ທ່ານ ສີຫຸນ ສິດທິລືໄຊ ມອບອາວຸດປືນໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
ໃນວັນທີ 16 ກັນຍາ 2026, ຢູ່ທີ່ຫ້ອງປະຊຸມ VIP ຊັ້ນ II ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບ ອາວຸດປືນເສິກ. ໂດຍການເປັນປະທານ ແລະ ຮັບມອບຂອງ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໂດຍມີ ຄະນະກົມ-ຮອງກົມ, ຫ້ອງການກົມ, ພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ..jpeg)
.jpeg)
ທ່ານ ສີຫຸນ ສິດທິລືໄຊ ອາຍຸ 74 ປີ ອາຊີບ ພະນັກງານ ບຳນານ ປັດຈຸບັນຢູ່ບ້ານ ໂພນພະເນົາ, ເມືອງ ໄຊ ເສດຖາ, ນະຄອນຫຼວງວຽງຈັນ ໄດ້ນໍາເອົາອາວຸດປືນມາມອບໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເພື່ອຄຸ້ມຄອງຮັກສາໄວຕາມລະບຽບການ ຈໍານວນ 02 ກະບອກ ເປັນ ປະເພດ ປືນສັ້ນ: Modell27 Kal, ໝາຍເລກ 7,65, ບັ້ງປືນ 01 ບັ້ງ, ລູກປືນ 7 ລູກ; ປືນຍາວ: AK ໝາຍ ເລກ 074872,ບັ້ງປືນ 2 ບັ້ງ, ຈໍານວນລູກປືນ 30 ລູກ..jpeg)
.jpeg)
ການມອບ-ຮັບອາວຸດປືນໃນຄັ້ງນີ້ ແມ່ນປະຕິບັດຕາມ ກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸ ລະເບີດ ສະບັບເລກທີ 14/ສພຊ, ລົງວັນທີ 07 ສິງຫາ 2022; ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 07 ສິງຫາ 2024 ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ; ແລະ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2199/ປກສ, ລົງວັນທີ 21 ກໍລະກົດ 2026 ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບໃນການຂຶ້ນບັນຊີເກັບກູ້ຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ.
ອາວຸດປືນດັ່ງກ່າວຈະໄດ້ຖືກນໍາສົ່ງມອບຕໍ່ໃຫ້ແກ່ສາງອາວຸດຍຸດໂທກົມໃຫຍ່ພະລາທິການກະຊວງປ້ອງກັນ ຄວາມສະຫງົບເພື່ອຄຸ້ມຄອງຕາມລະບຽບກົດໝາຍ. ໃນຕອນທ້າຍ, ທັງສອງຝ່າຍກໍ່ໄດ້ຮ່ວມກັນເຊັນບົດບັນທຶກມອບ-ຮັບ ຢ່າງເປັນທາງການ..jpeg)
.jpeg)
