ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປະຊຸມປຶກສາຫາລືຄະນະຮັບຜິດຊອບກະກຽມຮັບຕ້ອນຄະນະຜູ້ແທນຂັ້ນສູງ ຂອງ ລັດຖະບານ ແຫ່ງ ສສ ຫວຽດນາມ ມາຢ້ຽມຊົມໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ
ໃນວັນທີ 18 ກັນຍາ 2026 ນີ້, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ໄດ້ຈັດກອງປະຊຸມປຶກສາຫາລືຄະນະຮັບຜິດຊອບກະກຽມຮັບຕ້ອນຄະນະຜູ້ແທນຂັ້ນສູງ ຂອງ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເຊິ່ງຈະເດີນທາງມາຢ້ຽມຊົມໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໃນລະຫວ່າງວັນທີ 20 ຫາ 21 ກັນຍາ 2026 ນີ້ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໂດຍມີ ຄະນະກົມ, ຮອງກົມ, ຄະນະຮັບຜິດຊອບ ແລະ ອະນຸກຳມະການຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ. .jpeg)
.jpeg)
.jpeg)
.jpeg)
ໃນກອງປະຊຸມ, ທ່ານ ພັນໂທ ສີພະຈັນ ໝັ້ນສຸລິດ ຫົວໜ້າຫ້ອງການກົມ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 7237/ຄກຖ, ລົງວັນທີ 17 ກັນຍາ 2026 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມຮັບຕ້ອນຄະນະຜູ້ແທນຂັ້ນສູງ ຂອງ ລັດຖະບານ ແຫ່ງ ສສ ຫວຽດນາມ ມາຢ້ຽມຊົມໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໃນລະຫວ່າງ ວັນທີ 20 ຫາ 21 ກັນຍາ 2026. ໃນນີ້ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ: ນໍາໂດຍ ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຫົວໜ້າກົມ ເປັນຫົວໜ້າ, ພ້ອມດ້ວຍຄະນະກົມ ເປັນຮອງ ແລະ ບັນດາອະນຸກຳມະການຕ່າງໆປະກອບມີ ອະນຸກຳມະການຮັບຜິດຊອບພິທີການ-ຮັບຕ້ອນ ແລະ ກະກຽມສະຖານທີ່; ອະນຸກຳມະການໂຄສະນາ; ອະນຸກຳມະການເສດຖະກິດ ແລະ ຂັບລົດ; ອະນຸກຳມະການເຕັກນິກ; ແລະ ອະນຸກຳມະການປ້ອງກັນ ແລະ ຈັດສັນບ່ອນຈອດລົດ.
ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮ່ວມກັນປຶກສາຫາລື, ວາງແຜນງານ ແລະ ມອບໝາຍພາລະກິດໃຫ້ແກ່ອະນຸກຳມະການແຕ່ລະຝ່າຍ ເພື່ອຮັບປະກັນໃຫ້ການກະກຽມຄວາມພ້ອມດ້ານສະຖານທີ່, ມາດຕະການຮັກສາຄວາມປອດໄພ, ອຸປະກອນເຕັກນິກ, ພິທີການ ແລະ ເນື້ອໃນ ມີຄວາມເປັນລະບຽບຮຽບຮ້ອຍ, ເນັ້ນໃສ່ໃຫ້ການຮັບຕ້ອນຄະນະຜູ້ແທນຂັ້ນສູງ ທີ່ຈະເດີນທາງມາຢ້ຽມຊົມໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໃນຄັ້ງນີ້ດຳເນີນໄປດ້ວຍຜົນສຳເລັດ ແລະ ສົມກຽດ. .jpeg)
.jpeg)
.jpeg)
.jpeg)