອກຈາກນັ້ນຍັງໄດ້ຜ່ານຂໍ້ຕົກລົງເລກທີ 509 / ພຄສ ລົງວັນທີ 12 ພຶດສະພາ 2026 ວ່າດ້ວຍການ ສັບຊ້ອນນາຍຕໍາຫຼວດ ເຂົ້າໃສ່ແຕ່ລະໜ່ວຍງານ ພະແນກສໍາມະໂນຄົວຄົນລາວ.

      Photo  ຕອນທ້າຍ ສະຫາຍ ພັອ ສົມພູ ອິນທິຈັກ ເລຂາໜ່ວຍພັກຮາກຖານພະແນກສໍາມະໂນຄົວຄົນລາວກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ສະມາຊິກພັກສົມບູນໃໝ່ ແລະ ນາຍຕໍາຫຼວດຜູ້ຖືກສັບຊ້ອນ ເຊີ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີຍາດມາໄດ້ຕະຫຼອດໄລຍະຜ່ານມາ ແລະ ມີຄວາມຫ້າວຫັນເຮັດສໍາເລັດໜ້າທີການເມືອງທີ່ພັກ-ລັດມອບໝາຍໃຫ້ກໍ່ຄືກົມກອງມອບໝາຍໃຫ້ເປັນຢ່າງດີພ້ອມທັງເນັ້ນໜັກໃຫ້ສະມາຊິກສົມບູນ ແລະ ນາຍຕໍາຫຼວດຜູ້ຖືກສັບຊ້ອນ ເອົາໃຈໃສ່ປະຕິບັດໜ້າທີວຽກງານການເມືອງເວົ້າລວມເວົ້າສະເພາະພະນັກງານທີ່ຖືກບັນຈຸເຂົ້າບັນດາໜ່ວຍງານໃຫ້ສຸມໃສ່ ວຽກງານວິຊາສະເພາະຂອງຕົນຕໍ່ກັບໜ້າທີ່ວຽກງານຕົວຈິງ ແລະ ເຂົ້າຮ່ວມຊີວິດການເມືອງຕາມອຸດົມການດຸໝັ່ນໃນການອອກແຮງງານເພີ່ມພູນຜະລິດຜົນປະກອບສ່ວນເຂັົ້າໃນການກໍ່ສ້າງພັກກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມແຂງໜັກແໜ້ນເປັນແບບຢ່າງທີດີໃຫ້ແກ່ມະຫາຊົນສືບຕໍ່ປະຕິບັດພາລະກິດໃນໄລຍະໃໝ່ຂອງພັກໃຫ້ປະກົດຜົນເປັນຈິງ.