ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພົນໂທ ກົງທອງ ພົງວິຈິດ ອາດີດຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ມອບອາວຸດປືນໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

Photoໃນຕອນບ່າຍວັນທີ 18 ກັນຍາ 2026, ຢູ່ທີ່ຫ້ອງປະຊຸມ VIP ຊັ້ນ II ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ທ່ານ ພົນໂທ ກົງທອງ ພົງວິຈິດ ອາດີດຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ນຳເອົາອາວຸດປືນເສິກ. ມາມອບໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໂດຍການຕ້ອນຮັບຂອງ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໂດຍມີ ຄະນະກົມ-ຮອງກົມ, ຫ້ອງການກົມ, ພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.PhotoPhoto

ເຊິ່ງອາວຸດປືນທີ່ທ່ານໄດ້ນໍາມາມອບໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃນຄັ້ງນີ້ແມ່ນທ່ານໄດ້ຄຸ້ມຄອງໃນຊ່ວງດຳລົງຕຳແໜ່ງເປັນ ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ຜ່ານມາ ເພື່ອໃຫ້ກົມຄຸ້ມຄອງຮັກສາໄວຕາມລະບຽບການ ຈໍານວນ 03 ກະບອກ ປະກອບມີ: ປືນອາກ້າທ້າຍຍາວ: 01 ກະບອກ(ເລກປືນ E53985, ມີ 02 ບິ່ງ, ມີລູກປືນ 10 ລູກ); ປືນສັ້ນນຫຍີ່ຫໍ້ 98-9: 01 ກະບອກ ( ເລກປືນ 01750709236, ມີ 1 ບັ້ງ, ມີລູກປືນ 09 ລູກ); ປືນສັ້ນສະໜິດນ້ອຍ ຫຍີ່ຫໍ້ Walter Modelt, TPH cal. 22 IR (ເລກປືນ 62428), ມີລູກປືນ 04 ລູກ).

ການມອບ-ຮັບອາວຸດປືນໃນຄັ້ງນີ້ ແມ່ນປະຕິບັດຕາມ ກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸ ລະເບີດ ສະບັບເລກທີ 14/ສພຊ, ລົງວັນທີ 07 ສິງຫາ 2022; ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 07 ສິງຫາ 2024 ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ; ແລະ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2199/ປກສ, ລົງວັນທີ 21 ກໍລະກົດ 2026 ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບໃນການຂຶ້ນບັນຊີເກັບກູ້ຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ.

ອາວຸດປືນດັ່ງກ່າວຈະໄດ້ຖືກນໍາສົ່ງມອບຕໍ່ໃຫ້ແກ່ສາງອາວຸດຍຸດໂທກົມໃຫຍ່ພະລາທິການກະຊວງປ້ອງກັນ ຄວາມສະຫງົບເພື່ອຄຸ້ມຄອງຕາມລະບຽບກົດໝາຍ. ໃນຕອນທ້າຍກໍ່ໄດ້ຮ່ວມກັນເຊັນບົດບັນທຶກມອບ-ຮັບ ຢ່າງເປັນທາງການ ແລະ ມອບໃບຊົມເຊີຍໃຫ້ແກ່ທ່ານ ພົນໂທ ກົງທອງ ພົງວິຈິດ ອາດີດຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເຊິ່ງໃຫ້ກຽດມອບໂດຍທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ.PhotoPhotoPhotoPhoto