ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ສະຫະພັນແມ່ຍິງກະຊວງ ປກສ ພ້ອມຄະນະໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກງານກວດກາ ຢູ່ສະຫະພັນແມ່ຍິງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

PhotoPhotoໃນຕອນບ່າຍຂອງວັນທີ 14 ກັນຍາ 2026, ທ່ານ ພັນເອກ ນາງ ເຂັມຄຳ ໄຊຍະເພັດ ຄະນະສະຫະພັນແມ່ຍິງກະຊວງ ປກສ, ປະທານສະຫະພັນແມ່ຍິງກົມ 509 ພ້ອມຄະນະສະຫະພັນແມ່ຍິງກົມ 509 ໄດ້ໃຫ້ການຕ້ອນຮັບ ທ່ານ ພັນໂທ ນາງ ບຸນອ້ອມ ບໍລະບຸດ ຮອງປະທານສະຫະພັນແມ່ຍິງກະຊວງ ປກສ, ປະທານກວດກາສະຫະພັນແມ່ຍິງກະຊວງ ປກສ ພ້ອມຄະນະໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກງານກວດກາ ຢູ່ສະຫະພັນແມ່ຍິງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໂດຍມີຫົວໜ້າໜ່ວຍ, ຮອງໜ່ວຍສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກແມ່ຍິງເຂົ້າຮ່ວມ.Photo

ທ່ານ ພັນໂທ ນາງ ທິດາວອນ ແກ້ວມະນີ ຮອງປະທານສະຫະພັນແມ່ຍິງກົມ, ປະທານກວດກາສະຫະພັນແມ່ຍິງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວວຽກງານຕິດຕາມ-ກວດກາ ໃນໄລຍະ 1 ປີຜ່ານມາ. ເຊິ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານ, ເປັນຕົ້ນແມ່ນ: ວຽກງານສຶກສາອົບຮົມການເມືອງ-ແນວຄິດ: ສະມາຊິກແມ່ຍິງມີທັດສະນະການເມືອງໜັກແໜ້ນ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ; ການປະຕິບັດຂໍ້ແຂ່ງຂັນ 3 ດີ: ສະຫະພັນແມ່ຍິງກົມ 509 ມີສະມາຊິກທັງໝົດ 130 ສະຫາຍ, ສາມາດເລືອກບຸກຄົນ 3 ດີ ປະເພດ I ໄດ້ເຖິງ 129 ສະຫາຍ (ກວມ 99.23%) ໜ່ວຍ 3 ດີ ປະເພດ I  08 ໜ່ວຍ, ສະຫະພັນແມ່ຍິງຮາກຖານ 3 ດີ ປະເພດ 1; ການປົກປ້ອງສິດຜົນປະໂຫຍດ ແລະ ນະໂຍບາຍ: ເອື້ອຍນ້ອງແມ່ຍິງໄດ້ຮັບການຍ້ອງຍໍຫຼຽນໄຊແຮງງານ ຊັ້ນ II (01 ສະຫາຍ), ຊັ້ນ III (04 ສະຫາຍ), ຫຼຽນກາແຮງງານ (03 ສະຫາຍ), ຫຼຽນກາລະນຶກ 50 ປີ (40 ສະຫາຍ), ຍ້ອງຍໍລັດຖະບານ (12 ສະຫາຍ), ຍ້ອງຍໍກະຊວງ ປກສ (08 ສະຫາຍ) ແລະ ຍ້ອງຍໍບຸກຄົນ 3 ດີ (85 ສະຫາຍ). ນອກນັ້ນ ຍັງໄດ້ຮັບການເລື່ອນຊັ້ນ 10 ສະຫາຍ, ລາພັກປະຈໍາປີ 54 ສະຫາຍ, ລາພັກເກີດລູກ 11 ສະຫາຍ, ພ້ອມທັງໄດ້ໄປຢ້ຽມຢາມ ແລະ ຊ່ວຍເຫຼືອຄອບຄົວທີ່ຖືກຜົນກະທົບຈາກໄພພິບັດ ( ໝາກເຫັບຕົກ). Photo

ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ຕີລາຄາຢ່າງກົງໄປກົງມາຕໍ່ຂໍ້ຄົງຄ້າງ ເຊັ່ນ: ການສຶກສາອົບຮົມການເມືອງແນວຄິດບາງຄັ້ງຄາວບໍ່ທັນເລິກເຊິ່ງ, ການເຄື່ອນໄຫວຢູ່ຂັ້ນໜ່ວຍບາງບ່ອນຍັງອີງໃສ່ແຕ່ການຊີ້ນໍາຂອງກົມ, ແລະ ຜູ້ເຮັດວຽກງານກວດກາຢູ່ບາງໜ່ວຍຍັງບໍ່ທັນກຳແໜ້ນໄດ້ພາລະບົດບາດ. ຈາກນັ້ນ ໄດ້ຖອດຖອນບົດຮຽນວ່າຕ້ອງເພີ່ມທະວີການສຶກສາອົບຮົມ, ຕິດຕາມ, ກວດກາ ແລະ ຜັນຂະຫຍາຍແຜນການໃຫ້ເປັນວຽກງານຕົວຈິງ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮ່ວມກັນປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນນຳກັນຢ່າງຟົດຟື້ນ ແລະ ຕອນທ້າຍ ທ່ານ ພັນໂທ ນາງ ບຸນອ້ອມ ບໍລະບຸດ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສະຫະພັນແມ່ຍິງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບາດມາໄດ້ ແລະ ກໍ່ຍັງໄດ້ເນັ້ນໜັກໃຫ້ສະຫະພັນແມ່ຍິງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ສະມາຊິກແມ່ພາຍໃນຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມເຂັ້ມແຂງໜັກແໜ້ນໃນການປະຕິບັດລະບຽບວິໄນຂອງກຳລັງ ແລະ ກໍ່ເອົາໃຈໃສ່ເຄື່ອນໄຫວວຽກງານຕິດຕາມກວດກາ ໃຫ້ເປັນປົກກະຕິ ນອກຈາກນັ້ນກໍ່ໄດ້ປະກອບສ່ວນເຂົ້າໃນວຽກງານວິຊາສະເພາະປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ. PhotoPhotoPhotoPhoto