ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພົທ ວັນທອງ ກອງມະນີ ຊຸກຍູ້ວຽກງານວິຊາສະເພາະ ຢູ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

PhotoPhotoວັນທີ 15 ກັນຍາ 2026,ພົທ ວັນທອງ ກອງມະນີ ລັດ ຖະມົນຕີກະຊວງ ປກສ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນ ໄຫວຊຸກຍູ້ວຽກງານວິຊາສະເພາະຢູ່ ກົມຄຸ້ມຄອງສຳມະໂນ ຄົວ ແລະ ກ່ໍສ້າງຮາກຖານ ( ກົມ 509 ) ກະຊວງປ້ອງກັນຄວາມສະຫງົບ.
     Photoພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳ ມະໂນຄົວ ແລະ ກ່ໍສ້າງຮາກຖານ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການບັດປະຈຳຕົວດິຈິຕ໋ອນ ເຊິ່ງເປັນລະບົບທີ່ທັນສະ ໄໝ ເຮັດໃຫ້ການສ້າງຖານຂໍ້ມູນພົນລະເມືອງລາວມີຄວາມໜາແໜ້ນ ຄົບຖ້ວນ ສົມບູນຂຶ້ນ ອຳນວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນ ສາມາດເຂົ້າເຖິງຂໍ້ມູນສ່ວນຕົວຂອງຕົນ ເອງ ໂດຍຜ່ານລະບົບອອນລາຍ ແລະ ສະດວກແກ່ການຄຸ້ມຄອງພົນລະເມືອງລາວ ຢ່າງປອດໄພ.
    ໂອກາດນີ້, ທ່ານລັດຖະມົນຕີກະຊວງ ປກສ ກໍໄດ້ເນັ້ນ ໃຫ້ຄະນະພັກ-ຄະນະບັນຊາກົມ 509 ເອົາໃຈໃສ່ເຮັດວຽກ ງານວິຊາສະເພາະ ໃຫ້ຖືກຕ້ອງ, ຮັດກຸມ, ຮັບປະກັນໄດ້ຄວາມປອດໄພ ທາງດ້ານຖານຂໍ້ມູນ ແລະ ອຳນວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນ ທີ່ເຂົ້າມາເຮັດບັດປະຈຳຕົວພົນລະເມືອງ ໃຫ້ວ່ອງໄວຂຶ້ນກວ່າເກົ່າ.PhotoPhotoPhotoPhotoPhotoPhoto