ການນຳຂັ້ນສູງ ສສ ຫວຽດນາມ ຢ້ຽມຢາມໂຄງການສ້າງຖານຂໍ້ມູນຄຸ້ມຄອງພົນລະເມືອງລາວ


ໃນໂອກາດທີ່່ ທ່ານ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດຖະບານ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຍາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 21 ກັນຍາ 2026, ທ່ານ ຟ້າມ ຢາ ຕຸກ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ໂຄງການສ້າງຖານ ຂໍ້ມູນຄຸ້ມຄອງພົນລະເມືອງ ແລະ ບັດປະຈຳຕົວພົນລະເມືອງລາວ ຢູ່ທີ່ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໃຫ້ການຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ພົນຕີ ຄອນສະຫວັນ ສົມພາໄຊ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ.

ໃນໂອກາດນີ້, ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກ່ໍສ້າງຮາກຖານ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການສ້າງຖານຂໍ້ມູນຄຸ້ມຄອງພົນລະເມືອງ ແລະ ບັດປະຈຳຕົວ ພົນລະເມືອງລາວ ເປັນລະບົບທີ່ທັນສະໄໝ ເຮັດໃຫ້ການສ້າງຖານຂໍ້ມູນພົນລະເມືອງລາວມີຄວາມໜາແໜ້ນ ຄົບຖ້ວນສົມບູນຂຶ້ນ ແລະ ຮັບປະກັນໄດ້ຄວາມປອດໄພ; ມາຮອດປັດຈຸບັນ ການປະຕິໜ້າທີ່ຂອງໂຄງການດັ່ງກ່າວແມ່ນມີຜົນສຳເລັດຕາມລະດັບຄາດໝາຍ. ພ້ອມດຽວກັນນີ້, ຄະນະຜູ້ແທນທັງສອງຝ່າຍກໍໄດ້ຮ່ວມຮັບຊົມວິດີໂອທີ່ກ່ຽວຂ້ອງການຈັດຕັ້ງປະຕິບັດໂຄງການ ນຳອີກ.


